ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ວັນທີ 29 ສິງຫານີ້, ກອງປະຊຸມຖະແຫຼງຂ່າວຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ເຊິ່ງໄດ້ແນະນຳການປະຕິບັດມາດຕະການຕ່າງໆຂອງລັດຖະບານສູນກາງກ່ຽວກັບການເລັ່ງລັດການເປີດກວ້າງຕາມພົມແດນນັບແຕ່ສ້າງຕັ້ງເຂດການຄ້າເສລີເປັນຕົ້ນມາ, ພ້ອມທັງຜົນສຳເລັດການປະຕິຮູບແລະປະດິດສ້າງໃນຂົງເຂດການລົງທຶນ, ການຄ້າແລະການເງິນ.
ໃນໄລຍະ 3 ປີທີ່ຜ່ານມາ, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ແມ່ນອີງໃສ່ລັກສະນະຂ້າມພົມແດນ ແລະ ຕາມພົມແດນ, ໂດຍປິ່ນອ້ອມ 159 ໜ້າທີ່ວຽກງານການທົດລອງປະຕິຮູບ, ຍຶດໝັ້ນໃນການທົດລອງຢ່າງກ້າຫານ, ການປັບປຸງດ້ວຍຕົນເອງ, ແລະສ້າງ 53 ຜົນສຳເລັດໃນການປະດິດສ້າງລະບອບຂ້າມພົມແດນຂອງເຂດຕາມພົມແດນ , ໃນນັ້ນມີ 46 ໂຄງການແມ່ນການປະດິດສ້າງເປັນຄັ້ງທຳອິດໃນແຂວງຢຸນນານ, ໄດ້ບັນລຸການເຊື່ອມໂຍງແບບກາຍະອິນຊີ ຂອງ"ການບຸກເບີກ ແຫ່ງຊາດ" ແລະ"ຂ້າມພົມແດນ". ໃນບັນດາຜົນສຳເລັດໃນການປະດິດ ສ້າງ, ລວມທັງຮູບແບບການບໍລິການປະກັນໄພລົດຂ້າມພົມແດນທີ່ມີປະສິດທິພາບ ແລະ ມີຄວາມສະດວກ; ຄົ້ນຫາຮູບແບບການຂົນສົ່ງຂ້າມຊາຍແດນຂອງ "ຜູ້ແທນຂັບຂີ່ລົດໂດຍແບ່ງສ່ວນ", ພາຍໃຕ້ສະພາບການລະບາດໂຄວິດ-19, ຈຳນວນການນຳເຂົ້າ ແລະ ສົ່ງອອກຂອງດ່ານເສັ້ນທາງເຫີກໍໃນປີ 2021 ເພີ່ມຂຶ້ນ 11,2% ທຽບໃສ່ເວລາດຽວກັນໃນປີກາຍນີ້; ສ້າງລະບົບຕິດຕາມກວດກາຜະລິດຕະພັນກະສິກຳທີ່ນຳເຂົ້າດ້ວຍພາກສ່ວນທີສາມ ເພື່ອຮັບຮູ້ແຫຼ່ງທີ່ມາຂອງສິນຄ້າແລະສາມາດຕິດຕາມບ່ອນທີ່ໄປຂອງສິນຄ້າ.
ໃນ 3 ປີທີ່ຜ່ານມາ, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ເສີມຂະຫຍາຍບົດບາດ“ ເຂດທົດລອງ” ເຊີ່ງເປັນການລົງເລິກປະຕິຮູບແລະເປີດກວ້າງການເປີດປະຕູສູ່ພາຍນອກ. ແຂວງຢຸນນານໄດ້ອອກເອກະສານຕ່າງໆເຊັ່ນ“ແຜນການຈັດຕັ້ງປະຕິບັດການປະຕິຮູບແລະການປະດິດສ້າງໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າແລະການລົງທືນໃນເຂດທົດລອງການຄ້າເສລີແຂວງຢຸນນານ” ເພື່ອອຳນວຍການສະໜັບສະໜູນດ້ານນະໂຍບາຍໃຫ້ແກ່ການປະຕິຮູບແລະນະວັດຕະກຳ. ພ້ອມດຽວກັນນີ້, ຖືເອົາ “ຮຽນແບບໄດ້”“ເຜີຍແຜ່ໃຫ້ກ້ວາງອອກໄດ້” ເປັນຂໍ້ກຳນົດພື້ນຖານ, ຍຶດໝັ້ນເສີມຂະຫຍາຍບົດບາດຂອງ"ສວນກ້າເບ້ຍແຫ່ງຊາດ" ແລະຄົ້ນຄວ້າເສັ້ນທາງການພັດທະນານະວັດຕະກຳທີ່ແຕກຕ່າງ, ໄດ້ສ້າງຜົນສຳເລັດດ້ານນະວັດຕະກຳ ດ້ານລະບອບທັງໝົດ 276 ປະການໃນ 3 ປີທີ່ຜ່ານມານີ້.
ໃນ 3 ປີທີ່ຜ່ານມາ, ລະດັບການຜ່ານດ່ານຊາຍແດນແບບຄວາມສະດວກຂອງເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ຮັບການຍົກສູງຢ່າງຈະແຈ້ງ. ແຂວງຢຸນນານໄດ້ວາງແຜນການລວມສຳລັບການກໍ່ສ້າງດ່ານສະຕິປັນຍາເພື່ອເລັ່ງລັດການເຊື່ອມໂຍງ ແລະ ການພັດທະນາລວມດ້ານບົດບາດດ່ານພາສີ, ເມືອງດ່ານພາສີ ແລະ ເສດຖະກິດດ່ານພາສີ. ເຂດການຄ້າເສລີພາກພື້ນກິ່ງແຂວງເຕີຫອງເປັນຜູ້ນຳໜ້າໃນການປະດິດສ້າງໃໝ່ແລະຈັດຕັ້ງປະຕິບັດຮູບແບບການຄຸ້ມຄອງ"ໜຶ່ງດ່ານພາສີປະສົມຫຼາຍຊ່ອງທາງ" ເພື່ອເສີມຂະຫຍາຍບົດບາດຂອງດ່ານພາສີ. ຢູ່ດ່ານຄຸນໝິງ ແລະ ບໍ່ຫານ, ມີ 6 ເສັ້ນທາງພິເສດໃໝ່ "ໜຶ່ງແລວທາງໜຶ່ເສັ້ນທາວ", ແລະ ຂະຫຍາຍ 4 ດ່ານພາສີໃໝ່ຄືທາງລົດໄຟບໍ່ຫານ, ທາງຫລວງເຫີກໍ, ທາງລົດໄຟເຫີກໍ ແລະ ທາງຫລວງທ່ຽນປາວ ເຊີ່ງເປັນດ່ານພາສີໝາກໄມ້ນຳເຂົ້າ ແລະ ສົ່ງອອກຈາກປະເທດໄທໂດຍຜ່ານປະເທດທີສາມ. ນອກຈາກນັ້ນ, ຍັງດຳເນີນຮູບແບບໃໝ່ຂອງການຮ່ວມມືດ້ານອຸດສາຫະກຳກະສິກຳ ແລະ ການລ້ຽງປະສຸສັດຂ້າມພົມແດນຖືກຈັດຕັ້ງປະຕິບັດ, ປະດິດສ້າງໃໝ່ແລະຈັດຕັ້ງປະຕິບັດຮູບແບບການຄຸ້ມຄອງ"ອິນເຕີເນັດ + ການຄ້າພົມແດນ". ເລັ່ງລັດການກໍ່ສ້າງສະຖານທີ່ຕິດຕາມກວດກາທີ່ດ່ານພາສີກຳນົດໄວ້.
ໃນ 3 ປີທີ່ຜ່ານມາ, ອຸດສາຫະກຳຂ້າມພົມແດນທີ່ມີລັກສະນະພາກພື້ນຂອງເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ສືບຕໍ່ພັດທະນາ. ເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ສຸມໃສ່ການພັດທະນາເສດຖະກິດຂອງສຳນັກງານໃຫຍ່, ການຜະລິດລະດັບສູງ, ເສດຖະກິດດິຈິຕອນແລະອຸດສາຫະກຳອື່ນໆ, ໃນ 3 ປີທີ່ຜ່ານມາ, ຈຳນວນວິສາຫະກິດໃໝ່ທີ່ລົງທຶນຈາກຕ່າງປະເທດ, ຜົນໄລ່ລວມໃນການນຳເຂົ້າແລະສົ່ງອອກ, ຈຳນວນເງິນທຶນຈາກຕ່າງປະເທດໃນການນຳໃຊ້ຕົວຈິງ, ມູນຄ່າລວມໃນການຜະລິດອຸດສາຫະກຳ ແລະ ງົບປະມານສາທາລະນະທົ່ວໄປໄດ້ເພີ່ມຂຶ້ນທົບສອງເທົ່າ. ໃນ 3 ປີທີ່ຜ່ານມາ, ເຂດການຄ້າເສລີພາກພື້ນກິ່ງແຂວງຫອງເຫີໄດ້ລາຍເຊັນໂຄງການຮ່ວມມືທັງໝົດ 56 ໂຄງການ, ໃນນັ້ນ 22 ໂຄງການໄດ້ຈັດຕັ້ງປະຕິບັດແລ້ວ, 8 ໂຄງການຮ່ວມມືດ້ານເສດຖະກິດໄດ້ນຳເຂົ້າວິສາຫະກິດຫຼາຍກວ່າ 400 ແຫ່ງ, ສວນອຸດສາຫະກຳການຄ້າເອເລັກໂຕຣນິກຂ້າມພົມແດນຈີນ - ອາຊຽນ (ເຫີກໍ) ໄດ້ປະດິດສ້າງຮູບແບບການສົ່ງອອກ “ການຄ້າຂ້າມພົມແດນອີຄອມເມີຊ + ຕະຫຼາດການຄ້າຊາຍແດນ” ເຊິ່ງໄດ້ດຶງດູດວິສາຫະກິດຫຼາຍກວ່າ 150 ແຫ່ງເຂົ້າມາຕັ້ງຖິ່ນຖານໃນສວນອຸດສາຫະກຳ. ເຂດການຄ້າເສລີພາກພື້ນກິ່ງແຂວງເຕີຫອງໄດ້ຊຸກຍູ້ການຮ່ວມມືດ້ານກະສິກຳຂ້າມພົມແດນລະຫວ່າງຈີນ - ມຽນມາ, ການນຳເຂົ້າຜະລິດຕະພັນກະສິກຳຫຼາຍກ່ວາ 1 ລ້ານໂຕນປະຈຳປີ, ເມືອງຣູ້ຍລີ້ຖືກຄັດເລືອກເປັນ"ເຂດສາທິດການຄ້າເອເລັກໂຕຣນິກ ໃນ100ຕາແສງ ໃນປີ 2017-2018", ເມືອງຣູ້ຍລີ້ເປັນອັນດັບທີ 4 ໃນທົ່ວປະເທດແລະອັນດັບ ໜຶ່ງໃນແຂວງ, ປະລິມານການຊຳລະສະສາງເງິນຢວນຈີນຂ້າມພົມແດນເກີນ 10 ຕື້ຢວນ. ນັບແຕ່ເດືອນສິງຫາປີ 2019 ຫາເດືອນກໍລະກົດປີ 2022, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ສ້າງຕັ້ງວິສາຫະກິດໃໝ່ 56,000 ແຫ່ງເຊິ່ງກວມເອົາ 11.98% ຂອງວິສາຫະກິດໃໝ່ໃນທົ່ວແຂວງໃນໄລຍະດຽວກັນ; ສຳເລັດການນຳເຂົ້າແລະສົ່ງອອກ 27.9136 ຕື້ຢວນ, ກວມເອົາ 32.58% ຂອງການນຳເຂົ້າແລະສົ່ງອອກການຄ້າຕ່າງປະເທດຂອງທົ່ວແຂວງໃນໄລຍະດຽວກັນ; ການນຳໃຊ້ເງິນທຶນຕ່າງປະເທດຕົວຈິງແມ່ນ 587 ລ້ານໂດລາສະຫະລັດ, ເຊິ່ງກວມເອົາ 28.71% ຂອງການນຳໃຊ້ເງິນທຶນຕ່າງປະເທດຕົວຈິງໃນທົ່ວແຂວງໃນໄລຍະດຽວກັນ.
ໃນ 3 ປີທີ່ຜ່ານມາ, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ສຸມໃສ່ແກ້ໄຂບັນຫາການກີດຂວາງຕະຫຼາດ, ຄວາມຕ້ອງການທີ່ວິສາຫະກິດບໍ່ສາມາດຕອບສະຫນອງລູກຄ້າຢ່າງເຕັມສ່ວນ, ແລະລູກຄ້າຕ້ອງການວິສາຫະກິດຕອບສະຫນອງຢ່າງຮີບດ່ວນ, ແລະຈຸດຫຍຸ້ງຍາກໃນການເປີດກວ້າງ. ໃນນັ້ນ, ເວທີ "ປ່ອງຢ້ຽມ ດຽວ" ຂອງການຄ້າສາກົນ ສາມາດໃຫ້ວິສາຫະກິດລະດຸມທຶນທາງອອນໄລນ໌ໂດຍບໍ່ຕ້ອງການຄ້ຳປະກັນ ແລະ ຈາກເປີດບັນຊີຮອດການລະດຸມທຶນໃຊ້ເວລາພຽງ 5 ວັນ; ຮູບແບບໃໝ່ຂອງ"ການຊຳລະສະສາງໃນຕະຫຼາດການຄ້ຊາຍແດນ" ໄດ້ແກ້ໄຂບັນຫາຂອງການເຮັດທຸລະກິດ ແລະ ການຮ້ອງຂໍທີ່ມີຄວາມຈິງຕ່ຳ ແລະ ມີຄວາມຫຍູ້ງຍາກໃນການກວາກາດລາຄາ ເຊິ່ງສົ່ງເສີມການເພີ່ມຂື້ນຂອງປະເພດສິນຄ້າແລະເງິນການຄ້າສົ່ງອອກໃນຕະຫຼາດການຄ້າລະຫວ່າງປະຊາຊົນຊາຍແດນ.
ໃນ 3 ປີທີ່ຜ່ານມາ, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ໄດ້ລົງເລິກການປະຕິຮູບ"ການປ່ອຍ ການຄຸ້ມຄອງ ການບໍລິການ" ຢ່າງຮອບດ້ານໂດຍສອດຄ່ອງກັບສະພາບແວດລ້ອມທາງການດຳເນີນທຸລະກິດລະດັບໜຶ່ງ. ທີໜຶ່ງ, ສົ່ງເສີມການແບ່ງອຳນາດຄຸ້ມຄອງຂັ້ນແຂວງ, ໃນທ້າຍປີ 2020, 73 ປະການຂອງອຳນາດ ການຄຸ້ມຄອງຂັ້ນແຂວງຄັ້ງທຳອິດຖືກມອບໃຫ້ຄະນະກຳມະການຄຸ້ມຄອງເຂດຕ່າງໆ; ທີສອງ, ເພື່ອສົ່ງເສີມການປະຕິຮູບ "ໜຶ່ງຂະແໜງການ ໜຶ່ງໃບຢັ້ງຢືນ", ຫຼູດຜ່ອນຕົ້ນທຶນໃນການເຮັດທຸລະກິດແລະກະຕຸກຊຸກຍູ້ກຳລັງຂັບເຄື່ອນຂອງຕະຫຼາດເປັນກົກ; ສ່ວນທີສາມ, ເພື່ອສົ່ງເສີມການຈັດຕັ້ງປະຕິບັດລະບົບການກວດກາດການແຂ່ງຂັນທີ່ຍຸດຕິທໍາ; ທີສີ່, ປັບປຸງລະບົບການປົກປ້ອງ ແລະ ນຳໃຊ້ສິດທິຊັບສິນທາງປັນຍາ, ສົ່ງເສີມການກໍ່ສ້າງເວທີສິດທິຊັບສິນທາງປັນຍາ ແລະ ອຳນວຍບໍລິການສັງລວມໃນດ້ານສິດທິຊັບສິນທາງປັນຍາໃຫ້ແກ່ຜູ້ປະດິດສ້າງໃໝ່ສ່ວນໃຫຍ່; ທີຫ້າ, ສົ່ງເສີມການກໍ່ສ້າງຈຸດການທົດລອງແລະການປະຕິຮູບລະບົບການຢັ້ງຢືນແລະການລົງທະບຽນຂອງຫນ່ວຍງານການດຳເນີນທຸລະກິດໃນເຂດທົດລອງການຄ້າເສລີ, ເພີ່ມທະວີການນຳໃຊ້ເວທີການບໍລິການ "ປ່ອງຢ້ຽມໜຶ່ງ" ; ທີຫົກ, ນຳໜ້າໃນການດຳເນີນການຄົ້ນຄ້ວາກົດລະບຽບ RCEP ແລະປະເທດສະມາຊິກ, ອອກ"ແຜນການເຂດທົດລອງການຄ້າເສລີຈີນ (ຢຸນນານ) ເຂົ້າຮ່ວມໃນ ‘ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ’ (RCEP)" ແລະດຳເນີນການທົດສອບຄວາມດັນກ່ອນຢ່າງຕັ້ງໜ້າ.
ໃນຂັ້ນຕອນຕໍ່ໄປ, ເຂດທົດລອງການຄ້າເສລີຈີນ (ຢຸນນານ) ຈະສອດຄ່ອງກັບກົດລະບຽບ ເສດຖະກິດ ແລະ ການຄ້າທີ່ມີມາດຕະຖານສູງໃນສາກົນ ເຊັ່ນ: RCEP, ແລະວາງແຜນໃໝ່ເພື່ອລົງເລິກການປະຕິຮູບ ແລະ ການເປີດກວ້າງ, ພະຍາຍາມສ້າງສວນສາທາລະນະການຄ້າເສລີເຊິ່ງດຳເນີນການຄ້າ ແລະ ການ ລົງທຶນ ທີ່ສະດວກ, ການຂົນສົ່ງ ແລະ ການຄົມມະນາຄົມຢ່າງວ່ອງໄວ, ການໝູນວຽນຂອງປັດໃຈຢ່າງເສລີ, ນະວັດຕະກຳ ແລະ ການບໍລິການທາງການເງິນໄດ້ຮັບປັບປູງດີຂື້ນ, ການກວດກາດ ແລະ ການຄຸ້ມຄອງມີຄວາມປອດໄພ ແລະ ປະສິດທິພາບ, ສິ່ງແວດລ້ອມນິເວດມີຄຸນນະພາບລະດັບສູງ ແລະ ການແຜ່ລັດສະໝີມີບົດບາດອັນພົ້ນເດ່ັນ.
8月29日,“云南这十年”系列新闻发布会中国(云南)自由贸易试验区专场发布会在昆明举行,介绍了自贸试验区成立以来全面落实中央关于加快沿边开放要求的各项举措,以及在投资、贸易、金融等领域的改革创新成果。
3年来,中国(云南)自由贸易试验区立足沿边跨境特色,围绕159项改革试点任务,坚持大胆试、大胆闯、自主改,形成沿边跨境特色制度创新成果53项,其中的46项属云南首创,实现了“全国首创”和“沿边跨境”的有机融合。创新成果中,包括突破性创新高效便捷跨境车险服务模式;探索“分段代驾”跨境运输模式,疫情背景下,河口公路口岸2021年进出口货运量同比增长11.2%;构建进口农副产品第三方溯源体系,实现货物来源可追溯和流向可跟踪等。
3年来,中国(云南)自由贸易试验区发挥深化改革和扩大开放的“试验田”作用。我省印发了《云南省推进自贸试验区贸易投资便利化改革创新实施方案》等文件,为改革创新提供政策支持。同时,以可复制、可推广为基本要求,坚持发挥“国家苗圃”作用,积极探索差异化创新发展道路,3年来共形成276项制度创新成果。
3年来,中国(云南)自由贸易试验区通关便利化水平明显提升。我省制定出台智慧口岸建设总体方案,加快口岸功能、口岸城市、口岸经济“三位一体”融合发展。在自贸试验区德宏片区,率先创新实施“一口岸多通道”管理模式,拓展和丰富口岸功能。在昆明、磨憨口岸,新设6条“一带一路”专用通道,新增磨憨铁路、河口公路、河口铁路、天保公路4个口岸为泰国过境第三国进出口水果口岸。此外,开展跨境农畜产业合作新模式,创新实施“互联网+边民互市贸易”监管模式,加快口岸指定监管场地建设。
3年来,中国(云南)自由贸易试验区区域性跨境产业不断发展。自贸试验区昆明片区重点发展总部经济、高端制造、数字经济等产业,3年来,新设外资企业数、进出口总额、实际利用外资额、工业总产值、一般公共预算等主要经济指标实现翻番。自贸试验区红河片区3年来共签约合作项目56个,其中22个项目已落地运营,8个平台经济型合作项目共引进400余家企业,中国—东盟(河口)跨境电子商务产业园自主创新“电商跨境+边民互市”的出口模式,吸引了150余户企业入驻。自贸试验区德宏片区创新推进中缅跨境农业合作,农产品年进口100余万吨,瑞丽市入选“2017—2018电商示范百佳县”,排名全国第四、全省第一,跨境人民币结算量连年超过百亿元。自2019年8月成立至2022年7月,中国(云南)自由贸易试验区新设企业5.6万户,占同期全省新设企业的11.98%;完成外贸进出口2791.36亿元,占同期全省外贸进出口的32.58%;实际使用外资5.87亿美元,占同期全省实际使用外资的28.71%。
3年来,中国(云南)自由贸易试验区着力解决市场堵点、企业痛点、开放难点。其中,国际贸易“单一窗口”平台线上免担保融资使企业从开户到融资落地仅需5个工作日;“边民互市结算”新模式解决了交易及申报真实度低、审价难的问题,促进了边民互市贸易出口商品种类增加与贸易额增长。
3年来,中国(云南)自由贸易试验区对标一流营商环境,全面深化“放管服”改革。一是推动省级管理权限下放,2020年底已将第一批73项省级管理权限向各片区管委会下放;二是推进“一业一证”改革,降低制度性交易成本,激发市场主体活力;三是推进实施公平竞争审查制度;四是健全完善知识产权保护和运用体系,推动知识产权平台建设,为广大创新主体提供“一站式”知识产权综合服务;五是推进自贸试验区商事主体登记确认制改革试点,深化开办企业“一窗通”服务平台运用;六是率先开展RCEP规则及成员国国别研究,印发《中国(云南)自由贸易试验区参与〈区域全面经济伙伴关系协定〉(RCEP)行动方案》,积极开展先行先试和压力测试。
下一步,中国(云南)自由贸易试验区将对标RCEP等国际高标准经贸规则,谋划推进深化改革开放的新方案,努力建设成为贸易投资便利、交通物流通达、要素流动自由、金融服务创新完善、监管安全高效、生态环境质量一流、辐射带动作用突出的自由贸易园区。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
09/01
16:08
— ແບ່ງປັນ —