ແຂວງຢຸນນານໄດ້ກໍ່ສ້າງສູນການແຜ່ລັດສະໝີ ແລະ ສົ່ງປະສິດທິຜົນຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຢ່າງມີຜົນສຳເລັດ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນຕອນເຊົ້າ ວັນທີ 15 ສິງຫາ, ກອງປະຊຸມຖະແຫຼງຂ່າວກ່ຽວກັບ "10 ປີຂອງແຂວງຢຸນນານ " ແລະ ກອງປະຊຸມພິເສດກ່ຽວກັບການກໍ່ສ້າງສູນການແຜ່ລັດສະໝີ ແລະ ສົ່ງປະສິດທິຜົນຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ໄດ້ຈັດຂື້ນໃນຫໍປະຊຸມຫາຍເກີງ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງໄດ້ແນະນຳສະພາບການ ແລະ ຕອບຄຳຖາມຂອງນັກຂ່າວ.

ນະຄອນຄຸນໝິງກາຍເປັນເມືອງເອກຂອງແຂວງພຽງແຫ່ງດຽວໃນປະເທດທີ່ມີ "ຊາຍແດນ"

ຕາມການແນະນຳ, ການຄ້າກັບຕ່າງປະເທດຂອງແຂວງຢຸນນານໄດ້ສືບຕໍ່ຂະຫຍາຍຕົວ ໃນໄລຍະ 10 ປີທີ່ຜ່ານມາ, ມູນຄ່າການນຳເຂົ້າ ແລະ ການສົ່ງອອກຂອງການຄ້າກັບຕ່າງປະເທດທັງໜົດໄດ້ເພີ່ມຂຶ້ນຈາກ 132.59 ຕື້ຢວນໃນ ປີ 2012 ມາເປັນ 31.438 ຕື້ຢວນໃນປີ 2021, ສະເລ່ຍເພີ່ມຂຶ້ນ 11% ຕໍ່ປີ. ລະດັບການຜ່ານດ່ານພາສີແບບສະດວກໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ເວລາການຜ່ານດ່ານພາສີຂອງການນຳເຂົ້າແລະສົ່ງອອກໂດຍລວມໃຊ້ເວລາ 7.93 ຊົ່ວໂມງແລະ 0.15 ຊົ່ວໂມງ, ເປັນອັນດັບທີ 3 ແລະອັນດັບທີ 2 ພາຍໃນປະເທດ. ເຂດຄ້າເສລີພາກພື້ນນະຄອນຄຸນໝິງໄດ້ຮັບການຊຸກຍູ້ຢ່າງສະດວກ, ເລັ່ງລັດການກໍ່ສ້າງເຂດໃຈກາງໃໝ່ແຂວງຢຸນນານ, ການກໍ່ສ້າງເຂດທົດລອງການພັດທະນາ ແລະ ການເປີດກວ້າງເມືອງລ້າ(ບໍ່ຫານ)ຢ່າງວ່ອງໄວ ແລະ ເຂດຮ່ວມມືເສດຖະກິດຊາຍແດນ(ຂ້າມຊາຍແດນ) ມີການພັດທະນາຢ່າງຕໍ່ເນື່ອງ,ເຂດທົດລອງການຄ້າເອເລັກໂຕຣນິກຂ້າມຊາຍແດນ 3 ແຫ່ງຂອງນະຄອນຄຸນໝິງ, ກິ່ງແຂວງເຕີຮອງ ແລະ ກິ່ງແຂວງຮອງເຫີໄດ້ຮັບການອະນຸມັດ. ຊຸກຍູ້ການກໍ່ສ້າງດ່ານສາກົນບໍ່ຫານໂດຍຮ່ວມມືລະຫ່ວາງບັນດາແຂວງ, ເມືອງແລະກິ່ງແຂວງ, ເພື່ອໃຫ້ນະຄອນຄຸນໝິງກາຍເປັນເມືອງເອກຂອງແຂວງພຽງແຫ່ງດຽວໃນປະເທດທີ່ມີ "ຊາຍແດນ"

ໃນຂະນະດຽວກັນ, ລະດັບການເປີດກວ້າງດ້ານການເງິນໄດ້ຮັບການຍົກລະດັບຢ່າງຊັດເຈນ, ກິດຈະການເງິນຢວນຈີນຂ້າມຊາຍແດນໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມາຮອດເດືອນມິຖຸນາປີ 2022, ຈຳນວນເງິນຢວນຈີນຊຳລະສະສາງຂ້າມຊາຍແດນໃນທົ່ວແຂວງໄດ້ສະສົມ 68.9295 ລ້ານຢວນ, ແລະໄດ້ສ້າງກິດຈະການເງິນຢວນຈີນຂ້າມຊາຍແດນກັບ 106 ປະເທດ (ພາກພື້ນ) ຢູ່ຕ່າງປະເທດ, ບັນລຸການປົກຄຸມຢ່າງເຕັມສ່ວນຕໍ່ບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ທີ່ໄດ້ສ້າງສາຍພົວພັນທາງການທູດ. 

ເປົ້າຫມາຍການຄ້າຂອງທົ່ວແຂວງມີ 200 ປະເທດແລະພາກພື້ນ

ໃນສິບປີທີ່ຜ່ານມາ,ຂະໜາດການຄ້າຕ່າງປະເທດຂອງແຂວງຢຸນນານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຍອດມູນຄ່າການນຳເຂົ້າແລະສົ່ງອອກໍຂອງທົ່ວແຂວງໄດ້ເພີ່ມຂຶ້ນຈາກ 21 ຕື້ໂດລາສະຫະລັດໃນປີ 2012 ມາເປັນ 48.66 ຕື້ໂດລາສະຫະລັດໃນປີ 2021, ສະເລ່ຍເພີ່ມຂຶ້ນ 9,8% ຕໍ່ປີ, ບັນລຸ"ສອງບາດກ້າວ" ທີ່ 300 ຕື້ຢວນແລະ 40 ຕື້ໂດລາສະຫະລັດ. ປັດຈຸບັນນີ້, ເປົ້າຫມາຍການຄ້າຂອງທົ່ວແຂວງມີ 200 ປະເທດແລະພາກພື້ນ, ໃນປີ 2021, ການຄ້າກັບບັນດາປະເທດ“ໜຶ່ງແລວທາງໜຶ່ງເສັ້ນທາງ” ແລະປະເທດ RCEP ໄດ້ບັນລຸ 181 ຕື້ຢວນແລະ 140.7 ຕື້ຢວນ, ເພີ່ມຂຶ້ນ 7.5% ແລະ 5.1% .

ດ່ານຂົນສົ່ງສິນຄ້າໄດ້ຮັບການປັບປຸງແລະຍົກລະດັບ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນສືບຕໍ່ ດຳເນີນການຢ່າງໝັ້ນຄົງ, ຂະບວນລົດໄຟຂົນສົ່ງຂອງທາງລົດໄຟລາວ-ຈີນ+ "ການຄ້າເອເລັກໂຕຣນິກຂ້າມຊາຍແດນ" ແລະຮູບແບບໃໝ່ອື່ນໆໄດ້ມີການຂະຫຍາຍຕົວ, ມີ 9 ເສັ້ນທາງຂົນສົ່ງສິນຄ້າສາກົນເຊັ່ນ: ຄຸນໝິງ-ບາງກອກ, ແລະແຖວອາຊີກາງ (ຢຸນນານ - ຫວຽດນາມ) ແລະເຄືອຂ່າຍການຂົນສົ່ງຂ້າມພາກພື້ນເຊື່ອມຕໍ່ພາຍໃນແລະພາຍນອກໄດ້ສ້າງຕັ້ງຂຶ້ນໂດຍພື້ນຖານ.

ເລັ່ງລັດການກໍ່ສ້າງເວທີການເປີດກ້ວາງ, ນັບແຕ່ເດືອນສິງຫາປີ 2019 ຫາເດືອນມິຖຸນາປີ 2022, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ສ້າງຕັ້ງ 54.579 ວິສາຫະກິດໃໝ່, ສຳເລັດການນຳເຂົ້າແລະສົ່ງອອກການຄ້າຕ່າງປະເທດ 25.9827 ຕື້ຢວນ, ນຳໃຊ້ທຶນຕ່າງປະເທດ 576 ລ້ານໂດລາສະຫະລັດ, ກວມເອົາ 12.1%, 31.48% ແລະ 28.66% ໃນໄລຍະດຽວກັນຂອງທົ່ວແຂວງ. ປິ່ນອ້ອມລັກສະນະ “ຕາມຊາຍແດນ ແລະ ຂ້າມຊາຍແດນ” ເພື່ອດຳເນີນການປະດິດສ້າງໃໝ່ດ້ານລະບົບ, ແລະ ສ້າງ 276 ຜົນສຳເລັດໃນ ການປະດິດສ້າງໃໝ່ດ້ານລະບົບ.

ແຂວງຢຸນນານໄດ້ສ້າງຕົວເມືອງມິດຕະພາບສາກົນ 103 ຄູ່ກັບ 36 ປະເທດ

ໃນສິບປີທີ່ຜ່ານມາ, ພະແນກການພົວພັນຕ່າງປະເທດຂອງແຂວງຢຸນນານໄດ້ສ້າງເຄືອຂ່າຍຄູ່ຮ່ວມມືທີ່ປົກຄຸມທົ່ວໂລກ, ແລະ ວົງໝູ່ເພື່ອນຂອງວຽກງານການພົວພັນຕ່າງປະເທດຂອງແຂວງຢຸນນານກໍ່ມີຄວາມງົດງາມ. ແຂວງຢຸນນານກັບປະເທດຫວຽດນາມ, ປະເທດລາວ, ປະເທດມຽນມາແລະປະເທດໃກ້ຄຽງອື່ນໆມີສາຍພົວພັນທີ່ແໜ້ນແຟ້ນກວ່າເກົ່າ, ອາໄສເວທີກົນໄກສອງຝ່າຍເພື່ອຜັນຂະຫຍາຍຂອບເຂດໝູ່ເພື່ອນຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນນີ້, ແຂວງຢຸນນານໄດ້ສ້າງຕົວເມືອງມິດຕະພາບສາກົນ 103 ຄູ່ກັບ 36 ປະເທດ

, ໃນນັ້ນ, ຈຳນວນຕົວເມືອງມິດຕະພາບກັບບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ໄດ້ບັນລຸ 49 ຄູ່, ສ້າງເວທີທີ່ສຳຄັນໃຫ້ແກ່ລັດຖະບານທ້ອງຖິ່ນສຳລັບການໄປມາຫາສູ່ກັນກັບຕ່າງປະເທດ. ສ້າງຮູບແບບໃໝ່ຂອງການຮ່ວມມືລະຫ່ວາງໝູ່ບ້ານທີ່ເປັນມິດຕາມຊາຍແດນຢູ່ຕາແສງ(ເມືອງ)ຕາມຊາຍແດນເ, ແລະໄດ້ສ້າງສາຍພົວພັນທີ່ດີກັບ 23 ບ້ານຊາຍແດນໃນລາວ, ມຽນມາແລະຫວຽດນາມ.

ໃນຂະນະດຽວກັນ,ນັບແຕ່ການແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ,ແຂວງຢຸນນານໄດ້ດຳເນີນການຮ່ວມມືຕ້ານການລະບາດກັບບັນດາປະເທດໃກ້ຄຽງຢ່າງເຕັມສ່ວນ,ແລະໄດ້ຈັດກຸ່ມຜູ້ຊ່ຽວຊານດ້ານການແພດຕ້ານການລະບາດຫຼາຍກວ່າ 250 ກຸ່ມໄປປະເທດລາວ,ມຽນມາ,ຫວຽດນາມ,ກຳປູເຈຍ,ບັງກະລາເທດແລະປະເທດອື່ນໆເພື່ອສະໜັບສະໜູນການຕ້ານພະຍາດ,  ຊ່ວຍສ້າງຫ້ອງທົດລອງອາຊິດນິວເຄຼຍທີ່ນະຄອນຫຼວງວຽງຈັນປະເທດລາວ,ນະຄອນມັນດາເລປະເທດມຽນມາ, ນະຄອນພະນົມເປັນຂອງປະເທດກຳປູເຈຍ.

ນັບແຕ່ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ, ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງແຂວງຢຸນນານໄດ້ສືບຕໍ່ກ້າວຂ້າງໜ້າຕາມທິດທາງທີ່ກຳນົດໄວ້ໂດຍເລຂາທິການໃຫຍ່ສີຈິ້ນຜິງໃນເວລາກວດກາແຂວງຢຸນນານ. ໃນສິບປີທີ່ຜ່ານມາ, ນະວັດຕະກຳການເງິນຂ້າມຊາຍແດນຂອງແຂວງຢຸນນານໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ລະບົບການຈັດຕັ້ງທາງການເງິນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ການບໍລິການດ້ານການເງິນຂອງສູນການແຜ່ລັດສະໝີໄດ້ປັບປຸງຢ່າງຕໍ່ເນື່ອງ, ແລະການຮ່ວມມືດ້ານການເງິນກັບບັນດາປະເທດໃກ້ຄຽງໄດ້ສືບຕໍ່ລົງເລິກ, ການກໍ່ສ້າງເຂດທົດລອງການປະຕິຮູບດ້ານການເງິນຂອງແຂວງຢຸນນານແລະການກໍ່ສ້າງສູນບໍລິການດ້ານການເງິນໄດ້ມີຄວາມຄືບໜ້າ. ໃນຂັ້ນຕອນຕໍ່ໄປ, ລະບົບການເງິນຂອງແຂວງຢຸນນານຈະສົມທົບກັບຜົນດີຂອງການລົງນາມໃນສັນຍາການພົວພັນຄູ່ຮ່ວມເສດຖະກິດຢ່າງຮອບດ້ານໃນພາກພື້ນ, ເພີ່ມທະວີຄວາມຮັບຜິດຊອບ, ແລະບຸກເບີກເສັ້ນທາງໃນການເຊື່ອມໂຍງທາງການເງິນແລະການບໍລິການຍຸກທະສາດປະເທດຊາດຂອງແຂວງຢຸນນານໃນຍຸກສະໄໝໃໝ່ ເພື່ອສະໜອງການຄຳ້ ປະກັນດ້ານການເງິນໃຫ້ແກ່ການສ້າງສູນການແຜ່ລັດສະໝີ ແລະ ສົ່ງປະສິດທິຜົນຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

8月15日上午,“云南这十年”系列新闻发布会·建设面向南亚东南亚辐射中心专场发布会在海埂会堂召开,有关负责人介绍相关情况,并回答记者提问。

昆明成为全国唯一拥有“边境线”的省会城市

据介绍,十年来,云南省对外贸易持续增长,外贸进出口总额从2012年的1325.9亿元增至2021年的3143.8亿元,年均增长11%。通关便利化程度不断提升,进、出口整体通关时间分别为7.93小时、0.15小时,分别居全国第三位、第二位。中国(云南)自由贸易试验区推进顺利,滇中新区和瑞丽、勐腊(磨憨)重点开发开放试验区加快建设,边(跨)境经济合作区不断发展,昆明、德宏、红河3个跨境电子商务综合试验区相继获批。推动省、市、州协同打造磨憨国际口岸城市,让昆明成为全国唯一拥有“边境线”的省会城市。

同时,金融开放水平明显提升,跨境人民币业务不断扩大,截至2022年6月,全省跨境人民币结算金额累计6892.95亿元,与境外106个国家(地区)建立跨境人民币业务,对已建交的南亚东南亚国家实现全覆盖。

全省贸易对象已有200个国家与地区

十年来,云南外贸规模不断扩大。全省进出口总额从2012年的210亿美元增加到2021年的486.6亿美元,年均增长9.8%,实现人民币3000亿元、美元400亿的“两个突破”。目前,我省贸易对象已有200个国家与地区,2021年与“一带一路”国家、RCEP国家的贸易分别达1810亿元、1407亿元,同比分别增长7.5%、5.1%。

物流口岸优化提升,中老国际货运列车持续稳定开行,中老铁路货运列车+“跨境电商”等新模式蓬勃发展,开通昆明—曼谷等国际货运航线9条,中亚(滇越)班列、衔接内外的跨区域物流网基本形成。

开放平台加速建设,中国(云南)自贸试验区自2019年8月成立至2022年6月,新设企业54579户,完成外贸进出口2598.27亿元,实际利用外资5.76亿美元,占同期全省比重达12.1%、31.48%和28.66%。围绕“沿边、跨境”特色开展制度创新,形成276项制度创新成果

云南与36国缔结国际友好城市103对

十年来,云南省外事部门编织遍布全球的伙伴网络,云南外事的朋友圈璀璨耀眼。云南与越、老、缅等周边邻国的“铁哥们”关系更加牢固,依托多双边机制平台不断扩容朋友圈。截至目前,我省与36国缔结国际友好城市103对,其中,与南亚东南亚国家友城总数达49对,搭建了地方政府对外交往的重要平台。在边境县(市)开创边境友好村寨合作新模式,与老挝、缅甸、越南23个边境村寨结好。

同时,自新冠肺炎疫情发生以来,云南全力开展与周边国家的抗疫合作,先后组派超250批抗疫医疗专家组分赴老挝、缅甸、越南、柬埔寨、孟加拉等国支援抗疫,分别为老挝万象市、缅甸曼德勒、柬埔寨金边市援建核酸检测实验室。

党的十八大以来,云南金融改革开放一直沿着习近平总书记考察云南时提出的定位持续向前推进。十年来,云南跨境金融创新成果丰硕、金融组织体系持续完善、辐射中心金融服务持续优化、与周边国家金融合作不断深化,云南沿边金融改革试验区建设和金融服务中心建设取得积极进展。下一步,云南省金融系统将结合《区域性全面经济伙伴关系协定》成功签署的利好,强化责任担当,闯出一条新时代云南金融融入和服务国家战略的路子,为云南建设面向南亚东南亚辐射中心提供金融保障。(昆明日报 记者王绍芬)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/19

18:01

ແບ່ງປັນ

ແປ
翻译