ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ໃນວັນທີ 5 ມັງກອນປີ 2023, ນັກຂ່າວໄດ້ຮັບຮູ້ຈາກກົມປະກັນທາງການແພດນະຄອນຄຸນມິງວ່າ: ຕາມວຽກງານການມອບ-ຮັບບົດບາດການປົກຄອງດ້ານປະກັນໄພທາງການແພດຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ສຳເລັດຜົນ. ເລີ່ມແຕ່ວັນທີ 1 ມັງກອນປີ 2023 ເປັນຕົ້ນໄປ, ພະນັກງານທັງໝົດໃນເຂດຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນຈີນຈະໄດ້ຮັບການບໍລິການທາງການປະກັນໄພການແພດຕາມນະໂຍບາຍປະກັນໄພທາງການແພດຂອງຄຸນມິງ. ພາກສ່ວນປະກັນໄພການແພດຂອງເທດສະບານຈະນໍາໃຊ້ນະໂຍບາຍທີ່ມີປະໂຫຍດຕໍ່ປະຊາຊົນແລະການບໍລິການທີ່ສົມບູນ, ເພື່ອຊ່ວຍການກໍ່ສ້າງຕົວເມືອງດ່ານສາກົນບໍ່ຫານບັນລຸການບຸກທະລຸໃຫມ່.
ຕາແສງບໍ່ຫານກິ່ງແຂວງສິບສອງພັນນາມອບໝາຍນະຄອນຄຸນມິງເປັນເຈົ້າການ ເພື່ອຮ່ວມກັນກໍ່ສ້າງຕົວເມືອງດ່ານພາສີສາກົນ, ຄຸນມິງໄດ້ກາຍເປັນນະຄອນທີ່ມີ “ເສັ້ນຊາຍແດນ” ແຫ່ງທຳອິດໃນທົ່ວປະເທດ. ວຽກງານການມອບໝາຍຄຸ້ມຄອງມີເວລາທີ່ເຄັ່ງຄັດແລະວຽກງານທີ່ໜັກແໜ້ນ, ຕາມຄວາມຮຽກຮ້ອງຂອງຄະນະພັກນະຄອນ ແລະ ເທດສະບານ, ກົມປະກັນໄພການແພດຄຸນມິງປະຕິບັດສະຕິ “ຜູ້ນຳໜ້າ”ຢ່າງເຂັ້ມງວດ, ສ້າງສະຕິ “ໝາກຮຸກດຽວ”ຢ່າງເດັດດ່ຽວ, ປະຕິບັດໜ້າທີ່ຮັບຜິດຊອບຢ່າງຕັ້ງໜ້າ, ຕິດຕໍ່ສົມທົບກັບກົມປະກັນໄພທາງການແພດຂອງແຂວງຢຸນນານ ແລະ ກິ່ງແຂວງສິບສອງພັນນາຢ່າງວ່ອງໄວ, ອາໄສສະພາບຕົວຈິງຂອງບໍ່ຫານເພື່ອຊຸກຍູ້ວຽກງານການມອບ-ຮັບບົດບາດການປົກຄອງດ້ານປະກັນໄພທາງການແພດຢ່າງຕັ້ງໜ້າ.ໃນວັນທີ 10 ພະຈິກ 2022, ພະນັກງານ 3 ທ່ານ ໄດ້ໄປປະຈຳຢູ່ຕາແສງບໍ່ຫານ, ໂດຍໄດ້ຮັບການສົມທົບກັບກົມການຄຸ້ມຄອງວຽກງານສັງຄົມຂອງເຂດການຮ່ວມມືເສດຖະກິດ, ໄດ້ສຳເລັດການສ້າງຕັ້ງຈຸດລໍລິການຮັບມື; ປະສານສົມທົບການກຳນົດນະໂຍບາຍກ່ຽວກັບການເຂົ້າເຖິງປະກັນໄພ, ຕິດຕໍ່ກັບພາກສ່ວນກ່ຽວຂ້ອງຈາກກົມປະກັນໄພທາງການແພດຂອງແຂວງ ແລະ ກິ່ງແຂວງສິບສອງພັນນາ, ພ້ອມກັບພາກສ່ວນດ້ານການເງິນ ແລະ ພາສີອາກອນທີ່ກ່ຽວຂ້ອງ, ຊີ້ແຈງອອກນະໂຍບາຍທີ່ກ່ຽວຂ້ອງກັບການປະກັນໄພທາງການແພດຫຼັງຈາກບໍ່ຫານມອບໝາຍຄຸນມິງເປັນເຈົ້າການ, ການກຳນົດນະໂຍບາຍໂດຍບົດພື້ນຖານຮັບປະກັນຜົນປະໂຫຍດຂອງປະຊາຊົນບໍ່ຫານຜູ້ເຂົ້າເຖິງປະກັນໄພທາງການແພດບໍ່ໄດ້ຮັບຜົນກະທົບຈາກວຽກງານການມອກໝາຍຄຸ້ມຄອງ.ຄິດເຖິງສະພາບການປິ່ງປົວຕົວຈິງຂອງປວງຊົນເຂົ້າເຖິງປະກັນໄພໃນບໍ່ຫານ, ຍົກເລີກຄວາມຕ້ອງການບັນທຶກໃນລະບົບສຳລັບຄົນເຂົ້າເຖິງປະກັນໄພປິ່ງປົວພະຍາດຢູ່ບ່ອນອື່ນ, ເມື່ອຊາວເມືອງບໍ່ຫານຜູ້ເຂົ້າເຖິງປະກັນໄພໄປປິ່ນປົວພະຍາດຢູ່ເມືອງລ້າ, ລະບົບຈະບັນທຶກຂໍ້ມູນການປິ່ນປົວທາງການແພດອັນອັດຕະໂນມັດ. ໂດຍຜ່ານການປັບປຸງລະບົບທ້ອງຖິ່ນຢ່າງເຕັມທີເພື່ອອຳນວຍຄວາມສະດວກໃຫ້ແກ່ການປິ່ງປົວພະຍາດສຳລັບຊາວເມືອງບໍ່ຫານຜູ້ເຂົ້າເຖິງປະກັນໄພ.
ຜ່ານຄວາມພະຍາຍາມໃນໄລຍະຜ່ານມາ, 96 ຫົວໜ່ວຍທີ່ເຂົ້າເຖິງປະກັນໄພຂອງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນໄດ້ສຳເລັດຂັ້ນຕອນການເຂົ້າເຖິງປະກັນໄພທາງການແພດສຳລັບພະນັກງານຂອງນະຄອນຄຸນມິງ, ປະຊາຊົນໃນຕົວເມືອງ ແລະ ຊົນນະບົດ 20 ພັນກວ່າຄົນໄດ້ສຳເລັດການຊຳລະຄ່າປະກັນໄພທາງການແພດສຳລັບຕົວເມືອງ ແລະ ຊົນນະບົດຂອງຄຸນມິງໃນປີ 2023.
ແຕ່ວັນທີ 1 ມັງກອນປີ 2023 ເປັນຕົ້ນມາ, ພະນັກງານທັງໝົດໃນເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນໄດ້ຮັບປະກັນໄພທາງການແພດຕາມນະໂຍບາຍປະກັນໄພທາງການແພດຂອງນະຄອນຄຸ່ນມິງ, ວຽກງານການມອບ-ຮັບບົດບາດການປົກຄອງດ້ານປະກັນໄພທາງການແພດຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ເລັດຜົນຢ່າງມີຄວາມຮຽບຮ້ອຍ, ຮັບປະກັນຄວາມຕ້ອງການດ້ານການປິ່ນປົວຂອງຊາວ ເມືອງບໍ່ຫານ, ໃຫ້ນະໂຍບາຍປະກັນໄພທາງການແພດສາມາດສົ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປວງຊົນຢູ່ເຂດການຮ່ວມມືເສດຖະກິດ.
昆明信息港讯(昆明日报 记者廖晶蓉) 1月5日,记者从昆明市医疗保障局了解到,随着中国老挝磨憨—磨丁经济合作区医疗保障职能托管移交工作顺利完成,自2023年1月1日起,磨憨—磨丁经济合作区所有人员按照昆明市医保政策享受医疗保障待遇。市医保部门将用惠民的政策和完善的服务,助力磨憨国际口岸城市建设取得新突破。
昆明市托管西双版纳州磨憨镇共同建设国际口岸城市,成为全国首个拥有“边境线”的省会城市。托管工作时间紧、任务重,按照市委、市政府要求,昆明市医疗保障局以“排头兵”意识严格落实,坚决树牢“一盘棋”意识,主动担责履责,迅速与省医保局、西双版纳州医保局沟通对接,立足磨憨实际积极推进医疗保障职能托管移交。2022年11月10日派驻3名工作人员前往磨憨,在经合区社会事务管理局的配合下,率先完成了经办服务点的设立工作;协调制定托管参保政策,与省医保局、西双版纳州医保局对口部门及市财政、税务等业务相关部门对接,明确磨憨移交后的医保相关政策,在确定磨憨待遇政策时,保障磨憨参保群众的医保待遇不因托管而受影响。考虑磨憨参保群众的就医实际,取消了参保人异地就医需进行系统备案的要求,磨憨参保人到勐腊县看病就医,系统自动进行异地就医备案,通过本地化的系统调整最大限度地方便磨憨参保群众看病就医。
通过前期的努力,磨憨—磨丁经济合作区96家参保单位全部办理了昆明市职工医保参保手续,2万多名城乡居民全部完成2023年度昆明市城乡居民医保缴费。
自2023年1月1日起,磨憨—磨丁经济合作区所有人员按照昆明市医保政策享受医疗保障待遇,磨憨医疗保障职能托管移交工作平稳有序完成,保障了磨憨人民医疗保障需求,让医保政策红利更好地惠及经济合作区的企业和群众。
ຕາແສງບໍ່ຫານຈະຮັບການສະໜັບສະໜູນດ້ານການເງິນຫຼາຍກວ່າ 40 ຕຶ້ຢວນ
ສະບາຍດີ2022-12-27
ປະຊາຊົນຢູ່ເຂດຊາຍແດນລະຫວ່າງສອງປະເທດຈີນ-ລາວໄດ້ຈັດພິທີສະເຫຼີມສະຫຼອງ
ສະບາຍດີ2022-12-23
ສວນອີຄອມເມີຊຂ້າມຊາຍແດນຈີນ-ອາຊຽນ(ເຫີໂກ້)ດໍາເນີນທຸລະກິດເປັນຄັ້ງທຳອິດ
ສະບາຍດີ2022-12-16
ນະຄອນຄຸນໝິງຈັດສົ່ງ 6 ທິມງານປະຈໍາບ້ານເຂົ້າຕາແສງບໍ່ຫານດໍາເນີນງານ
ສະບາຍດີ2022-12-12
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
01/06
14:45
— ແບ່ງປັນ —