ສືບທອດມໍລະດົກດ້ານວັດທະນະທໍາເພື່ອຫຼໍ່ລ້ຽງຄວາມໝັ້ນໃຈດ້ານວັດທະນະທໍາ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ພາຍຫຼັງກັບຄືນແຂວງຢຸນນານຈາກປັກກິ່ງແລ້ວ, ທ່ານນາງຢາງຢູ້ນີ, ສະມາຊິກຄະນະກຳມະການຂອງຄະນະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ອະທິການບໍດີສືບທອດວັດທະນະທຳ ແລະ ສິລະປະຂອງເມືອງຢູ້ນີ ກິ່ງແຂວງຫອງເຫີ ໄດ້ແບ່ງປັນຄວາມຮູ້ສຶກກັບຄູອາຈານ ແລະ ນັກຮຽນກ່ຽວກັບການເຂົ້າຮ່ວມງານກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມປຶກສາການເມືອງແຫ່ງຊາດຈີນ. ຫຼັງຈາກນັ້ນໄດ້ແລ່ນໄປຍັງບ້ານລາວເວີນໄທ, ຕາແສງບາວຫວາ, ເມືອງຫອງເຫີໄດ້ຖ່າຍທອດຈິດໃຈຂອງສອງກອງປະຊຸມດັ່ງກ່າວໄປເຖິງຂັ້ນຮາກຖານ.

“ຄືແມ່ນມີມໍລະດົກວັດທະນະທໍາອັນອຸດົມສົມບູນຂອງທົ່ງນາຂັ້ນໄດຮານີທີ່ເຮັດໃຫ້ຂ້າພະເຈົ້າມີຄວາມໝັ້ນໃຈຍ່າງອອກຈາກເຂດພູດອຍນີ້. ໃນຖານະທີ່ເປັນສະມາຊິກປຶກສາການເມືອງແຫ່ງຊາດ, ຂ້າພະເຈົ້າມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະປົກປັກຮັກສາທົ່ງນາຂັ້ນໄດຮານີແລະ ສືບທອດວັດທະນະທໍາຮານີເປັນຢ່າງດີ”. ຢູ່ບ້ານລາວເວີນໄທ, ທ່ານນາງຢາງຢູ້ນີໄດ້ເປີດປຶ້ມບັນທຶກ ແລະ ແບ່ງປັນປະສົບການກັບຊາວບ້ານ.“ບົດລາຍງານວຽກງານຂອງລັດຖະບານສະເໜີວ່າ, ໂຄສະນາເຜີແຜ່ວັດທະນະທຳພື້ນເມືອງຂອງຈີນທີ່ດີເລີດ ແລະ ເສີມຂະຫຍາຍການປົກປັກຮັກສາ ແລະ ສືບທອດມໍລະດົກວັດທະນະທຳອັນດີງາມຂອງພວກເຮົາຕື່ມອີກ. ສືບຕໍ່ເຮັດວຽກງານທີ່ດີໃນການປົກປັກຮັກສາ ແລະ ສືບທອດວັດທະນະທຳ, ເຕັ້ນລຳ ແລະ ເພງຂອງຮານີ.”

ທ່ານນາງຢາງຢູ້ນີໄດ້ຮັບຜົນສະທ້ອນຈາກວັດທະນະທຳຊົນເຜົ່າຢ່າງເລິກເຊິ່ງນັບແຕ່ຍັງນ້ອຍ, ໃນປີ 2015, ເມື່ອນາງຫາກໍ່ເຂົ້າມະຫາວິທະຍາໄລ, ນາງໄດ້ສ້າງຕັ້ງສູນສືບທອດວັດທະນະທຳ ແລະ ສິລະປະຢູ້ນີຂອງຕາແສງຫອງເຫີເພື່ອດຳເນີນການສຶກສາສືບທອດວັດທະນະທຳຊົນເຜົ່າ. ໃນເວລາກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມປຶກສາການເມືອງແຫ່ງຊາດຈີນທີ່ຫາກໍ່ສິ້ນສຸດລົງ, ທ່ານນາງໄດ້ສະເໜີ "ຂໍ້ສະເໜີກ່ຽວກັບການເສີມຂະຫຍາຍການປົກປັກຮັກສາ ແລະ ການສືບທອດມໍລະດົກໂລກທີ່ມີຊີວິດ (living heritage)". ໃນຖານະເປັນສະມາຊິກໃຫມ່ຂອງຄະນະກໍາມະການປຶກສາການເມືອງແຫ່ງຊາດຈີນ, ທ່ານນາງຢາງຢູ້ນີໄດ້ຮຽນຮູ້ຫຼາຍຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ມີຄວາມຄິດອັນຈະແຈ້ງກ່ຽວກັບການປົກປັກຮັກສາທົ່ງນາຂັ້ນໄດ ແລະ ການສືບທອດວັດທະນະທຳຂອງທົ່ງນາຂັ້ນໄດໃນອະນາຄົດ. “ຂ້າພະເຈົ້າຈະຮ່ຳຮຽນ, ໂຄສະນາ, ປະຕິບັດຕາມຈິດໃຈຂອງສອງກອງປະຊຸມດັ່ງກ່າວໃຫ້ດີ, ພ້ອມທັງປະດີດສ້າງໃໝ່ບັນດາບົດປະພັນທີ່ອີງໃສ່ວຽກງານຂອງຕົນ ເຊິ່ງສອດຄ່ອງກັບຈິດໃຈຂອງຍຸກສະໄໝນີ້, ຂ້າພະເຈົ້າຍັງຈະຜ່ານການນຳເຂົ້າວິທີການສຶກສາສິລະປະ, ຮ້ອງເພງ, ຟ້ອນລຳ ແລະ ສືບທອດມໍລະດົກວັດທະນະທຳເຂົ້າໃນໂຮງຮຽນ, ເພື່ອໃຫ້ເດັກນ້ອຍມີຄວາມເຂົ້າໃຈ, ມີຄວາມຮັກຕໍ່ມໍລະດົກວັດທະນະທຳ, ພ້ອມທັງສືບທອດມໍລະດົກວັດທະນະທຳ ແລະ ບຳລຸງກຳລັງໄວໜຸ່ມໃນການປົກປັກຮັກສາ ແລະ ສືບທອດມໍລະດົກວັດທະນະທຳ.

从北京返回云南后,全国政协委员、红河县钰尼文化艺术传承中心校长杨钰尼第一时间与学校师生分享了自己参加全国两会的感受,又接着赶往红河县宝华镇老翁台村,将全国两会精神及时传达到基层。

“正是哈尼梯田文化这份厚重的文化遗产让我自信地走出了大山,作为政协委员,我有责任、也有义务保护好哈尼梯田,传承好哈尼文化。”在老翁台村,杨钰尼翻开笔记本,与村民分享自己的心得体会,“政府工作报告提出,要弘扬中华优秀传统文化,加强文物和文化遗产保护传承,更加坚定了我们继续做好哈尼文化、哈尼歌舞保护传承工作的信心。”

杨钰尼自幼深受民族文化的熏陶,2015年,刚上大学的她创办了红河县钰尼文化艺术传承中心,开展民族文化传承教学。在刚刚结束的全国两会上,她提交了《关于加大世界活态遗产保护传承力度的建议》。作为新任全国政协委员,参加全国两会让杨钰尼收获颇多,对于未来梯田的保护和梯田文化的传承思路也更加清晰。“我将学习好、宣传好、贯彻好全国两会精神,在立足本职创作符合时代精神和审美的精品力作的同时,通过美育进校园、歌舞进校园、非遗传承进校园等方式,让更多的孩子了解非遗、爱上非遗、传承非遗,在保护和传承中为非遗注入新鲜血液。”杨钰尼说。(记者 黄翘楚)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/20

14:47

ແບ່ງປັນ

ແປ
翻译