ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ສາຂາຕາແສງເຈີ້ນຄ່າງຂອງທະນາຄານປະຊາຊົນຈີນໄດ້ປະຕິບັດຕາມການວາງແຜນວຽກງານກ່ຽວກັບການພັດທະນານະວັດຕະກຳການຄ້າຊາຍແດນ ແລະ ພັດທະນາເຂດຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ, ນຳພາ ແລະ ສົ່ງເສີມຢ່າງຕັ້ງໜ້າໃຫ້ອົງການການເງິນໃນຕາແສງດັ່ງກ່າວ ພັດທະນາຜະລິດຕະພັນດ້ານການເງິນ "ເງິນກູ້ໃນການຄ້າຊາຍແດນ" ທີ່ມີລັກສະນະເຊິ່ງຕາມເງື່ອນໄຂຂອງທ້ອງຖິ່ນ, ອຳນວຍພະລັງງານໃໝ່ດ້ານການເງິນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນເພື່ອເລີ່ມດຳເນີນທຸລະກິດ ແລະ ເພີ່ມລາຍຮັບ.
ໃນພິທີເປີດ "ເງິນກູ້ໃນການຄ້າຊາຍແດນ" ທີ່ຈັດຂຶ້ນບໍ່ດົນມານີ້, ເຈົ້າຂອງທຸລະກິດຂະໜາດນ້ອຍ, ທຸລະກິດສ່ວນຕົວ ແລະ ຄອບຄົວປະຊາຊົນເຂດຊາຍແດນ 4 ຄົນທີ່ດຳເນີນການເຄື່ອນໄຫວກ່ຽວກັບການຜະລິດ ແລະ ການຄ້າຊາຍແດນຢູ່ຕາມເຂດຊາຍແດນຈີນ-ມຽນມາ ໄດ້ຮັບທຶນຈາກສະຫະກອນສິນເຊື່ອກະສິກອນຕາແສງເຈີ້ນຄ່າງ ແຕ່ 200,000 ຫາ 500,000 ຢວນ, ມູນຄ່າທັງໝົດ 1.2 ລ້ານຢວນ.
ທ່ານ Liu Shiyuan, ຜູ້ຮັບຜິຊອບຂອງສະຫະກອນການຄ້າຊາຍແດນເຊິ່ງເປັນສະຫະກອນໄດ້ຮັບອະນຸຍາດແລະເຊື່ອຖືແຫ່ງທໍາອິດໃນເມືອງຫຼິນຈ່າງ ສະແດງວ່າ, ໃນສະຫະກອນວິຊາຊີບຊາວກະສິກອນຕະຫຼາດການຄ້າຊາຍແດນແບບທັນສະໄໝ ຢູ້ເຟີ່ງ ຢູ່ບ້ານຈູຫວາ ຕາແສງເຈີ້ນຄ່າງມີ 60 ກວ່າຄອບຄົວກະສິກອນຊາຍແດນ, ຍ້ອນຂາດທຶນຮອນ ໄດ້ສົ່ງຜົນກະທົບໃຫ້ການສົ່ງອອກຂອງໝາກໄມ້, ຜັກສົດ ແລະ ອື່ນໆ. ຫຼັງຈາກການສົ່ງເສິ່ມ "ເງິນກູ້ໃນການຄ້າຊາຍແດນ" , ສະຫະກອນໄດ້ພະຍາຍາມຮ້ອງຂໍກູ້ຢືມເງິນ 500,000 ຢວນຈາກອົງການການເງິນໂດຍໄວເທົ່າທີ່ຈະເປັນໄປໄດ້, ແລະໄດ້ຮັບທຶນພາຍໃນ 3 ວັນ, ກຳນົດເວລາຂອງການກູ້ຢືມເງິນແມ່ນ 3 ປີ, ສະນັ້ນມີຄວາມດັນຫນ້ອຍໃນການຊໍາລະຄືນ. ຫຼັງຈາກໄດ້ຮັບທຶນ, ທ່ານ Liu Shiyuan ນຳພາບັນດາສະມາຊິກສະຫະກອນຜັນຂະຫຍາຍຂອບເຂດຂອງທຸລະກິດ, ບົນພື້ນຖານຂອງດຳເນີນທຸລະກິດສົ່ງອອກ, ລາວພວມກະກຽມນຳເຂົ້າຖ່ານຫີນ ແລະ ຜະລິດຕະພັນອື່ນໆຈາກມຽນມາ, ພະຍາຍາມເພີ່ມລາຍຮັບຂອງຊາວເຂດຊາຍແດນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນນຳກັນ.
人行镇康县支行紧扣关于边境贸易创新发展和兴边富民工作部署,积极引导鼓励辖区金融机构因地制宜开发特色金融产品“边民互市贷”,为边境地区边民创业增收提供金融新动能。
在不久前举办的“边民互市贷”首发仪式上,4户从事中缅边境贸易生产经营相关活动的小微企业主、个体工商户、边民户从镇康农信社获得20万元至50万元,金额共计120万元。
临沧市首批获得“边民互市贷”授信的边民互市合作社负责人刘世元人表示,镇康现代化竹瓦裕丰边民互市农民专业合作社有60多户边民,由于周转资金短缺,水果、新鲜蔬菜等出口常常会受到影响。“边民互市贷”推出后,合作社第一时间尝试向金融机构申请50万元贷款,没想到3天时间就得到资金,且贷款期限3年,还款压力较小。得到贷款的刘世元正带领合作社成员拓展业务范围,在原来仅开展出口业务的基础上,筹备从缅甸进口木炭等产品,争取不断提高边民收入,带领大家共同致富。(中国金融新闻网 记者苏丽霞 通讯员陈绍娥 刘漫兮)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/10
10:48
— ແບ່ງປັນ —