ຫ້ອງທົດລອງສາກົນດ້ານເຕັກໂນໂລຊີພະລັງງານໄຟຟ້າແຫ່ງຊາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສະເໜີອອກ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ຫວ່າງມໍ່ໆນີ້, ພະແນກວິທະຍາສາດແລະເຕັກໂນໂລຊີແຂວງຢຸນນານໄດ້ສ້າງໂຄງການ "ຫ້ອງທົດລອງການເຊື່ອມໂຍງສາກົນດ້ານເຕັກໂນໂລຊີພະລັງງານໄຟຟ້າແຫ່ງຊາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແຂວງຢຸນນານ" ທີ່ໄດ້ຮັບຜົນສຳເລັດເຊີ່ງເປັນໂຄງການສະເພາະທີ່ໜ້າສູ່ສູນປະດິດສ້າງວິທະຍາສາດເຕັກໂນໂລຊີອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ໃນປີ 2022, ມັນເປັນສັນຍາລັກຂອງຫ້ອງທົດລອງການເຊື່ອມໂຍງສາກົນດ້ານເຕັກໂນໂລຊີພະລັງງານໄຟຟ້າແຫ່ງຊາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕານ່າງພາກໃຕ້ຈີນ  ທີ່ໄດ້ຮັບການຍົກລະດັບເປັນຫ້ອງທົດລອງການເຊື່ອມໂຍງຂັ້ນແຂວງ. ຫ້ອງທົດລອງດັ່ງກ່າວຈະມີຄວາມໝາຍອັນໃຫຍ່ຫຼວງຕໍ່ການລົງເລິກການຮ່ວມມືແລກປ່ຽນສູ່ພາຍນອກ, ເຂົ້າໃນການຮ່ວມມືກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຢ່າງເລິກເຊິ່ງ, ຊຸກຍູ້ການເຊື່ອມໂຍງພະລັງງານໄຟຟ້າໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສຳລັບຕານ່າງໄຟຟ້າພາກໃຕ້ຂອງຈີນ.

ບໍລິສັດຕານ່າງໄຟຟ້າຢຸນນານຈຳກັດແລະບໍລິສັດສາກົນຢຸນນານຕານ່າງໄຟຟ້າພາກໃຕ້ຈີນ ຈຳກັດ ຈະນຳໃຊ້ຫ້ອງທົດລອງເປັນການເຊື່ອມຕໍ່ການແຜ່ກະຈາຍຂອງເຕັກໂນໂລຊີພະລັງງານໄຟຟ້າທີ່ມີທ່າແຮງຂອງແຂວງຢຸນນານໄປສູ່ປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການສ້າງຕັ້ງສະຫະພັນມາດຕະຖານດ້ານພະລັງງານໄຟຟ້າຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະ ການຮັບຮອງເຊິ່ງກັນແລະກັນກ່ຽວກັບມາດຕະຖານເຕັກໂນໂລຊີພະລັງງານໄຟຟ້າ; ພ້ອມກັນນັ້ນ, ກໍ່ສ້າງເວທີການແລກປ່ຽນດ້ານຂະແໜງການພະລັງງານໃຫ້ແກ່ບຸກຄະລາກອນສາກົນ, ຝຶກອົບຮົມພະນັກງານທີ່ມີເຕັກນິກວິຊາຊີບດ້ານພະລັງງານໄຟຟ້າຂ້າມຊາຍແດນ, ຊຸກຍູ້ການເຊື່ອມໂຍງດ້ານພະລັງງານຂອງບັນດາປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຕໍ່ໄປ, ຫ້ອງທົດລອງຈະເສີມຂະຫຍາຍການກໍ່ສ້າງສູນເຕັກໂນໂລຊີການວາງແຜນຈຳລອງເຊື່ອມຕໍ່ກັນ, ສູນວາງສະແດງຜົນສຳເລັດນະວັດຕະກຳສູ່ພາຍນອກ, ພື້ນຖານທົດລອງລັກສະນະສາລະພັດເຕັກໂນໂລຊີພະລັງງານແບບແຜ່ກະຈາຍຂ້າມຊາຍແດນຂອງເມືອງສິບສອງພັນນາ, ພື້ນຖານຫຼັກຖານຕົວຈີງດ້ານເຕັກໂນໂລຊີເຊື່ອມຕໍ່ກິ່ງແຂວງປົກຄອງຕົນເອງເຕີຮອງ, ພື້ນຖານຫຼັກຖານຕົວຈີງເຕັກໂນໂລຊີຂ້າມຊາຍແດນຂອງເມືອງຫອງເຫີ ແລະຄວາມສາມາດສະຫນັບສະຫນູນດ້ານເຕັກນິກ "2 ສູນ + 4 ຖານ" ໃນຖານຝຶກອົບຮົມເຕັກນິກສູ່ພາຍນອກ.

近期,云南省科技厅2022年面向南亚东南亚科技创新中心建设专项“云南省澜湄国家电力技术国际合作联合实验室”立项成功,这标志着南方电网澜湄国家电力技术国际联合实验室成功升级为省级联合实验室。该实验室将对南方电网深化对外交流合作,深度融入共建“一带一路”,促进澜湄区域电力互联互通具有重要意义。

云南电网有限责任公司和南方电网云南国际有限责任公司将以实验室为纽带,把云南省内优势能源电力技术向澜湄国家辐射,推动澜湄能源电力标准联盟建立和电力技术标准互认,同时打造能源行业国际人才交流平台,培养一批跨境电力专业技术储备人员,推进澜湄国家能源互联互通。

下一步,实验室将加强互联仿真规划技术中心、创新成果对外展示中心和西双版纳边跨境分布式能源技术通用性测试基地、德宏互联技术实证基地、红河边跨境技术实证基地和对外技术培训基地“2中心+4基地”的技术支撑能力建设。(陆海 徐苔林 欧阳婷婷)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/08

15:35

ແບ່ງປັນ

ແປ
翻译