ອັດຕາການຜ່ານຄຸນນະພາບຜະລິດຕະພັນການຜະລິດຂອງຄຸນໝິງໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ນັກຂ່າວໄດ້ຮຽນຮູ້ຈາກກົມກວດກາ ແລະ ຄຸ້ມຄອງຕະຫຼາດນະຄອນຄຸນໝິງ,ຫ້ອງການຄະນະນຳໃນການຈັດຕັ້ງປະຕິບັດຍຸດທະສາດສ້າງຄວາມເຂັ້ມແຂງໃຫ້ແຂວງດ້ວຍຍີ່ຫໍ້ ແລະ ຄຸນນະພາບຂອງແຂວງ ໄດ້ລົງສຳຫຼວດສະຖິຕິອັດຕາຜ່ານຄຸນນະພາບຂອງຜະລິດຕະພັນໃນ 16 ລັດ (ເມືອງ) ໃນປີກາຍນີ້,ອັດຕາຜ່ານການສຳຫຼວດຂອງນະຄອນຄຸນໝິງແມ່ນ 95,5%, 2,57 ເປີເຊັນສູງກວ່າລະດັບລວມຂອງແຂວງ, ເປັນອັນດັບໜຶ່ງຂອງແຂວງຢຸນນານ.ສະນັ້ນ,ຜົນການສຳຫຼວດສະຖິຕິຂອງນະຄອນຄຸນໝິງເປັນອັນດັບໜຶ່ງຂອງແຂວງຢຸນນານເປັນເວລາ 3 ປີຕິດຕໍ່ກັນ..

ການສຳຫຼວດໄດ້ດຳເນີນໄປໃນຂະແໜງການຜະລິດ 25 ແຫ່ງໃນ 16 ເມືອງ (ນະຄອນ) ຂອງແຂວງຢຸນນານ ແລະ ຜົນໄດ້ຮັບສະແດງໃຫ້ເຫັນວ່າ:ຄຸນນະພາບການຜະລິດຂອງນະຄອນຄຸນໝິງນັບມື້ນັບດີຂຶ້ນ.ໃນນັ້ນ,ໂລຫະດຳ,ໂລຫະມີສີ,ການປຸງແຕ່ງອາຫານ,ການຜະລິດຢາ, ຜະລິດຕະພັນຢາສູບ ແລະ ອຸດສາຫະກຳອື່ນໆ ໄດ້ປະກອບສ່ວນອັນພົ້ນເດັ່ນ.

ໃນຊຸມປີມໍ່ໆມານີ້,ນະຄອນຄຸນໝິງໄດ້ສືບຕໍ່ປະຕິບັດການປັບປຸງກິດຈະກຳຄຸນນະພາບ,ຍູ້ແຮງການກໍ່ສ້າງກົນໄກຄຸນນະພາບ,ປັບປຸງລະບົບຄຸ້ມຄອງຄຸນນະພາບ, ຮັດແໜ້ນພື້ນຖານອຸດສາຫະກຳ, ອັດຕາຜ່ານການຜະລິດສິນຄ້າມີຄຸນນະພາບໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.


(昆明信息港综合整理)记者日前从昆明市市场监管局获悉,省实施品牌和质量强省战略领导小组办公室去年对16个州(市)开展制造业产品质量合格率统计调查工作,昆明市调查合格率为95.5%,高于全省总体水平2.57个百分点,位列全省第一。至此,昆明市该项统计调查结果连续3年位居全省第一名。

本次调查对全省16个州(市)的25个制造业行业开展,结果显示昆明市制造业产品质量持续向好。其中,黑色金属、有色金属、食品加工、医药制造、烟草制品等行业贡献突出。

近年来,昆明市持续开展质量提升行动,强化质量机制建设,健全质量治理体系,夯实产业基础,制造业产品质量合格率稳中有升。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/15

16:02

ແບ່ງປັນ

ແປ
翻译