ຕາແສງນານຮວາ ແຂວງຢູນນານ: ຖັກແສ່ວຊົນເຜົ່າຢີ ຊ່ວຍຊາວກະສິກອນເພີ່ມລາຍຮັບ

ມາຈາກ:ສະບາຍດີ

微信图片_20220815180256

(ສະບາຍດີ ນັກຂ່າວສຸດໃຈ) ໃນຊຸມປີມໍ່ໆມານີ້, ຕາແສງນານຮວາ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີ ແຂວງຢູນນານໄດ້ພັດທະນາຖັກແສ່ວເຜົ່າຢີເປັນອຸດສາຫະກຳທີ່ສຳຄັນເພື່ອຊ່ວຍຊາວກະສິກອນເພີ່ມລາຍໄດ້, ຍຶດໝັ້ນການຊີ້ນຳຂອງລັດຖະບານ, ການນຳພາໂດຍວິສາຫະກິດແລະການເຂົ້າຮ່ວມຂອງປະຊາຊົນ, ເພື່ອໃຫ້ປະຊາຊົນທ້ອງຖິ່ນສາມາດບັນລຸຄວາມຮັ່ງດ້ວຍການອອກແຍງງານຂອງຕົນເອງຢ່າງດຸໝັ່ນ.

微信图片_20220815180301

ຊ່າງຫັດຖະກຳທ້ອງຖິ່ນໄດ້ສັງເກດເບິ່ງທ່າທາງຂອງດອກໄມ້ແລະຕົ້ນໄມ້ໃນທຳມະຊາດດ້ວຍທັກສະທີ່ດີເລີດ, ແລະໄດ້ຫຍິບທິວທັດທີ່ພວກເຂົາໄດ້ເຫັນເຂົ້າໃນຜ້າພັນຫົວ, ແອວ ແລະເຄື່ອງນຸ່ງອື່ນໆເພື່ອສະແດງຄວາມຮັກຂອງພວກເຂົາຕໍ່ຊີວິດແລະສັນລະເສີນຕໍ່ທຳມະຊາດ.

微信图片_20220815180316

ໃນປັດຈຸບັນນີ້, ຖັກແສ່ວເຜົ່າຢີ ບໍ່ພຽງແຕ່ເປັນວິທີການສະແດງອອກເຖິງຊີວິດທີ່ດີຂື້ນຂອງປະຊາຊົນນານຮວາ, ຍັງກາຍເປັນອຸດສາຫະກຳທີ່ເພີ່ມລາຍໄດ້. ຕາມສະຖິຕິ, ມີ 8 ວິສາຫະກິດຖັກແສ່ວ, 48 ຮ້ານ, 4 ສະຫະກອນອາຊີບຖັກແສ່ວເຜົ່າຢີ, 58 ອົງການການຂາຍ e-commerce,ໃນປີ 2021, ເຄື່ອງຖັກແສ່ວໄດ້ຮັບການຜະລິດທັງໝົດ 20,000 ກວ່າຜືນ, ລາຍຮັບຈາກການຂາຍຈະບັນລຸຫຼາຍກວ່າ 21 ລ້ານຢວນ.


微信图片_20220815180306

新华网昆明8月14日电(何季泽)近年来,云南楚雄彝族自治州南华县将彝族刺绣作为助农增收的重要产业来发展,坚持政府引导、企业主导、群众参与,让当地群众能够自食其力并实现勤劳致富。

微信图片_20220815180301

当地绣工们用心观察自然界花草的姿态,以高超的技艺,将目之所见的风景缝进头巾、围腰等服饰中,传达出他们对生活的热爱和对大自然的歌颂。

微信图片_20220815180316

如今,彝族刺绣不仅是南华人民对美好生活的表达,更成为一个增收致富的产业。据统计,全县有彝绣加工企业8个、经营店铺48个、彝绣专业合作社4个、电商销售主体58家,2021年共生产绣品2万余件,销售收入超过2100万元。(完)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/16

09:28

ແບ່ງປັນ

ແປ
翻译