ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮຽນຮູ້ຈາກບໍລິສັດທາງລົດໄຟຈີນ ສາຂາຄຸ່ນມິງ ຈຳກັດ (ຕໍ່ຈາກນີ້ເອີ້ນວ່າ "ກຸ່ມບໍລິສັດສາຂາຄຸນມິງ") ວ່າທາງລົດໄຟລາວ-ຈີນໄດ້ເປີດການບໍລິການເປັນເວລາຫຼາຍກວ່າ 1 ປີ ເຊິ່ງໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ການເດີນທາງຂອງປະຊາຊົນຕາມເສັ້ນທາງ ແລະ ໄດ້ຮັບຄວາມນິຍົມຈາກຜູ້ໂດຍສານຢ່າງຫຼວງຫຼາຍ, ມາຮອດວັນທີ 5 ມັງກອນປີ 2023, ຈຳນວນການຂົນສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໄດ້ບຸກທະລຸ 9 ລ້ານເທື່ອຄົນ. ໃນນັ້ນ, ພາກສ່ວນພາຍໃນສົ່ງຜູ້ໂດຍສານ 7.54 ລ້ານຄົນ, ພາກສ່ວນຕ່າງປະເທດສົ່ງຜູ້ໂດຍສານ 1.46 ລ້ານຄົນ.
ຍ້ອນສະພາບການປ້ອງການພະຍາດໂຄວິດ -19ມີການປ່ຽນແປງ, ຄວາມຮຽກຮ້ອງຕ້ອງການໃນດ້ານການທ່ອງທ່ຽວ ແລະ ການຢ້ຽມຢາມຄອບຄົວໄດ້ຟື້ນຟູຂຶ້ນ, ແລະຈຳນວນການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນກໍຄ່ອຍໆເພີ່ມຂຶ້ນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານສະເລ່ຍ 29,000 ຄົນຕໍ່ມື້, ເພີ່ມຂຶ້ນເກືອບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ທາງລົດໄຟລາວ-ຈີນພາຍໃນປະເທດໄດ້ເພີ່ມການເປີດບໍລິການລົດໄຟ EMU, ສົ່ງຜູ້ໂດຍສານສະເລ່ຍ 26,000 ຄົນຕໍ່ວັນ. ຈຳນວນການຂົນສົ່ງຜູ້ໂດຍສານຂອງພາກສ່ວນຕ່າງປະເທດກໍ່ບັນລຸການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຈາກການດຳເນີນການແລ່ນລົດໄຟ 2 ຄູ່ໃນໄລຍະເບື້ອງຕົ້ນມາເປັນ 5 ຄູ່ໃນໄລຍະສູງສຸດ, ຂົນສົ່ງຜູ້ໂດຍສານສະເລ່ຍ 6,000 ກວ່າເທື່ອຄົນຕໍ່ມື້.
ຕາມການຮັບຮູ້, ເມື່ອບຸນກຸດຈີນໃກ້ຈະມາເຖິງແລ້ວ, ກຸ່ມບໍລິສັດສາຂາຄຸນມິງຈະວິເຄາະຄວາມຕ້ອງການດ້ານການເດີນທາງຂອງຜູ້ໂດຍສານຕື່ມອີກ, ເພີ່ມທະວີການລົງທຶນດ້ານຄວາມສາມາດການຂົນສົ່ງ, ເພີ່ມການດຳເນີນຂະບວນລົດໄຟຜູ້ໂດຍສານຕາມສະພາບຕົວຈິງ, ປັບປຸງມາດຕະການບໍລິການຂອງສະຖານີເພື່ອຕອບຄວາມຕ້ອນການເດີນທາງຂອງຜູ້ໂດຍສານ. ໃນຂະນະດຽວກັນ, ອຳນວຍການບໍລິການທີ່ແຕກຕ່າງກັນໃຫ້ຜູ້ໂດຍສານທີ່ສໍາຄັນຄື: ຜູ້ເຖົ່າແກ່, ເດັກນ້ອຍ, ຄົນເຈັບ ແລະ ຄົນພິການ, ສ້າງສະພາບແວດລ້ອມການເດີນທາງທີ່ອົບອຸ່ນ ແລະ ສະດວກສະບາຍເພື່ອເຮັດໃຫ້ຜູ້ໂດຍສານເດີນທາງມີປະສົບການທີ່ດີ.
昆明信息港讯 记者上官艳君 记者从中国铁路昆明局集团有限公司(以下简称“昆明局集团”)获悉,中老铁路开通一年多来,极大方便了沿线群众出行,受到了广大旅客的青睐,截至2023年1月5日,累计发送旅客突破了900万人次。其中,国内段发送旅客754万人次,国外段发送146万人次。
随着疫情防控进入新阶段,旅游、探亲等补偿性出行需求被激活,中老铁路客流逐步回暖。今年开年以来,中老铁路日均发送旅客达2.9万人次,发送量比去年同期增长近1倍。
为满足旅客出行需求,中老铁路国内段动态增开动车组列车,日均发送旅客达2.6万人次。国外段客流也实现稳步增长,由初期开行2对到高峰期开行5对,日均发送旅客6000余人次。
据了解,随着春节临近,昆明局集团将进一步科学分析旅客出行需求,不断增加运力投入,灵活增开旅客列车,优化站车服务措施,满足旅客出行需求。同时针对老幼病残孕重点旅客,推行差异化服务,营造温馨舒适出行环境,让旅客出行体验更美好。
ຊາວໜຸ່ມສອງຝັ່ງ(ແຂວງຢູນນານກັບແຂວງໄຕຫວັນ) ຮ່ວມມືສຳຜັດທາງລົດໄຟລາວ-ຈີນແລະມີການແລກປ່ຽນສົນທະນາຢ່າງເລິກເຊິ່ງ
ສະບາຍດີ2022-07-19
ທາງລົດໄຟຈີນ-ລາວໄດ້ສົ່ງຜູ້ໂດຍສານທັງໝົດ 4,11 ລ້ານເທື່ອຄົນ
ສະບາຍດີ2022-07-11
ທາງລົດໄຟຈີນ-ລາວໄດ້ດຳເນີນມາເປັນເວລາ 4 ເດືອນແລ້ວ, ການສັນຈອນຂອງຜູ້ໂດຍສານແລະການຂົນສົ່ງກໍຂະຫຍາຍຕົວ.
ສະບາຍດີ2022-04-06
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
01/06
15:40
— ແບ່ງປັນ —