ທ່ານ Yang Jiechi ໄດ້ພົບປະກັບເອກອັກຄະລັດຖະທູດກໍາປູເຈຍແລະລາວປະຈໍາຈີນຕາມລໍາດັບ

ມາຈາກ:ສະບາຍດິ

ສຳນັກຂ່າວຊິນຮວາ ໃນວັນທີ 20 ເມສານີ້, ທ່ານ Yang Jiechi ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການຄະນະກຳມະການພົວພັນຕ່າງປະເທດສູນກາງໄດ້ພົບປະກັບທ່ານ Khek Cai Mealy Sysodaເອກອັກຄະລັດຖະທູດກໍາປູເຈຍປະຈຳຈີນ ແລະທ່ານນາງ ຄໍາເພົາ ເອິນທະວັນ ເອກອັກຄະລັດຖະທູດລາວປະຈໍາຈີນຕາມລໍາດັບ.

ທ່ານ Yang Jiechi ກ່າວວ່າ, ການພົວພັນລະຫວ່າງຈີນ-ກຳປູເຈຍແລະຈີນ-ລາວນັບມື້ນັບມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ແລະມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ໄດ້ກ້າວເຂົ້າສູ່ສະໄໝໃໝ່ຂອງການສ້າງສາປະຊາຄົມຮ່ວມຊາຕາກຳ. ສັນຍາການຄ້າເສລີ ແລະ ການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຂອງຈີນ-ກຳປູເຈຍໄດ້ມີຜົນສັກສິດໃນຕົ້ນປີ, ທາງລົດໄຟຈີນ-ລາວກໍໄດ້ເປີດການນຳໃຊ້ຢ່າງສຳເລັດຜົນແລະໄດ້ຮັບຜົນປະໂຫຍດອັນດີງາມ. ສອງຝ່າຍສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຫຼັກຂອງແຕ່ລະຝ່າຍ. ສອງຝ່າຍຄວນປະຕິບັດຄວາມຮັບຮູ້ອັນສຳຄັນທີ່ກົມກຽວກັນຂອງຜູ້ນຳສອງຝ່າຍ, ເພີ່ມທະວີການແລກປ່ຽນທາງດ້ານຍຸດທະສາດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ - ການຄ້າ, ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນໃນຂົງເຂດຕ້ານການແຜ່ລະບາດຂອງເຊື້ອພະຍາດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ວັດທະນະທໍາ ໃຫ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ. ຈີນຍິນດີເພີ່ມທະວີການປະສານງານແລະການຮ່ວມມືໃນຫຼາຍຝ່າຍກັບສອງປະເທດເພື່ອຮ່ວມກັນຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນແລະປົກຄອງຄວາມເປັນທຳແລະຍຸຕິທຳສາກົນ.

ທ່ານ Yang Jiechi ເນັ້ນວ່າ, ປີນີ້ແມ່ນປີການເປີດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນ, ຈີນສະໜັບສະໜູນກຳປູເຈຍເປັນປະທານໝູນວຽນຂອງອາຊຽນ, ຍິນດີຮ່ວມກັບອາຊຽນຮ່ວມກັນສ້າງສາບ້ານເກີດເມືອງນອນທີ່ມີສັນຕິພາບ, ສະຖຽນລະພາບ, ອຸດົມສົມບູນ, ສວຍງາມ ແລະ ໄມຕີຈິດມິດຕະພາບ.

ທ່ານເອກອັກຄະລັດຖະທູດຂອງສອງປະເທດໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃນຕ້ານການແຜ່ລະບາດຂອງເຊື້ອພະຍາດ ແລະ ການພັດທະນາເສດຖະກິດສັງຄົມຂອງສອງປະເທດ. ສອງປະເທດສະໜັບສະໜູນຫຼັກໝັ້ນຄວາມເປັນທຳຂອງຈີນຢ່າງໜັກແໜ້ນໃນຜົນປະໂຫຍດຫຼັກແລະບັນຫາສາກົນທີ່ສຳຄັນ, ຫວັງວ່າຈະຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ກັບຈີນ, ແລະ ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຈີນ.

4月20日,中共中央政治局委员、中央外事工作委员会办公室主任杨洁篪在北京应约分别会见柬埔寨驻华大使西索达、老挝驻华大使坎葆。

杨洁篪表示,中柬、中老关系历久弥坚,已进入构建命运共同体的新时代。中柬自贸协定和区域全面经济伙伴关系协定年初生效,中老铁路顺利通车,效益良好。双方在涉及彼此核心利益问题上相互坚定支持。双方应落实好领导人重要共识,加强战略沟通,巩固政治互信,提升经贸合作质量水平,推动抗疫、民生、人文等领域合作交流取得更多成果。中方愿与两国密切多边协调配合,一道维护地区和平稳定,捍卫国际公平正义。

杨洁篪强调,今年是中国东盟全面战略伙伴关系开局之年,中方支持柬方当好东盟轮值主席国,愿同东盟携手推进共建和平、安宁、繁荣、美丽和友好家园。

两国大使表示,感谢中方为两国抗疫和经济社会发展提供宝贵帮助。两国坚定支持中方在核心利益和重大国际问题上的正义立场,期待同中方推进共建“一带一路”,将积极推动东盟同中国全面战略伙伴关系发展。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/21

17:04

ແບ່ງປັນ

ແປ
翻译