ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ໃນຕອນກາງຄືນ,ຢູ່ຖະໜົນໜານຈຽງ ນະຄອນຄຸນໝິງ,ມີຮ້ານຄ້າ ແລະ ຮ້ານອາຫານແລງທີ່ຫຼາກຫຼາຍຢູ່ທັງສອງຂ້າງຂອງຖະໜົນທີ່ປູດ້ວຍຫີນສີຟ້າ,ແສງໄຟທີ່ຮຸ່ງສະຫວາດສະເຫວີຍ ແລະ ຄົນຍ່າງສວນໄປມາ,ນັກທ່ອງທ່ຽວພາຍໃນແລະຕ່າງແຂວງມາທີ່ນີ້ເພາະວ່າມີຊື່ສຽງ ແລະ ຮູ້ສຶກວ່າ “ລົດຊາດຄຸນໝິງ” ທີ່ເປັນເອກະລັກສະເພາະໃນຂະນະທີ່ໄດ້ຊີມອາຫານພື້ນເມືອງຂອງແຂວງຢຸນນານ,ລົດຊາດຊົນເຜົ່າ ແລະ ອາຫານວ່າງຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້;ປະສົບການຊີວິດການພັກຜ່ອນໃນຕົວເມືອງຂອງນະຄອນຄຸນໝິງຢູ່ໃນເຂດຕັ້ງແຄ້ມໃນຕົວເມືອງ ແລະ ຕະຫຼາດວັດທະນະທໍາ ແລະສ້າງສັນທີ່ເຕັມໄປດ້ວຍບັນຍາກາດແຟຊັ່ນ.
ຖະໜົນໜານຈຽງ ແມ່ນໜຶ່ງໃນຖະໜົນພື້ນເມືອງທີ່ມີຄວາມໝາຍທາງປະຫວັດສາດ ແລະ ວັດທະນະທຳທີ່ເປັນເອກະລັກຂອງນະຄອນຄຸນໝິງ.ໃນປີ 2022,ຖະໜົນໜານຈຽງໃນນະຄອນຄຸນໝິງຈະຖືກຄັດເລືອກເຂົ້າເປັນເຂດວັດທະນະທຳ ແລະ ການທ່ອງທ່ຽວໃນກາງຄືນລະດັບຊາດຊຸດທີ 2 ທີ່ກະຊວງວັດທະນະທຳ ແລະ ທ່ອງທ່ຽວປະກາດ,ໄດ້ກາຍເປັນຫນຶ່ງໃນທາງເລືອກທໍາອິດສໍາລັບນັກທ່ອງທ່ຽວທີ່ຈະສໍາຜັດກັບວັດທະນະທໍາອາຫານແລະຊີວິດກາງຄືນຂອງຄຸນໝິງ.
入夜时分的昆明南强街巷,沿着青石铺就的道路两侧,餐饮商铺和夜宵摊点琳琅满目,灯火通明,熙熙攘攘,省内外游客慕名来这里,在品尝滇味滇菜、民族风味以及东南亚国家小吃中,感受着独特的“昆明味道”;在充满时尚潮流氛围的都市露营地、文创集市上,体验到充满温度的昆明城市休闲生活。
南强街是昆明市独具历史底蕴、人文内涵的传统街区之一。2022年,昆明南强街巷入选文化和旅游部公布的第二批国家级夜间文化和旅游消费集聚区,成为游客体验春城饮食文化夜生活的首选之一。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/14
16:05
— ແບ່ງປັນ —