ສະຖາບັນວິທະຍາສາດແລະເຕັກໂນໂລຊີແຂວງຢຸນນານແລະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຫ້ອງການຜູ້ຕາງໜ້ານະຄອນຈົງກິ່ງ ໄດ້ຈັດກອງປະຊຸມພົ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ)  ເພື່ອກຳເອົາກາລະໂອກາດຂອງສັນຍາ RCEP ທີ່ມີຜົນສັກສິດ ແລະ ການເປີດບໍລິການຂອງທາງລົດໄຟລາວ-ຈີນ, ບໍລິການການຮ່ວມມືແລະການແລກປ່ຽນດ້ານວິທະຍາສາດເຕັກໂນໂລຊີລາວ-ຈີນຕື່ມອີກ, ໃນວັນທີ 22 ເດືອນມິຖຸນາ ປີ 2022, ສະຖາບັນວິທະຍາສາດແລະເຕັກໂນໂລຊີແຂວງຢຸນນານແລະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຫ້ອງການຜູ້ຕາງໜ້ານະຄອນຈົງກິ່ງ ໄດ້ຈັດກອງປະຊຸມພົບປະແລກປ່ຽນ.

ໃນກອງປະຊຸມ, ທ່ານຢາງ ຕົງລູນ, ປະທານຜູ້ຕາງໜ້າຫ້ອງວ່າການສະພາການຄ້າແລະອຸດສາຫະກຳແຫ່ງຊາດນະຄອນຈົງກິ່ງໄດ້ແນະນຳສະພາບການທີ່ກ່ຽວຂ້ອງຂອງສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວແລະຄວາມຕ້ອງການດ້ານວິທະຍາສາດເຕັກໂນໂລຢີຂອງການຮ່ວມມືລາວ-ຈີນ.ສະຖາບັນຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຂວງຢຸນນານໄດ້ແນະນຳພາລະບົດບາດວຽກງານຂອງສະຖາບັນ ແລະ ຕອບບັນດາບັນຫາທີ່ກ່ຽວຂ້ອງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການເລັ່ງລັດການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີລະຫ່ວາງລາວ-ຈີນ ແລະການແລກປ່ຽນວັດທະນະທໍາ, ການກໍ່ສ້າງຄັງສາງປັນຍາແລະການຄົ້ນຄວ້າຮ່ວມກັນ.

ໃນບາດກ້າວຕໍ່ໄປ, ສອງຝ່າຍຈະສົມທົບບັນດາທ່າແຮງຂອງຕົນ ເພື່ອຮຽກຮ້ອງນະໂຍບາຍ, ແລກປ່ຽນວັດທະນະທຳ ແລະ ການຮ່ວມມືໂຄງການໃນຂົງເຂດການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ແລກປ່ຽນນະໂຍບາຍ, ກໍ່ສ້າງເຂດສວນຂ້າມຊາດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລາວ-ຈີນຢ່າງບໍ່ຢຸດຢັ້ງໂດຍຜ່ານການຮ່ວມມືດ້ານນະວັດຕະກຳວິທະຍາສາດແລະເຕັກໂນໂລຊີ, ຕື່ມແຮງໃຫ້ຂໍ້ລິເລີ່ມ"ໜຶ່ງແລວທາງໜຶ່ງເສັ້ນທາງ"ແລະການກໍ່ສ້າງສູນກາງທີ່ສົ່ງຜົນກະທົບໃຫ້ແກ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.

为抓住RCEP协议生效和中老铁路通车的契机,进一步服务中老科技交流合作,2022年6月22日,云南省科学技术发展研究院与老挝国家工商会重庆代表处开展交流座谈。

座谈会上,老挝国家工商会重庆代表处首席代表杨东伦介绍了老挝国家工商会相关情况以及中老合作科技需求。省科学技术发展研究院围绕院工作职能进行了介绍,就科技方面的有关问题作了回应。双方就加快中老科技合作与人文交流、智库建设及联合研究等方面交换了意见。

下一步,双方将结合自身优势,从科技合作、政策互通、跨境园区建设等方面积极开展政策呼吁、人文交流、项目合作,以科技创新合作推进中老经贸合作不断深入,助力“一带一路”倡议和面向南亚东南亚辐射中心建设。


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/30

17:31

ແບ່ງປັນ

ແປ
翻译