ມາຈາກ:ສະບາຍດີ
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະພາບການຢູ່ຊ່ອງແຄບ ໄຕ້ຫວັນ
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫລວງວຽງຈັນ, 3 ສິງຫາ 2022
ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫ່ວງ ຕໍ່ສະພາບການຢູ່ຊ່ອງແຄບ ໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັັ່ງຕຶງໃນພາກພື້ນ.
ສປປ ລາວ ເວລາໃດກໍຖືວ່າ ສັນຕິພາບ ແລະ ສະຖຽນລະພາບຢູ່ທຸກພາກພື້ນໃນໂລກ ລວມທັງ ພາກພື້ນ ອາຊີ -ປາຊີຟິກ ເປັນເງື່ອນໄຂຕັດສິນ ແລະ ພື້ນຖານຕົ້ນຕໍ ໃຫ້ແກ່ການຮ່ວມມື ແລະ ການພັດທະນາຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານ ທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ຳຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມ ປະເທດຊາດໂດຍສັນຕິວິທີ.
老挝外交部发言人声明
万象首都,2022年8月3日
老挝人民民主共和国一直在关注台湾海峡的事态发展,包括采取挑衅行动,这可能导致该地区的紧张局势。
老挝人民民主共和国一向认为,包括亚太地区在内的世界各地区的和平与稳定是地区和世界各国合作发展的决定性前提和根本基础。
老挝重申支持“一个中国原则”的一贯政策,认为台湾是中国不可分割的一部分,反对任何企图制造“两个中国”或“一中一台”局面的意图。 老挝人民民主共和国重申支持中华人民共和国政府以和平方式实现国家统一的政策。
ສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ ທີ່ນະຄອນຫລວງວຽງຈັນ
ສະບາຍດີ2022-08-02
ສື່ມວນຊົນກວ່າ 330 ແຫ່ງຈາກທົ່ວໂລກໄດ້ສຸມໃສ່ວິດີໂອໂຄສະນາຂອງ 28 ຕົວເມືອງໃນແຂວງຢຸນນານສະແດງຢູ່ໃນ "ຫນ້າຈໍຈີນ" ຂອງນະຄອນນິວຢອກ
ສະບາຍດີ2022-08-01
ພິທີເປີດຊຸດອົບຮົມອາຈານພາສາຈີນທ້ອງຖິ່ນຄັ້ງທີ 11 ຂອງສະຖາບັນຂົງຈື້ຢູ່ມຊແຫ່ງຊາດ
ສະບາຍດີ2022-07-29
ທີມແພດ "ຂະບວນລົດໄຟສັນຕິພາບ"ກອງທັບຂອງປະເທດຈີນດຳເນີນກິດຈະກຳບໍລິການການແພດຢູ່ປະເທດລາວ
ສະບາຍດີ2022-07-28
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/04
10:04
— ແບ່ງປັນ —