ການເຄື່ອນໄຫວລາດຕະເວນຮ່ວມສາຍແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທຄັ້ງທີ 121 ໄດ້ເປີດຕົວຢ່າງເປັນທາງການ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄໍາປະເສີດ)ຕາມຂ່າວຈາກພະແນກ ປກສ ແຂວງຢຸນນານ,ຕອນເຊົ້າວັນທີ 20 ກັນຍານີ້,ເຮືອປະຕິບັດກົດໝາຍຈໍານວນ3 ລຳຂອງຈີນໄດ້ອອກຈາກທ່າເຮືອ ຈິ້ງຊ່ານ ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ,ການເຄື່ອນໄຫວລາດຕະເວນຮ່ວມສາຍແມ່ນ້ຳຂອງຂອງຈີນ-ລາວ-ມຽນມາ-ໄທຄັ້ງທີ 121 ໄດ້ເລີ່ມດຳເນີນຢ່າງເປັນທາງການ.

1129018906_16637175435431n

ການເຄື່ອນໄຫວຄັ້ງນີ້,ພາກສ່ວນປະຕິບັດກົດໝາຍຂອງຈີນ,ລາວ,ມຽນມາ ແລະ ໄທໄດ້ສົ່ງເຮືອປະຕິບັດກົດໝາຍທັງໝົດ 6 ລຳ ພ້ອມດ້ວຍຜູ້ປະຕິບັດກົດໝາຍ 100 ກວ່າຄົນ,ການລາດຕະເວນຮ່ວມເປັນເວລາ 4 ວັນ ແລະ 3 ຄືນ ໄດ້ດຳເນີນຢູ່ເຂດນ້ຳລ້ານຊ້າງ-ແມ່ນ້ຳຂອງແບບ“ບໍ່ຕິດຕໍ່”.ໃນການເຄື່ອນໄຫວດັ່ງກ່າວ,ປະເທດລາວຈະມອບຫຼຽນຕາຄວາມກ້າຫານຫຼືຫຼຽນມິດຕະພາບຂອງກອງທັບປະຊາຊົນລາວໃຫ້ແກ່ກຸ່ມ ແລະ ບຸກຄົນຂອງຝ່າຍຈີນ 37 ຄົນທີ່ໄດ້ປະກອບສ່ວນອັນດີເດັ່ນໃນການປະຕິບັດກົດໝາຍລາດຕະເວນຮ່ວມສາຍແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ແລະ ການຮ່ວມມືດ້ານການປະຕິບັດກົດໝາຍປະເທດຈີນ-ປະເທດລາວ. 

记者从云南省公安厅获悉,9月20日上午,随着3艘中方执法艇从云南省西双版纳傣族自治州景哈码头鸣笛启航,第121次中老缅泰湄公河联合巡逻执法行动正式启动。

1129018906_16637175435431n

此次行动,中老缅泰四国执法部门共派出执法艇6艘、执法队员100余人,采取“非接触”方式在澜沧江—湄公河相关水域开展为期4天3夜的联合巡逻执法行动。行动期间,老挝将为在中老缅泰湄公河联合巡逻执法和中老执法合作交流中作出突出贡献的中方37个集体和个人,分别授予老挝人民军英勇勋章或友谊勋章。


[ບັນນາທິການ:ຄໍາປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

09/21

10:39

ແບ່ງປັນ

ແປ
翻译