ດອກໄມ້ດາໂນລາ ແລະ ຕຶກອາຄານບູຮານຖືກລວມເຂົ້າກັນເປັນຮູບພາບລະດູໃບໄມ້ປົ່ງທີ່ສວຍສົດງົດງາມ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ຖ້າທ່ານບໍ່ຢາກໄປແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແລະມີຄົນຫຼາຍໆ, ແຕ່ປາດຖະຫນາບ່ອນທີ່ງຽບສະຫງົບແລະຊີວິດການເປັນຢູ່ທີ່ສົມໃຈ. ຢູ່ນະຄອນຄຸນມິງ, ທ່ານຢາກໄດ້ຊີວິດການເປັນຢູ່ຄືແບບນີ້ບໍ່ຍາກປານໃດ!

图片

ບ້ານກູຢູໂອ້ລົງຕັ້ງຢຸ່ພາກຝັ່ງຕາເວັນອອກຂອງໜອງແສ ນະຄອນຄຸນມິງ ເຊິ່ງເປັນບ້ານທີ່ມີປະຫວັດສາດຫຼາຍກວ່າ 600 ປີ ໃນເຂດເຊິງກ້ອງ, ໃນສະໄໝບູຮານຊາວບ້ານຢູ່ທີ່ນີ້ທຳມາຫາກິນດ້ວຍການຫາປາ. ໃນຕອນກາງຄືນ, ເຮືອປະມົງກັບຝັ່ງທະເລສາບ, ແລະໂຄມໄຟຂອງເຮືອຫາປາຄືດວງດາວໄດ້ສະຫວ່າງໜ້ານ້ໍາຂອງໜອງແສ, ໂຄມໄຟຂອງເຮືອຫາປາຍິບຍັບກັບດວງດາວ ເຊິ່ງເປັນໜຶ່ງໃນພາບງົດງາມແປດຮູບຂອງເຂດເຊິງກ້ອງ.

图片

ຂັບລົດຈາກເຂດໃຈກາງເມືອງຕາມທິດທາງທີ່ໄປເຂດເຊິງກ້ອງໃນເວລາປະມານເຄິ່ງຊົ່ວໂມງ, ໄປຮອດທາງແຍກຂອງຖະໜົນຕູ່ລິນແລະຖະໜົນອ້ອມໜອງແລ້ວເຂົ້າໄປໃນຖະໜົນປ່າໄມ້ທາງໜຶ່ງ, ຜ່ານຖະໜົນປ່າໄມ້ຮ້ອຍແມັດກໍ່ສາມາດເຫັນບ້ານກູຢູໂອ້ລົງໄດ້ແລ້ວ. ລະດູໃບໄມ້ປົ່ງມາຮອດຕາມເວລາທີນັດໝາຍ. ໃນປະຈຸບັນ, ດອກໄມ້ດາໂນລາທີ່ມີເນື້ອທີ່ 66,000 ຕາແມັດໃນບ້ານກູຢູກຳລັງແຕກດອກ.

图片

ພາຍໃຕ້ແສງແດດ, ລົມພັດຜ່ານໄປ, ທົ່ງນາດອກໄມ້ດາໂນລາໄດ້ປາກົດເຫັນຟອງສີຄຳອັນຊັ້ນໜຶ່ງອີກຊັ້ນໜຶ່ງ. ມັນບໍ່ມີບັນຫາຖ້າທ່ານຢາກຊົມເບິ່ງດອກໄມ້ໃນໄລຍະໃກ້ໆ, ເສັ້ນທາງໃນທົ່ງດອກໄມ້ແມ່ນເຊື່ອມຕໍ່ກັນ, ເຮັດໃຫ້ເຈົ້າສາມາດເຂົ້າໄປໃນພຸ່ມດອກໄມ້ເພື່ອສຳຜັດວ່າດອກໄມ້ດາໂນລາທີ່ຊຳໃບໜ້າຂອງເຈົ້າ ແລະ ດົມກິ່ນຫອມອັນອົບອຸ່ນຂອງຊົນນະບົດ.

图片

ດອກໄມ້ດາໂນລາ ແລະ ຕຶກອາຄານບູຮານຖືກລວມເຂົ້າກັນເປັນຮູບພາບລະດູໃບໄມ້ປົ່ງທີ່ສວຍສົດງົດງາມ.

ເມື່ອມາບ້ານກູຢູ, ນອກຈາກຊົມເບິ່ງດອກໄມ້ແລ້ວ, ຍັງມີສິ່ງທີ່ໜ້າສົນໃຈຫຼາຍບໍ່ຄວນພາດ~

ຊົມເບິ່ງເຮືອນພື້ນເມືອງຂອງຄຸນມິງ

 ຢູ່ທີ່ນີ້ມີພູເຂົາ ແລະ ແມ່ນ້ຳທີ່ສວຍງາມ, ແລະມີຕຶກອາຄານບູຮານຫຼາຍ, ເພາະວ່າຢູ່ຕິດກັບໜອງແສ ແລະ ພູເຈັດດາວ, ໄດ້ກາຍເປັນສະຖານທີສືບທອດວັດທະນະທຳມູນເຊື້ອ ແລະ ຊົງຈໍາວັດທະນະທໍາຂອງນະຄອນຄຸນມິງ.

图片

ບ້ານອູ່ລົງທີ່ຫ່າງໄກຕົວເມືອງອັນຈະເລີນຮຸ່ງເຮືອງ, ມັນຍັງຄົງຮັກສາປະຫວັດສາດດ້ານວັດທະນະທຳທີ່ຫາຍາກ, ຕຶກອາຄານແບບພື້ນເມືອງໄດ້ກວມ 45% ຂອງຈຳນວນຕຶກອາຄານໃນໝູ່ບ້ານ.

图片

ຢູ່ທີ່ນີ້, ຕຶກອາຄານ "ກາຈ້ຳຫຼຽນໜຶ່ງ" ແບບດັ້ງເດີມຂອງຄຸນມິງທີມີຈຳນວນຫຼາຍປະກົດຕົວເປັນຮູບແບບແຖວ.

图片

ນອກຈາກນີ້, ຍັງມີອາຄານຫຼາຍກວ່າ 270 ຫລັງເຊິ່ງເປັນຕຶກອາຄານ "ເຮືອນສາມຫຼັງອ້ອມເຄິ່ງຄືຮູບແບບ‘凹’" ແລະ ອາຄານບູຮານຂອງລາຊະວົງຊິງແລະໝິງ, ໃນນັ້ນມີອາຄານ 10 ຫຼັງເປັນອາຄານບູຮານທີໄດ້ຮັບການປົກປັກຮັກສາ. ສະນັ້ນ, ບ້ານນີ້ຖືກຜູ້ມັກຖ່າຍຮູບເອີ້ນວ່າ "ຫໍພິພິທະພັນຂອງເຮືອນຊາວບ້ານຂອງຄຸນມິງ".

ປະສົບບັນຍາກາດຂອງບ້ານທີ່ສິລະປະ+ວັດທະນະທໍາ

图片

209a1ec90c05ea12ddfe604990259cc8

ຢູ່ໝູ່ບ້ານກູຢູ, ມີທົ່ງຫຍ້າແຫ່ງໜຶ່ງ, ຢູ່ທີ່ນີ້, ທ່ານສາມາດເລີ່ມຈັດງານລ້ຽງກາງແຈ້ງຢູ່ທົ່ງຫຍ້າແຫ່ງນີ້ດ້ວຍເອົາຜ້າກິນເຂົ້າປ່ານຳກັນ. ໃນຕອນບ່າຍທີພັກຜ່ອນຢອນໃຈ, ຖິ້ມກະເປົ໋າຊາຍ, ຢອກຝູງນົກນາງນວນປາກແດງທີ່ໜ້າຮັກ, ເບິ່ງຕາເວັນຕົກສີແສດຢູ່ຝັ່ງໜອງແສ, ສຳຜັດກັບບ້ານບູຮານທີມີອາຍຸ 600 ປີ...

ອາຫານແຊບໆທຸກປະເພດລໍຖ້າທ່ານມາຊີມເບິ່ງ

ຖ້າທ່ານຫຼິ້ນອິດເມື່ອຍແລ້ວ, ມີຮ້ານຊາ, ບານ້ໍາ ແລະຮ້ານອາຫານຢູ່ໃນບ້ານ, ຊອກແຫ່ງໜຶ່ງທີ່ມີວິວແລະສາຍຕາກວ້າງຂວາງ, ສຳພັດຄວາມຮູ້ສຶກອັນອີ່ມອົກອີ່ມໃຈທີ່ນຳຈາກລົມພັດຜ່ານໄປ.

图片

ທ່ານຍັງສາມາດດື່ມຊາຕອນບ່າຍຢູ່ໃນບ້ານ, ເຊັ່ນຮ້ານຂາຍປື້ມສ່ວນຈາວ ເຊິ່ງເປັນຮ້ານຂາຍປື້ມຂອງຊົນນະບົດ. ໃນການປະສົມປະສານຂອງວັດຖຸບູຮານ ແລະ ທັນສະໄຫມ, ໃໝ່ ແລະ ເກົ່າ, ກິນຊາພູເອີໜຶ່ງຈອກ, ກາເຟໜຶ່ງຈອກ, ອ່ານປຶ້ມຕາມໃຈມັກ, ໃຫ້ກິ່ນຫອມພູເອີ, ກິ່ນຫອມກາເຟ ແລະ ກິ່ນຫອມຂອງປຶ້ມລວມເຂົ້າກັນເຊິ່ງສ້າງບັນຍາກາດທີ່ບໍ່ສາມາດອະທິບາຍດ້ວຍພາສາໄດ້, ອ່ານປື້ມອັນລະອຽດ,  ເໝືອນດັ່ງເວລາກໍ່ຜ່ານໄປຢ່າງຊ້າໆແລ້ວ.

图片

ໃນລະດູທີມີດອກໄມ້ດາໂນລາແຕກອອກ, ຫຼີກຈາກຝູງຊົນ, ຊົມເບິ່ງດອກໄມ້ແລະຊິມນ້ຳຊາໃນໝູ່ບ້ານບູຮານ, ພົບກັບຄວາມງາມຂອງລະດູໃບໄມ້ບົ່ງຮ່ວມກັນ.


不想去人山人海的著名景区

却很向往诗与远方的恬静

在昆明,你想要田园牧歌

其实也不难!


1

昆明卧龙古渔村坐落于滇池东岸

是呈贡一个有600余年历史的村庄

古时这里的人都是以捕鱼谋生

入夜,渔舟归家

星星点灯的渔灯照在滇池水面之上

渔船灯火与天空星月交相辉映

这就是呈贡八景之一的“渔浦星灯”


2

从主城往呈贡方向驱车约半小时

行至都林街与环湖路交叉口

就进入了一个林道

走过这百米林道

眼前就豁然开朗了

这里就是卧龙古渔村

春天如约而至,

目前,卧龙古渔村66000平方米

的油菜花正在竞相开放


3

阳光下,油菜花是奔放的

南风吹过,涌起一股又一股金色的波浪

想近距离赏花也不是问题

花田之间小道相通

可以让你深入花丛中

感受拂面而来的油菜花

嗅到田园的温馨气息


4

金黄耀眼的油菜花与古建筑融为一体

好一幅诗情画意的春景图

来到卧龙古渔村

除了赏花

还有这些“玩场”不容错过~

观昆明传统民居

这里山水秀美,古建筑居多,因毗邻滇池、背靠七星山,成为老昆明传统文化腹地和文化记忆的传承地。


5

与繁华尘嚣隔绝的乌龙村还典藏着一份难得的人文历史,村内双面坡土木、砖木结构的传统式样建筑,占了村内建筑总数的45%。


6

这里大量昆明传统的“一颗印”建筑以联排、串联的形式出现。


7

除此之外,村内还有“三合院”“走马转角楼”等民居,以及清代、民国的古建筑等共计270余栋,其中文物保护建筑10栋。因此,这里也被摄影爱好者称为“昆明的民居博物馆”。

体验艺术+文化乡村氛围


8

209a1ec90c05ea12ddfe604990259cc8

卧龙古渔村内,有一片阳光草地,在这里,带个野餐垫,就可以开始一场芳草地户外派对。找一个悠闲的午后,丢一丢沙包、玩一玩投壶,逗一逗可爱的红嘴鸥,看一看橘色的滇池日落,摸一摸古老的600年村落……

各类美食等你尝

若是玩累了,村里有茶馆、水吧,还有餐食店,找个风景和视野都开阔的位置,感受清风扑面而来的惬意。


10

村里还可以喝到下午茶,比如萱草书屋,这是一间属于乡村的书屋。土砖墙、老式门板、干支插画、懒人沙发……在古与今、新与旧的融合中,要上一壶普洱或一杯手冲咖啡,随手翻开一本书,让普洱的醇香、咖啡的香气和书卷的味道,糅合在一起竟有一种妙不可言的气氛,俯首细读,沉浸其中,仿佛时光也闲了下来。


11

在油菜花开的季节,不如避开人群,在古村落赏花品茶,一起邂逅春天的美好~

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/02

16:34

ແບ່ງປັນ

ແປ
翻译