ມາຈາກ:ຈຳປາເມືອງລາວ
ເມືອງທີ່ຫ່າງໄກແຕ່ທຸກຄົນປະທັບໃຈເມື່ອໄດ້ໄປເຍືອນ
ແຂວງຫົວພັນຕັ້ງຢູ່ໃຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຂອງ ສປປ ລາວ ແລະ ເປັນສະຖານທີ່ທີ່ຍັງບໍ່ທັນໄດ້ມີນັກທ່ອງທ່ຽວທ່ານໃດໄດ້ເຫັນ ແລະ ສໍາຜັດສະຖານທີ່ແຫ່ງນີ້ມາກ່ອນ. ແຂວງຫົວພັນແມ່ນເຕັມໄປດ້ວຍວິວທິວທັດທີ່ງົດງາມຂອງພູຜາປ່າໄມ້ໄປຈົນຮອດນໍ້າຕົກຕາດທີ່ສວຍງາມ ແລະ ຖ້ຳທີ່ແສນອັດສະຈັນ. ແຂວງນີ້ຍັງເຕັມໄປດ້ວຍຊົນເຜົ່າທີ່ຫຼາກຫຼາຍ ແລະ ໜ້າສົນໃຈ, ປະເພນີການທໍຜ້າທີ່ງົດງາມ ແລະ ປະຫວັດສາດອັນອຸດົມສົມບູນ. ອີງຕາມແຜນການເປີດສະໜາມບິນແຫ່ງໃໝ່, ແນ່ນອນວ່າ ແຂວງຫົວພັນຈະຕ້ອງມີນັກທ່ອງທ່ຽວເຂົ້າມາທ່ຽວຢ່າງຫຼວງຫຼາຍໃນອະນາຄົດ. ສະນັ້ນ, ຖ້າຫາກທ່ານຢາກສຳພັດຄວາມງົດງາມທາງທຳມະຊາດຂອງແຂວງຫົວຜັນກໍຈະຕ້ອງໄດ້ໄປຢ້ຽມຢາມກ່ອນທີ່ກຸ່ມນັກທ່ອງທ່ຽວຈຳນວນຫຼາຍຈະເຂົ້າມາທ່ຽວ.
ຊຳເໜືອ
ເມືອງຫຼວງຂອງແຂວງຫົວພັນນັ້ນແມ່ນເມືອງຊຳເໜືອ ແລະ ເມືອງນີ້ແມ່ນເມືອງໜຶ່ງທີ່ມີເຄື່ອງຫັດຖະກໍາຂອງຊົນເຜົ່າມົ້ງ, ໄທດຳ, ໄທແດງ, ແລະ ໄທລື້ ຊຶ່ງຈະວາງຂາຍຢູ່ໃນຕະຫຼາດຊົນເຜົ່າ ທີ່ແຄມແມ່ນ້ຳຊຳ ໃນໝູ່ບ້ານທີ່ງຽບສະຫງົບແຫ່ງນີ້ ແມ່ນຕັ້ງຢູ່ໃນເຂດພູດອຍທີ່ງົດງາມທີ່ສຸດຂອງປະເທດລາວ ພ້ອມທັງເປັນສູນກາງເຕົ້າໂຮມຂອງການປະຕິວັດ. ນັກທ່ອງທ່ຽວສ່ວນຫຼາຍມາທ່ອງທ່ຽວທີ່ແຂວງຊຳເໜືອກໍ່ແມ່ນເພື່ອຈະມາທ່ຽວຊົມແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດອັນໂດດເດັ່ນຂອງຊາດລາວເຮົາ.
ເສົາຫຼັກເມືອງ
ຫຼາຍໆສະຖານທີ່ໃນປະເທດລາວແມ່ນກໍ່ມີເສົາຫຼັກເມືອງເຊັ່ນກັນ. ປະຊາຊົນໃນທ້ອງຖິ່ນໄດ້ເຊື່ອກັນວ່າສະຖານທີ່ແຫ່ງນີ້ເປັນບ່ອນພັກເຊົາຂອງວິນຍານທີ່ຄຸ້ມຄອງປົກປັກຮັກສາບ້ານເມືອງໃຫ້ມີສຸຂະພາບແຂງແຮງ ແລະ ລ້ຳລວຍ ຊຶ່ງຈະບູຊາດ້ວຍທູບທຽນ ແລະ ດອກໄມ້ເພື່ອຂໍພອນເລື່ອງສຸຂະພາບ, ຄວາມສໍາເລັດ, ຫຼື ຄວາມຮັ່ງມີ. ໃນເມືອງຊຳເໜືອ, ເສົາຫຼັກເມືອງແມ່ນຈະຕັ້ງຢູ່ສີ່ແຍກທີ່ປະດັບດ້ວຍລວດລາຍພື້ນເມືອງອັນສະດຸດຕາ.
ສວນອຸທິຍານມິດຕະພາບ ຫົວພັນ-ກວາງນິງ
ຊາວເມືອງພາກັນມາເຕົ້າໂຮມກັນທີ່ບໍລິເວນລານກວ້າງໃຈກາງເມືອງຊຳເໜືອແຫ່ງນີ້ ເພື່ອອອກກຳລັງກາຍ ໂດຍສະເພາະຕອນເຊົ້າ ແລະ ຕອນແລງ. ຊຶ່ງຈະມີຫີນຂະໜາດໃຫຍ່ທີ່ສື່ເຖິງຫີນບູຮານທີ່ມີຊື່ສຽງໂດ່ງດັງຊຶ່ງຕັ້ງຢູ່ໃນແຂວງຫົວພັນ.
ວັດສີບຸນເຮືອງ
ທັດສະນີຍະພາບທີ່ສວຍງາມສະດຸດຕາຂອງພູມສັນຖານທີ່ອ້ອມຮອບໄປດ້ວຍທຳມະຊາດແມ່ນໜຶ່ງໃນຈຸດເດັ່ນຂອງວັດນີ້. ວັດສີບຸນເຮືອງຕັ້ງຢູ່ເທິງຈອມພູທີ່ສາມາດແນມເຫັນທິວທັດທີ່ກວ້າງໃຫຍ່ຂອງເມືອງຊຳເໜືອ ແລະ ພູຜາອ້ອມຮອບ. ນັກທ່ອງທ່ຽວຍັງສາມາດໄປໄຫວ້ຮູບປັ້ນພະເຈົ້າອົງຕື້ທີ່ມີຊື່ສຽງໂດ່ງດັງໄດ້ອີກດ້ວຍ.
ນ້ຳຕົກຕາດນ້ຳນົວ
ນໍ້າຕົກຕາດນ້ຳນົວ ເປັນນໍ້າຕົກຕາດແຫ່ງໜຶ່ງທີ່ນ່າທຶ່ງຂອງປະເທດລາວ. ນໍ້າຕົກຕາດນີ້ແມ່ນຈະມີຄວາມສວຍງາມເປັນພິເສດໃນລະດູຝົນ, ຊຶ່ງເປັນນໍ້າຕົກຕາດທີ່ໃຫຍ່ທີ່ສຸດ, ດ້ວຍຄວາມສູງ 80 ແມັດຈາກຂັ້ນທີ່ສອງ. ຊຶ່ງນັ້ນແມ່ນບ່ອນທີ່ເໝາະສຳລັບການກິນເຂົ້າປ່າ ແລະ ລອຍນໍ້ຳຫຼິ້ນໃນຕາດຂັ້ນລຸ່ມ.
ຖໍ້າປະຕິວັດ
ກອງບັນຊາການໃຫຍ່ຂອງຂະບວນການປະຕິວັດລາວແມ່ນໄດ້ຕັ້ງຢູ່ທີ່ແຫ່ງນີ້. ຜູ້ນໍາປະຕິວັດລາວແມ່ນລ້ວນແລ້ວແຕ່ສ້າງທີ່ພັກຢູ່ໃນຖ້ຳທແຂວງຫົວພັນໃນປີ 1964 ພ້ອມດ້ວຍໂຮງໝໍ, ຫ້ອງການ, ໂຮງຮຽນ, ໂຮງພິມ ແລະ ຕະຫຼາດທັງໝົດຢູ່ພາຍໃນຖ້ຳ ຊຶ່ງໄດ້ກາຍເປັນຈຸດໃຈກາງຂອງຂະບວນການຕໍ່ສູ້ປົດປ່ອຍປະເທດລາວ. ທ່ານສາມາດຫາຜູ້ນຳທ່ຽວຈາກສູນນັກທ່ອງທ່ຽວເພື່ອສຶກສາໃຫ້ເຂົ້າໃຈປະຫວັດສາດຢ່າງແທ້ຈິງຂອງພື້ນທີ່ນີ້.
ຫີນຕັ້ງ
ຫີນຕັ້ງອັນລຶກລັບແຫ່ງນີ້ແມ່ນໄດ້ຖືກສ້າງຂຶ້ນໂດຍອາລິຍະທໍາທີ່ຍັງບໍ່ມີໃຜຮູ້ທີ່ມາ ຄາດວ່າ້າຈະແມ່ນບັນພະບຸລຸດຜູ້ສ້າງທົ່ງໄຫຫີນໄດ້ສ້າງຕັ້ງຂຶ້ນ ແຕ່ບໍ່ສາມາດລະບຸໄດ້ວ່າເມື່ອໃດທີ່ອາລິຍະທໍານີ້ໄດ້ຫາຍໄປ – ແຕ່ຄາດວ່າ້າຈະແມ່ນເມື່ອພັນປີກ່ອນ . ຫີນຕັ້ງຖືກຄາດວ່າເປັນສະຖານທີ່ໃນການຈັດງານສົບຄືກັບຕຳນານທົ່ງໄຫຫີນ. ນອກຈາກນັ້ນ, ພວກເຮົາກໍ່ບໍ່ຮູ້ຂໍ້ມູນອື່ນອີກ.
ຕາດສະເຫຼີ້ຍ
ໃນຊ່ວງເດືອນທີ່ອົບອຸ່ນ, ປະຊາຊົນຄົນລາວຈະມັກພາກັນມາພັກຜ່ອນຢູ່ທີ່ນ້ຳຕົກຕາດແຫ່ງນີ້. ແມ່ນໍ້າແມ່ນຈະໄຫຼລິນລົງມາຜ່ານທາງດ່ານຫີນ. ຖ້າທ່ານຕ້ອງການປີນຂຶ້ນໄປເທິງຈູດສູງສຸດ ແມ່ນກໍ່ຈະມີເສັ້ນທາງທີ່ຢູ່ໃກ້ໆບໍລິເວນນັ້ນ. ຊຶ່ງຢູ່ໃນເຂດນັ້ນກໍ່ຈະມີບັນດາພໍ່ຄ້າຊາວຂາຍທີ່ພາກັນມາຂາຍອາຫານວ່າງ ແລະ ແຜ່ນແພທີ່ຜະລິດຢູ່ໃນເຂດທ້ອງຖິ່ນຂອງປະຊາຊົນບັນດາຊາວເຜົ່າ.
ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ
ຄົນຮັກທຳມະຊາດແມ່ນຈະຖືກໃຈພື້ນທີ່ນີ້ເປັນພິເສດ ເພາະເປັນພື້ນທີ່ທີ່ມີໂອກາດສູງສຸດທີ່ຈະເຫັນສັດປ່າທີ່ມີຢູ່ໃນປະເທດລາວ. ການທ່ອງທ່ຽວທີ່ເປັນທີ່ນິຍົມທີ່ສຸດແມ່ນຈະເປັນແບບ Night Safari ການເບັດຍາມກາງຄືນດີໃນໜຶ່ງມື້ ຊຶ່ງນັກທ່ອງທ່ຽວຈະສາມາດເຫັນກວາງ, ແມວ, ແລະ ນົກ ຫຼາຍຊະນິດທີ່ອາໄສຢູ່ຕາມທຳມະຊາດຂອງພວກມັນລຽບຕາມແມ່ນ້ຳ. ນອກຈາກນີ້, ຍັງມີການຍ່າງປ່າແບບຫຼາຍມື້ ຊຶ່ງຈະໄດ້ຍ່າງຜ່ານປ່າເມກໝອກໄປຈົນຮອດຍອດຂອງພູເລີຍ.
ຮູບໂດຍ ພູນຊັບ ເທວົງສາ
(昆明信息港综合整理)
这个偏远的省份 只要去到那里便能让人留下深刻印象
华潘省位于老挝东北部,是一个游客罕至,鲜有人前往亲眼所见、亲身体会的地方。华潘省从巍峨的山脉到美丽的瀑布再到壮丽的洞穴,到处遍布着美丽的自然风光。该省还拥有多样的民族,美丽的编织传统和丰富的历史。随着开设新机场的计划开始实施,华潘未来肯定会迎来大量的游客。因此,想要体验华潘省的自然美景,一定要在大批游客前来参观之前先到访。
华潘省省会桑怒省
华潘省的省会是桑怒省,桑怒省有苗族、泰丹族、泰连族和泰勒族的手工艺制品,在南桑河边的民族市场上摆卖,这座安静祥和的村庄坐落在老挝最美丽的山区中,同时也是革命聚集地。大多数游客来到桑怒省主要为了参观老挝优秀的历史,欣赏优美的自然风光。
城柱
在老挝的许多地方都有城柱。当地人民相信城柱是守护村庄神灵的居所,保佑村庄村庄繁荣,人民康健,人们用香和鲜花供奉城柱,以祈求身体健康,事业有成、财源广进。在桑怒省,城柱位于十字路口并用醒目的传统图案装饰。
华潘-广宁友谊广场
市民会在早晚聚集到桑怒省的这片中心区域锻炼身体,这里著名的巨大的立石可以追溯到古代时期。
西奔凰寺
周围壮丽的景观是这座寺庙的一大亮点。西奔凰寺坐落在一座可以俯瞰怒桑县和周围广阔的群山景观的山顶山。游客还可以参观著名的Chao Ong Teu像。
南努瀑布
南努瀑布是老挝最壮观的瀑布之一,瀑布在雨季时尤为美丽,是规模最大的瀑布,从第二层起高达80米。底层瀑布是适合野餐和游泳的好地方。
革命洞
老挝革命运动的指挥总部就设立在这里,1964年,老挝革命领袖在华潘省的山洞里设立了休息区、医院、办公室、学校和市场,山洞成为了老挝解放斗争运动的中心。您可以从向导中心了解这个地方的历史。
神秘巨石
这些神秘巨石是由一个未知文明创造的,猜测是石缸平原的创始祖先建立起来的,但不知道这个文明是什么时候消失的,但预计是在千年前。猜测这些巨石的用途和石缸平原的巨石的用途类似,用于葬礼。此外,就不知晓其他信息了。
萨勒瀑布
在气候温暖的月份,老挝人喜欢一同到这里放松身心。水从光滑的岩壁上倾泻而下,如果你想爬到顶部,附近有一条小径。在那里,有商人出售当地小吃和少数民族纺织品。
南艾-普勒国家森林保护区
这个地方非常受自然爱好者的喜爱,因为在这里有较大的机会看到老挝野生动物。最受欢迎的夜间一日游可以让游客在河流顺流而下的自然栖息地看到多种鹿、猫和鸟类。您还可以选择穿越云雾森林到达普勒山顶的多日徒步游。
摄影:Phunsap Thevongsa
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
07/14
17:47
— ແບ່ງປັນ —