ການຜະລິດແລະການສະຫນອງພະລັງງານໃນແຂວງຢຸນນານໄດ້ຮັກສາການເຕີບໂຕຢ່າງໄວວາ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮຽນຮູ້ຈາກກົມພະລັງງານແຂວງຢຸນນານວ່າ, ແຕ່ເດືອນມັງກອນຫາເດືອນມິຖຸນາ, ການຜະລິດແລະການສະໜອງພະລັງງານຂອງທົ່ວແຂວງມີຄວາມໝັ້ນຄົງ, ການລົງທືນຊັບສິນຄົງທີ່ດ້ານອຸດສະຫະກຳພະລັງງານເພີ່ມຂຶ້ນ 82.9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ແລະມູນຄ່າເພີ່ມຂອງອຸດສາຫະກຳພະລັງງານສູງກວ່າຂະໜາດເພີ່ມຂຶ້ນ 7.3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ເຊິ່ງອຳນວຍການຮັບປະກັນດ້ານພະລັງງານຢ່າງເຂັ້ມແຂງສຳລັບການພັດທະນາເສດຖະກິດແລະສັງຄົມຂອງແຂວງຢຸນນານ.

ນັບແຕ່ຕົ້ນປີທີ່ຜ່ານມາ, ໄດ້ຮັບຜົນກະທົບຈາກປັດໄຈຕ່າງໆເຊັ່ນ: ມີຝົນຕົກຫຼາຍກ່ວາແລະລະດູນໍ້າມາໄວກ່ວາເກົ່າ, ປະລິມານການຜະລິດໄຟຟ້າສູງກວ່າຂະໜາດ ຂອງແຂວງແມ່ນ 171.86 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 17.3% ທຽບໃສ່ໄລຍະດຽວກັນ, ໃນນັ້ນ, ປະລິມານການຜະລິດໄຟຟ້າຂອໄຟຟ້ານ້ຳຕົກເພີ່ມຂຶ້ນ 31.4% ທຽບໃສ່ໄລຍະດຽວກັນ. ໃນປະລິມານການຜະລິດໄຟຟ້າ, ພະລັງງານໄຟຟ້າສະອາດໄດ້ກວມເອົາ 86.6% ເຊິ່ງຖືກໄຟຟ້ານ້ຳຕົກ, ໄຟຟ້າລົມ ແລະພະລັງງານແສງຕາເວັນເປັນຕົ້ນຕໍ, ເພີ່ມຂຶ້ນ 5.4 ຈຸດເປີເຊັນທຽບໃສ່ໄລຍະດຽວກັນ. ປະລິມານການຊົມໃຊ້ໄຟຟ້າໃນທົ່ວສັງຄົມແມ່ນ 112.88 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 5.5% ທຽບໃສ່ໄລຍະດຽວກັນ, ປະລິມານການໃຊ້ໄຟຟ້າໃນຊີວິດປະຈຳວັນຂອງຊາວເມືອງແລະຊົນນະບົດເພີ່ມຂຶ້ນ 4.5%; ປະລິມານການສົ່ງໄຟຟ້າຈາກພາກຕາເວັນຕົກໄປສູ່ພາກຕາເວັນອອກບັນລຸ 75.8 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 52% ທຽບໃສ່ໄລຍະດຽວກັນ.

ໃນດ້ານຖ່ານຫິນ, ນ້ຳມັນແລະອາຍແກັສ, ແຕ່ເດືອນມັງກອນຫາເດືອນມິຖຸນາ, ປະລິມານຂອງການຜະລິດຖ່ານຫີນດິບສູງກວ່າຂະໜາດຂອງແຂວງແມ່ນ 30.646 ລ້ານໂຕນ, ເພີ່ມຂຶ້ນ 2.7% ທຽບໃສ່ໄລຍະດຽວກັນ; ການປຸງແຕ່ງນ້ຳມັນດິບແລະການຜະລິດຜະລິດຕະພັນນ້ຳມັນເພີ່ມຂຶ້ນ 12% ແລະ 5.7% ທຽບໃສ່ໄລຍະດຽວກັນ; ການຂາຍຜະລິດຕະພັນນ້ຳມັນ 5.537 ລ້ານໂຕນໃນທົ່ວແຂວງ, ຫຼຸດລົງ 7.7% ທຽບໃສ່ໄລຍະດຽວກັນ; ປະລິມານການບໍລິໂພກອາຍແກັສທຳມະຊາດໃນທົ່ວແຂວງແມ່ນ 1.3 ຕື້ແມັດກ້ອນ, ເພີ່ມຂຶ້ນ 15.6% ທຽບໃສ່ໄລຍະດຽວກັນ. 

记者从省能源局获悉,1至6月,全省能源生产供应总体稳定,能源工业固定资产投资同比增长82.9%,规模以上能源工业增加值同比增长7.3%,为全省经济社会发展提供了坚强的能源保障。

今年以来,受来水偏丰、汛期偏早等因素影响,全省规模以上发电量1718.6亿千瓦时,同比增长17.3%,其中,水电发电量同比增长31.4%。发电量中以水电、风电、太阳能发电为主的清洁电力占比达86.6%,同比提高5.4个百分点。全社会用电量1128.8亿千瓦时,同比增长5.5%,城乡居民生活用电量增长4.5%;西电东送电量达758亿千瓦时,同比增长52%。

煤炭油气方面,1至6月,全省规模以上原煤产量3064.6万吨,同比增长2.7%;原油加工、成品油生产同比分别增长12%、5.7%;全省销售成品油553.7万吨,同比下降7.7%;全省天然气消费量13亿立方米,同比增长15.6%。(云南日报 记者段晓瑞)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/09

11:01

ແບ່ງປັນ

ແປ
翻译