ແຂວງຢຸນນານປະກາດ 30 ໂຄງການສົ່ງເສີມການລົງທຶນດ້ານອຸດສາຫະກຳວັດທະນະທຳແລະການທ່ອງທ່ຽວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 1 ມິຖຸນານີ້, ລັດຖະບານແຂວງຢຸນນານໄດ້ຈັດກອງປະຊຸມສົ່ງເສີມການລົງທຶນໂຄງການ "35102" ດ້ານອຸດສາຫະກຳວັດທະນະທຳແລະການທ່ອງທ່ຽວຂອງແຂວງຢຸນນານຢູ່ນະຄອນຄຸນໝິງ, 12 ໂຄງການໃນດ້ານອຸດສາຫະກຳວັດທະນະທຳແລະ ການທ່ອງທ່ຽວທີ່ສຳຄັນໄດ້ລົງນາມຢູ່ພາກສະໜາມເຊິ່ງກວມເອົາຕົວເມືອງທີ່ມີລັກສະນະ, ໂຮງແຮມຄຸນນະພາບສູງ, ບຳລຸງລ້ຽງຮ່າງກາຍແລະສຸຂະພາບ, ລະບົບສັງລວມດ້ານການທ່ອງທ່ຽວ, ການພັດທະນາທັດສະນີຍະພາບແລະອື່ນໆ, ຍອດເງິນການລົງທຶນແມ່ນເກືອບ 30 ຕື້ຢວນ.

ເພື່ອເລັ່ງລັດການພັດທະນາ ແລະ ນຳໃຊ້ຊັບພະຍາກອນດ້ານການທ່ອງທ່ຽວ, ພັດທະນາການເຊື່ອມໂຍງວັດທະນະທຳ ແລະ ການທ່ອງທ່ຽວ, ການປະດິດສ້າງຮູບແບບຂະແໜງການການທ່ອງທ່ຽວ, ເຕັກໂນໂລຊີສົ່ງແຮງໃຫ້ແກ່ການຫັນປ່ຽນຮູບແບບແລະຍົກລະດັບການທ່ອງທ່ຽວ, ຊຸກຍູ້ການພັດທະນາການທ່ອງທ່ຽວທີ່ມີຄຸນນະພາບສູງ, ຄະນະພັກແຂວງຢຸນນານແລະລັດຖະບານແຂວງຢຸນນານໄດ້ວາງແຜນແລະປະກາດໂຄງການສົ່ງເສີມການລົງທຶນ "35102" ດ້ານຂະແໜງການວັດທະນະທຳແລະການທ່ອງທ່ຽວແຂວງຢຸນນານ,ແຕ່ລະເມືອງວາງແຜນບໍ່ຕ່ຳກວ່າ 3 ໂຄງການໃໝ່ທີ່ມີມູນຄ່າ 10 ຕື້ກ່ວາຢວນ, ບໍ່ຕ່ຳກວ່າ 5 ໂຄງການທີມີມູນຄ່າ 5 ຕື້ກວ່າຢວນ, ບໍ່ຕ່ຳກວ່າ 10 ໂຄງການມູນຄ່າຫຼາຍກວ່າ 2 ຕື້ຢວນ, ແຕ່ລະເຂດວາງແຜນບໍ່ຕ່ຳກວ່າ 2 ໂຄງການທີ່ມີມູນຄ່າຫຼາຍກວ່າ 1 ຕື້ຢວນ.

ປະຈຸບັນ, ແຂວງຢຸນນານພວມມຸ່ງໄປເຖິງທິດທາງພັດທະນາການຫັນເປັນສາກົນ, ລະດັບສູງ, ລັກສະນະສະເພາະ ແລະ ສະຕິປັນຍາ, ເລັ່ງລັດປະຕິບັດໂຄງການໃຫຍ່ “35102”  ແລະ “ສິບໂຄງການ” ສໍາລັບການພັດທະນາການທ່ອງທ່ຽວທີ່ມີຄຸນນະພາບສູງ, ເລັ່ງການຫັນປ່ຽນຮູບແບບການທ່ອງທ່ຽວ. ໂຄງການສົ່ງເສີມການລົງທຶນ "35102" ໄດ້ເປີດເຜີຍໃນກອງປະຊຸມສົ່ງເສີມການລົງທຶນກວມເອົາຂົງເຂດພັກຜ່ອນບຳລຸງຮ່າງກາຍແລະສຸຂະພາບ, ລະບົບສັງລວມດ້ານການທ່ອງທ່ຽວ, ການທ່ອງທ່ຽວດ້ານວັດທະນະທຳໃນຕົວເມືອງ, ການພັກຜ່ອນຢ່ອນອາລົມໃນຊົນນະບົດ, ການທ່ອງທ່ຽວພ້ອມກັບການຄົ້ນຄວ້າຮຳຮຽນແລະໂຮງແຮມທີມີຄຸນນະພາບສູງ, ດ້ວຍຍອດຈຳນວນເງິນການລົງທຶນປະມານ 130 ຕື້ຢວນ.

ເພື່ອສືບຕໍ່ເພີ່ມທະວີການສະໜັບສະໜູນດ້ານການບໍລິການການເງິນຢ່າງຮອບດ້ານໃຫ້ແກ່ຂະແໜງການທ່ອງທ່ຽວດ້ານວັດທະນະທຳຂອງແຂວງຢຸນນານ, ອົງການສົ່ງເສີມການລົງທຶນແຂວງຢຸນນານແລະທະນາຄານກໍ່ສ້າງຈີນສາຂາແຂວງຢຸນນານໄດ້ລົງນາມ "ບົດບັນທຶກການຮ່ວມມືທະນາຄານ-ລັດຖະບານ". ຕໍ່ໄປ, ສອງຝ່າຍຈະດຳເນີນການຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານໂຄງການສຳຄັນ, ປະກອບທຶນສັງລວມ, ເຕັກໂນໂລຊີການເງິນ ແລະ ດ້ານອື່ນໆ.

6月1日,云南省人民政府在昆明举办云南省文旅产业“35102”重点项目推介招商会,现场集中签署的12个文旅产业重点项目,涉及特色小镇、高品质酒店、康养、旅游综合体、景区景点开发等,协议投资总额近300亿元。

为加快推进旅游资源开发利用、文化和旅游融合发展、旅游产品业态创新、科技赋能旅游转型升级,推动旅游高质量发展,云南省委、省政府策划推出了云南省文旅产业“35102”重点招商项目,即每个州市新策划100亿元以上项目不少于3个、50亿元以上项目不少于5个、20亿元以上项目不少于10个,每个县策划10亿元以上项目不少于2个。

当前,云南正瞄准国际化、高端化、特色化、智慧化发展方向,聚焦“16个10”世界级精品旅游产品,实施“35102”重大项目和旅游高质量发展“十大工程”,加快旅游转型升级。在推介招商会上发布的“35102”重点招商项目涵盖康养度假、文旅综合体、城镇文旅、乡村休闲、研学旅游和高品质酒店等领域,总投资约1300亿元。

为持续加大对全省文旅产业的综合金融服务支持,云南省投资促进局与中国建设银行云南省分行签署了《银政合作备忘录》。下一步,双方将围绕重点项目信息交流、综合融资、金融科技等方面开展合作。(6月2日电 (人民网 记者李发兴

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/02

17:53

ແບ່ງປັນ

ແປ
翻译