ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 27 ຕຸລານີ້, ທ່ານໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ, ໃນຫວ່າງມໍ່ໆມານີ້, ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີຂ່າວທີ່ດີສົ່ງມາຢູ່ເລື້ອຍໆວ່າ: ຂະບວນລົດໄຟຈີນ-ເອີລົບໄດ້ເປີດການບໍລິການ 14,000 ຂະບວນໃນປີນີ້; ຂະບວນລົດໄຟການຂົນສົ່ງທາງທະເລແລະ ທາງບົກເປັນຂອງຊ່ອງທາງໃໝ່ທາງທະເລ ແລະ ທາງບົກຂອງພາກຕາເວັນຕົກ ໄດ້ເປີດການນຳໃຊ້ຈຳນວນ 20,000 ຂະບວນ; ທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້າທັງໝົດ 8,51 ລ້ານໂຕນ ນັບຕັ້ງແຕ່ການເປີດນຳໃຊ້ເປັນເວລາ 10 ເດືອນ. ທ່າເຮືອການຄ້າເສລີຂອງແຂວງໄຫນານໄດ້ເປີດເສັ້ນທາງຄອນທິງເນີ ທະເລທາງໄກ ອາຟຣິກາແຫ່ງທຳອິດ——"ນີ້ແມ່ນການສະແດງອອກຂອງການເປີດປະຕູສູ່ໂລກພາຍນອກລະດັບສູງຂອງປະເທດຈີນ."
ວັນທີ 26 ຕຸລານີ້, ຂະບວນລົດໄຟ X8155 ຂອງທາງລົດໄຟຈີນ-ເອີລົບທີ່ບັນຈຸລົດອິນເວິເຕີພະລັງງານແສງແດດ, ຈັກເຕັກແໜ້ນພະລັງໄຟຟ້າ, ເຄື່ອງດູດຂີ້ຝຸ່ນແລະສິນຄ້າອື່ນໆ 50 ຕູ້ລົດໄຟ ເດີນທາງຈາກສະຖານີທ່າເຮືອສາກົນນະຄອນຊີອານໄປເມືອງ Duisburg, ປະເທດເຢຍລະມັນ ເຊິ່ງເປັນຂີດໝາຍການເປີດບໍລິການທີ່ປະສົບຜົນສຳເລັດຂອງຂະບວນລົດໄຟຈີນ-ເອີລົບເຊີ່ງເປັນທາງລົດໄຟແຖວທຳອິດທີ່ຂົນສົ່ງພາຍໃນປະເທດ ແລະ ຕ່າງປະເທດໃນຈີນ. ທ່ານໝາວໜິງ ກ່າວວ່າການເປີດບໍລິການຂອງຂະບວນລົດໄຟຈີນ-ເອີລົບເຊີ່ງເປັນທາງລົດໄຟທີ່ຂົນສົ່ງພາຍໃນປະເທດ ແລະ ຕ່າງປະເທດ, ມັນຈະຍົກສູງປະສິດທິພາບດ້ານເວລາການຂົນສົ່ງ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຕະຫຼາດຂອງຂະບວນລົດໄຟຈີນ-ເອີລົບ.
ທ່ານໝາວໜິງແນະນຳວ່າ, ບົດລາຍງານຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກມມູນິດຈີນໄດ້ເນັ້ນຫນັກວ່າ ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງຂອງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ຈີນຈະຮ່ວມມືກັບບັນດາຄູ່ຮ່ວມມືເພື່ອເຮັດໃຫ້ໂລກມີການເຊື່ອມໂຍງເຂົ້າກັນ ແທນທີ່ຈະແຍກອອກຈາກກັນ, ເປີດກວ້າງເຊິ່ງກັນແລະກັນ ແລະ ບໍ່ແມ່ນການປິດລ້ອມເຊິ່ງກັນແລະກັນ, ບັນລຸການພັດທະນາຮ່ວມກັນຂອງທຸກປະເທດ.
10月27日,外交部发言人毛宁在例行记者会上指出,近段时间以来,“一带一路”建设捷报频传:中欧班列今年累计开行突破1.4万列;西部陆海新通道海铁联运班列累计开行2万列;中老铁路运营10个月累计运输货物851万吨;海南自贸港开通首条非洲远洋集装箱航线——“这些都是中国高水平对外开放的体现。
10月26日,载满50车光伏逆变器、电动压缩机、吸尘器等货物的X8155次中欧班列,从西安国际港站出发驶向德国杜伊斯堡,标志着全国首趟境内外全程时刻表中欧班列顺利开行。毛宁表示,境内外全程时刻表中欧班列的开行,将提高运输时效,增强中欧班列的市场竞争力。
毛宁介绍,党的二十大报告强调,要推动共建“一带一路”高质量发展。中方将同所有合作伙伴一道,致力于让世界相互联通而非彼此割裂、相互开放而非彼此封闭,实现各国共同发展。(光明网 记者李汶键)
ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ ໄດ້ຂົນສົ່ງຜູ້ໂດຍສານ 3.27 ລ້ານຄົນ
ສະບາຍດີ2022-06-06
ຈໍານວນຜູ້ໂດຍສານທີ່ໄດ້ສົ່ງໂດຍທາງລົດໄຟຈີນ-ລາວມີຫຼາຍກວ່າ 3 ລ້ານຄົນ
ສະບາຍດີ2022-05-26
ລົດໄຟຂົນສົ່ງສິນຄ້າລະຫວ່າງນະຄອນ ຫວູຮັ້ນ - ແຂວງຫຼວງພະບາງ ເປີດບໍລິການເປັນຄັ້ງທຳອິດ
ສະບາຍດີ2022-05-18
ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 5 ເດືອນ ປະລິມານການຂົນສົ່ງເພີ່ມຂຶ້ນ 5,5 ເທົ່າ
ສະບາຍດີ2022-05-05
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/28
15:14
— ແບ່ງປັນ —