ກິດຈະກຳແນະນຳຫົວຂໍ້ສະເພາະການທ່ອງທ່ຽວແລະວັດທະນະທຳຈີນ-ລາວປີ 2022 ຈັດຂຶ້ນຢູ່ນະຄອນເມືອງຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 23 ກໍລະກົດນີ້,ກິດຈະກຳແນະນຳຫົວຂໍ້ສະເພາະການທ່ອງທ່ຽວແລະວັດທະນະທຳຈີນ-ລາວປີ 2022 ດ້ວຍຫົວຂໍ້ວ່າ "ການເຊື່ອມໂຍງເຂົ້າກັນລະຫວ່າງຈີນ-ລາວ,ການຮຽນຮູ້ວັດທະນະທຳ ແລະ ທ່ອງທ່ຽວເຊິ່ງກັນແລະກັນ" ໄດ້ຈັດຂຶ້ນຢູ່ນະຄອນເມືອງຄຸນໝິງ.ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ,ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດ ສາຂາຄຸນໝິງ ແລະ ກຸ່ມໜັງສືພິມແຂວງຢູນນານລາຍວັນໄດ້ເຊັນສັນຍາຮ່ວມມືຍຸດທະສາດ.3 ຝ່າຍຈະຮ່ວມມືກັນຊອກຫາຄວາມໝາຍດ້ານວັດທະນະທຳຂອງທາງລົດໄຟຈີນ-ລາວ,ພັດທະນາຜະລິດຕະພັນການທ່ອງທ່ຽວແລະວັດທະນະທຳ,ສ້າງຍີ່ຫໍ້ວັດທະນະທໍາແລະສ້າງສັນ, ເຮັດວຽກງານສົ່ງເສີມການທ່ອງທ່ຽວວັດທະນະທຳທີ່ດີ, ເພື່ອຮ່ວມກັນສ້າງທາງລົດໄຟຈີນ-ລາວໃຫ້ເປັນເສັ້ນທາງວັດທະນະທຳທີ່ເປັນເອກະລັກສະເພາະ.

ກິດຈະກຳຄັ້ງນີ້ແມ່ນຈັດຕັ້ງໂດຍພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ ແລະ ປະຕິບັດໂດຍສູນການສື່ສານສາກົນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ແຂວງຢຸນນານ,ເພື່ອແນະນຳປະເທດຈີນ-ລາວ,ໂດຍສະເພາະແມ່ນແນະນຳຊັບພະຍາກອນການທ່ອງທ່ຽວ ແລະ ເສັ້ນທາງຜະລິດຕະພັນຕາມເສັ້ນທາງລົດໄຟຈີນ-ລາວ,ລົງເລິກການຮ່ວມມືດ້ານວັດທະນະທຳການທ່ອງທ່ຽວລະຫວ່າງປະເທດຈີນກັບປະເທດລາວ,ໂດຍສະເພາະແມ່ນການຮ່ວມມືດ້ານວັດທະນະທຳແລະທ່ອງທ່ຽວລະຫວ່າງແຂວງຢຸນນານແລະປະເທດລາວ,ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃໝ່ທີ່ທາງລົດໄຟນຳມາສູ່ການຟື້ນຟູການທ່ອງທ່ຽວແລະວັດທະນະທຳຂອງພາກພື້ນ,ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃນອະນາຄົດ.

ໃນມື້ດຽວກັນ,ໄດ້ຈັດພິທີເປີດຊຸດແນະນຳການທ່ອງທ່ຽວແລະວັດທະນະທຳຈີນ-ລາວ.ບັນດາການກິດຈະກຳດັ່ງກ່າວລວມມີກອງປະຊຸມ "ເສັ້ນທາງວັດທະນະທຳຈີນ-ລາວ",ການແຂ່ງຂັນດ້ານວັດທະນະທຳແລະການປະດິດສ້າງທາງລົດໄຟຈີນ-ລາວ,ການວາງແຜນແລະອອກແບບເສັ້ນທາງຜະລິດຕະພັນການທ່ອງທ່ຽວຂ້າມຊາຍແດນໃນແລວເສດຖະກິດຈີນ-ລາວ,ຜູ້ທີ່ມີຊື່ສຽງທາງອິນເຕີເນັດຈາກປະເທດຈີນແລະປະເທດລາວໄປຢ້ຽມຢາມກິດຈະກໍາ "MUST GO" ຕາມເສັ້ນທາງລົດໄຟຈີນ-ລາວ,ຕະຫຼາດ "ຈໍາປາ",ງານວາງສະແດງການທ່ອງທ່ຽວວັດທະນະທຳຈີນ-ລາວປີ 2022 ແລະອື່ນໆ.


7月23日,以“中老互联互通·文旅美美与共”为主题的2022中老文化旅游专题推介活动在昆明举办。云南省文化和旅游厅、中国铁路昆明局集团有限公司、云南日报报业集团三方签署战略合作协议。三方将携手挖掘中老铁路文化内涵,开发文化旅游产品,打造文创品牌,做好文旅宣传推广,共同将中老铁路打造成一条独具魅力的文化之路。

本次活动由省文化和旅游厅主办、云南省南亚东南亚区域国际传播中心承办,旨在推介中老两国特别是中老铁路沿线旅游资源及产品线路,深化中老特别是云南省与老挝的文旅合作,探讨铁路为区域文旅复苏带来的新可能,推动中老命运共同体建设走深走实。

当天,举行了中老文旅推介系列活动启动仪式。系列活动包括“中老文化之路”圆桌对话会、中老铁路文创大赛、中老经济走廊跨境旅游产品策划及线路设计、中老网络名人打卡中老铁路沿线“MUST GO”活动、“占芭”市集、2022中老文化旅游主题展等。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

07/26

15:46

ແບ່ງປັນ

ແປ
翻译