ຄະນະຜູ້ແທນແຂວງຢູນນານໄປການາດາເພື່ອເຂົ້າຮ່ວມກອງປະຊຸມ COP15 ໄລຍະທີ 2

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ຕາມເວລາທ້ອງຖິ່ນວັນທີ7ທັນວານີ້,ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຄັ້ງທີ15ໄລຍະທີ2ຈະຈັດຂື້ນຢູ່ນະຄອນມອນຕຣີ ໂອປະເທດການາດາ.ອີງຕາມວາລະປະຊຸມແລະຄວາມຮຽກຮ້ອງຕ້ອງການຂອງຫ້ອງວ່າການຄະນະບໍລິຫານງານແຫ່ງຊາດ, ຄະນະຜູ້ແທນແຂວງຢູນນານໄດ້ເດີນທາງໄປນະຄອນມອນຕຣີໂອເພື່ອເຂົ້າຮ່ວມກອງປະຊຸມແລະ ຈັດການກິດຈະກໍາຕ່າງໆ.

ເດືອນຕຸລາ ປີ2021, ກອງປະຊຸມ COP15 ໄລຍະທີ 1ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢູນນານຂອງຈີນ ແລະ ໄດ້ຮັບຜົນສໍາເລັດ. ກອງປະຊຸມໄລຍະທີ 2 ຄັ້ງນີ້, ແຂວງຢູນນານໄດ້ຈັດຕັ້ງຄະນະເຂົ້າຮ່ວມກອງປະຊຸມທັງໝົດ 8 ຄະນະ, ລວມມີຄະນະຜູ້ແທນອົງການປົກຄອງແຂວງຢູນນານ, ຄະນະຜູ້ແທນອົງການປົກຄອງນະຄອນຄຸນໝິງ, ຄະນະຜູ້ແທນການສະແດງຊີວະນານາພັນ ແລະ ກອງປະຊຸມຍອດວັດທະນະທໍາ ແລະ ທໍາມະຊາດ, ຄະນະຜູ້ແທນກອງປະຊຸມຍອດຕົວເມືອງ, ຄະນະຜູ້ແທນການອານຸລັກຊີວະນານາພັນ ແລະ ສາຍພັນທີ່ມີຂະໜາດນ້ອຍຫຼາຍ, ຄະນະຜູ້ແທນການອະນຸລັກຊີວະນາໆພັນຂອງນາຂັ້ນໄດກິ່ງແຂວງຮອງເຫີ,ຄະນະຜູ້ແທນການຮ່ວມມືແລະອະນຸລັກຊີວະນານາພັນພາກພື້ນ ແລະ ຄະນະຂ່າວສື່ມວນຊົນ. ກ່ອນໜ້ານີ້, ຄະນະຈໍານວນໜຶ່ງໄດ້ຮອດນະຄອນມອນຕຣີໂອ, ຍັງອີກຄະນະຈະອອກເດີນທາງໃນວັນໃກ້ນີ້.

ໃນໄລຍະກອງປະຊຸມ, ຄະນະຜູ້ແທນແຂວງຢູນນານຈະຈັດການກິດຈະກໍາຕ່າງໆ,  ແນະນໍາຢູນນານໃຫ້ທົ່ວໂລກຮູ້, ສະແດງໃຫ້ເຫັນປະສົບການ ແລະ ຜົນສໍາເລັດໃນການອະນຸລັກຊີວະນານະພັນຂອງແຂວງຢູນນານ. ຄະນະຜູ້ແທນແຂວງຢູນນານຈະໃຊ້ພາສາສາກົນເພື່ອເລົ່າເລື່ອງການອະນຸລັກຊີວະນານາພັນຂອງຢູນນານໃຫ້ດີຜ່ານກິດຈະກໍາການສະແດງ. ກິດຈະກໍາທີ່ມີຫົວຂໍວ່າ ”ບ່ອນທີ່ມີເລຶ່ອງຊ້າງອາຟຣິກາເລາະທ່ອງຕາມທາງ—ການສະແດງຜົນສໍາເລັດ ແລະ ການປະຕິບັດງານຂອງແຂວງຢຸນນານໃນການອະນຸລັກຊີວະນາໆພັນ”, ຈະແນະນໍາໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ນິທານສຶບທອດວັດທະນະທໍາທີ່ກ່ຽວຂ້ອງ ແລະ ຕົວຢ່າງທີ່ມີລັກສະນະໃນການອະນຸລັກຊີວະນານາພັນແຂວງຢູນນານ. ເຊີ່ງໃນນີ້, ເພງພື້ນເມືອງແລະການຟ້ອນທີ່ມີລັກສະນະຢຸນນານຈະສະແດງຢູ່ຫຼາຍກິດຈະກຳໃນກອງປະຊຸມຄັ້ງນີ້, ໂດຍສະເພາະໃນວັນທີ 16 ເດືອນທັນວາ, ໃນ ”Yunnan Theme Day”, ແຂກມາຈາກບັນດາປະເທດບໍ່ພຽງແຕ່ໄດ້ຊົມເບິ່ງຮູບເງົາໂຄສະນາຂອງແຂວງຢູນນານ ,ຊິມເບິ່ງຊາ ແລະ ກາເຟຂອງຢູນນານ, ຍັງໄດ້ເບິ່ງການສະແດງຂອງນັກຮ້ອງຊົນເຜົ່ານ້ອຍ. ນອກຈາກນີ້, ຍັງຈັດຕັ້ງຫ້ອງວາງສະແດງແຂວງຢູນານພາຍໃນເຂດ "ມຸມຈີນ", ເພື່ອສະແດງແຜ່ນສະແຕມຊີວະນາໆພັນແຂວງຢຸນນານ ແລະ ຜະລິດຕະພັນຊີວະທີ່ມີລັກສະນະຕົນ ເຊັ່ນ: ເຫັດ ດອກໄມ້ ແລະ ຢາຂອງຢູນນານ , ເວລາສະແດງຈາກວັນທີ 7 ຫາ ວັນທີ19 ເດືອນທັນວານີ້.

ຕາມການລາຍງານ, ໃນໄລຍະກອງປະຊຸມໄລຍະທີ 2,  ຢູນນານຍັງຈະເຂົ້າຮ່ວມກອງປະຊຸມສໍາມະນາຫົວຂໍຂອງເວທີປຶກສາຫາລືການຮ່ວມມືຈີນ-ແຂວງຄວຍເປີເຄີ້ປະເທດການາດາ, ນໍາໃຊ້ເວທີດັ່ງກ່າວເພີ່ມທະວີແນະນໍາ ແລະ ໂຄສະນາຢູນນານ, ສ້າງການຮ່ວມມືກັບຫຼາຍຝ່າຍໃຫ້ຫຼາຍຂື້ນ.


当地时间12月7日,《生物多样性公约》第十五次缔约方大会(COP15)第二阶段会议在《公约》秘书处所在地加拿大蒙特利尔召开。按照会议议程安排和国家执委办要求,云南代表团前往蒙特利尔参会并举办系列活动。

2021年10月,COP15第一阶段会议在中国云南省昆明市成功召开。此次第二阶段会议,云南省共组建8个团参会,包括云南省政府代表团、昆明市政府代表团、展览展示和自然与文化峰会代表团、城市峰会团、极小种群物种和生物多样性保护边会团、红河哈尼梯田生物多样性保护实践成效边会团、区域生物多样性保护与合作边会团、媒体报道团。目前,部分团已抵达蒙特利尔,其余团将于近日陆续启程。

会议期间,云南代表团将举办一系列活动,向世界介绍云南,展示我省在生物多样性保护方面收获的经验、取得的成就。云南代表团将通过展览展示活动,用国际化语言讲好云南生物多样性保护故事。“发生亚洲象漫游故事的地方——生物多样性保护的云南实践与成果展”将向与会者介绍云南生物多样性保护领域的代表性案例及相关文化传承故事。另外,云南特色民族歌舞将亮相大会多场活动,特别是在12月16日“云南主题日”上,各国嘉宾不仅能观看云南主题宣传片,品尝云南特色茶饮与咖啡,还能欣赏民族歌手表演。此外,大会“中国角”内将设云南展区,展示云菌、云花、云药等特色生物产品以及云南生物多样性邮册等,时间从12月7日持续开放至12月19日。

据悉,第二阶段会议期间,云南还将参加中国—魁北克合作论坛主题推介会,借助该平台进一步介绍云南、宣传云南、推介云南,与各方寻求更多合作。(云南日报 记者王靖中 郭瑶) 

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/08

15:22

ແບ່ງປັນ

ແປ
翻译