ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ ໄດ້ຂົນສົ່ງຜູ້ໂດຍສານ 3.27 ລ້ານຄົນ

ມາຈາກ:ສະບາຍດີ

991

(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 3 ມິຖຸນາ ເປັນມື້ທີ່ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ. ມາຮອດວັນທີ 2 ມິຖຸນານີ້, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟດັ່ງກ່າວ ໄດ້ປາກົດມີສະພາບທີ່ເພີ່ມຂຶ້ນໃນດ້ານປະລິມານ ແລະ ຄຸນນະພາບພ້ອມກັນ, ລວມທັງໝົດແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 3.27 ລ້ານຄົນເທື່ອຄົນ, ໃນນັ້ນ, ຕອນພາຍໃນປະເທດຈີນ ມີ 2,86 ລ້ານເທື່ອຄົນ, ຕອນພາຍໃນປະເທດລາວ 4 ແສນ 1 ໝື່ນເທື່ອຄົນ; ໄດ້ຂົນສົ່ງສິນຄ້າ 4 ລ້ານ 3 ໝື່ນໂຕນ, ໃນນັ້ນ ສິນຄ້າຂ້າມຊາດ 6 ແສນ 4 ໝື່ນ 7 ພັນໂຕນ.

982

ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາເຄິ່ງປີເປັນຕົ້ນມາ, ອົງການເສັ້ນທາງລົດໄຟວາງແຜນເອກະພາບໃນການປ້ອງກັນແລະຄວບຄຸມໂຄວິດ-19 ແລະ ຈັດສັນການຂົນສົ່ງຜູ້ໂດຍສານ,ການວິເຄາະກົດເກນການເດີນທາງຂອງຜູ້ໂດຍສານທາງວິທະຍາສາດ, ຕອບສະໜອງຄວາມຕ້ອງການຂອງການເດີນທາງຂອງປະຊາຊົນຕາມເສັ້ນທາງລົດໄຟລາວ-ຈີນໃນການໄປຮ່ຳຮຽນ, ການໄປຢາມຄອບຄົວ, ການປິ່ນປົວພະຍາດ, ການທ່ອງທ່ຽວແລະການຄ້າ. ຕອນພາຍໃນປະເທດ ເພີ່ມລົດໄຟ EMU ຕາມສະພາບທີ່ເປັນໄປ,ມີລົດໂດຍສານເປີດບໍລິການສະເລ່ຍ 43.2 ຂະບວນຕໍ່ມື້, ສູງສຸດເຖິງ 65 ຂະບວນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດ 33.000 ເທື່ອຄົນຕໍ່ມື້. ຢູ່ຕອນລາວ, ເພີ່ມສະຖານີທີ່ດໍາເນີນວຽກງານກ່ຽວກັບການຂົນສົ່ງຜູ້ໂດຍສານ 10 ແຫ່ງ, ຊື້EMU "ລ້ານຊ້າງ" 1 ຂະບວນ ແລະ ລົດໄຟໂດຍສານດ້ວຍຄວາມໄວທຳມະດາ 1 ຂະບວນ, ບັນລຸ ລົດໄຟEMU ແລະລົດໄຟຄວາມໄວທໍາມະດາສາມາດດໍາເນີນຮ່ວມກັນ, ອໍານວຍການເລືອກຫຼາຍໃຫ້ແກ່ນັກທ່ອງທ່ຽວ,ມີລົດໂດຍສານເປີດບໍລິການສະເລ່ຍ 6 ຂະບວນຕໍ່ມື້, ສູງສຸດເຖິງ 8 ຂະບວນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດ 5.000 ເທື່ອຄົນຕໍ່ມື້.

988

ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງຂົນສົ່ງສາກົນທີ່ສະດວກສະບາຍລະຫວ່າງຈີນກັບອາຊຽນ, ຫຼຸດຜ່ອນເວລາການຂົນສົ່ງແລະ ຄ່າຂົນສົ່ງຢ່າງຫຼວງຫຼາຍ. ຕາມ RCEP ທີ່ມີຜັນສັກສິດ,ຄວາມຕ້ອງການດ້ານການຂົນສົ່ງສາກົນລະຫວ່າງຈີນ-ລາວນັບມື້ນັບຫຼາຍຂຶ້ນ.ນັດຕັ້ງແຕ່ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີທີ່ຜ່ານມາ, ຕອນຈີນ ແລະ ຕອນລາວໄດ້ສົ່ງອອກທັງໝົດ 4,03 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາດ 647,000 ໂຕນ, ມີ 21 ແຂວງແລະເມືອງພາຍໃນປະເທດໄດ້ເປີດລົດໄຟຂົນສົ່ງສິນຄ້າຂ້າມຊາດຢ່າງຕໍ່ເນື່ອງ, ປະເພດສິນຄ້າໃນການຂົນສົ່ງໄດ້ຂະຫຍາຍຈາກປຸ໋ຍເຄມີ ແລະ ສັບພະສິນຄ້າໃນຂັ້ນຕົ້ນ ມາເປັນສິນຄ້າຫຼາຍກວ່າ 100 ປະເພດເຊັ່ນ: ເຄື່ອງເອເລັກໂທຣນິກ, ພະລັງງານແສງແດດ, ແລະໝາກໄມ້ລະບົບຕ່ອງໂສ້ເຢັນ, ໄດ້ກວມເອົາເກືອບ 10 ປະເທດແລະພາກພື້ນລວມທັງໄທ, ມຽນມາ, ລາວ, ມາເລເຊຍ, ກຳປູເຈຍ, ແລະສິງກະໂປ.

991

6月3日,中老铁路开通运营满半年。截至6月2日,中老铁路客货运输呈现量质齐升态势,累计发送旅客327万人次,其中国内段286万人次、老挝段41万人次;发送货物403万吨,其中跨境货物64.7万吨。

982

复兴号列车通过中老铁路南溪河特大桥。

自中老铁路2021年12月3日开通运营以来,铁路部门统筹疫情防控和客运组织,科学分析旅客出行规律,较好地满足了中老铁路沿线民众求学、探亲、就医、旅游、商贸等出行需求。国内段,动态增开动车组列车,日均开行客车43.2列,最高峰开行65列,最高日发送旅客3.3万人次。老挝段,办理客运业务的车站增至10个;新购置1列“澜沧号”动车组和1列普速旅客列车,实现动车组与普速列车共线运行,为旅客提供更多选择,日均开行客车6列,高峰日开行8列,最高单日发送旅客近5000人次。

988

中老铁路在中国和东盟间构建起一条便捷国际物流通道,运输时间大幅压缩,物流成本显著降低。随着《区域全面经济伙伴关系协定》(RCEP)正式生效,中老国际物流需求日益旺盛。中老铁路开通运营半年以来,国内段和老挝段累计发送货物403万吨,其中跨境货物64.7万吨,国内21个省区市先后开行了中老铁路跨境货运列车,运输货物的品类由开通初期的化肥、百货扩展至电子、光伏、冷链水果等100多种,已覆盖泰国、缅甸、老挝、马来西亚、柬埔寨、新加坡等近10个国家和地区。(昆明日报记者王绍芬)


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/06

16:47

ແບ່ງປັນ

ແປ
翻译