ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮຽນຮູ້ຈາກສຳນັກງານປ່າໄມ້ແລະທົ່ງຫຍ້າແຂວງຢຸນນານໃນວັນທີ 20 ກໍລະກົດວ່າ, ອີງຕາມການຕິດຕາມກວດກາສາມຮອບ, ມາຮອດທ້າຍປີ 2021, ຈຳນວນຂອງຊ້າງປ່າອາຊີໃນແຂວງຢຸນນານມີປະມານ 360 ໂຕ ເຊິ່ງເພີ່ມຂຶ້ນ 60 ໂຕເມື່ອທຽບໃສ່ 293 ໂຕທີ່ສຳຫຼວດໃນປີ 2018.
ຊ້າງອາຊີເປັນສັດປ່າສະຫງວນທີ່ສຳຄັນລະດັບໜຶ່ງຂອງປະເທດເຮົາ,ຕົ້ນຕໍແຈກຢາຍຢູ່ສາມເມືອງຄືສິບສອງພັນນາ, ພູເອີ ແລະ ລິນຊາງແຂວງຢຸນນານ, ເປັນສັດຫາຍາກຂອງລະບົບນິເວດປ່າໄມ້ໃນເຂດຮ້ອນ.ໃນປີ 2021, ການເດີນທາງໄປທາງທິດເໜືອແລະກັບຄືນຕາມທິດໃຕ້ຂອງກຸ່ມຊ້າງອາຊີໃນແຂວງຢຸນນານໄດ້ຮັບຄວາມສົນໃຈຫຼາຍ.
ຕາມການແນະນຳ, ໃນໄລຍະ 30 ປີທີ່ຜ່ານມາ, ພາຍໃຕ້ສະຖານະການທີ່ຈຳນວນທັງໝົດຂອງຊ້າງອາຊີ ໃນທົ່ວໂລກຫຼຸດລົງຢ່າງຕໍ່ເນື່ອງ, ຈຳນວນຂອງຊ້າງປ່າໃນປະເທດຈີນໄດ້ເພີ່ມຂຶ້ນປະມານ 360 ໂຕຈົນເຖິງ ປະຈຸບັນ, ສະແດງໃຫ້ເຫັນກະແສທີ່ເພີ່ມຂຶ້ນເປັນເທື່ອລະກ້າວ.ນີ້ແມ່ນຫຼັກຖານທີ່ເຂັ້ມແຂງຂອງຜົນສຳ ເລັດທີ່ພົ້ນເດັ່ນໃນການກໍ່ສ້າງອາລະຍະທໍາລະບົບນິເວດຂອງແຂວງຢູນນານ, ແລະມັນກໍ່ແມ່ນການສະແດງອອກໂດຍກົງຂອງສະພາບແວດລ້ອມດ້ານນິເວດແລະຊີວະນາໆພັນຂອງຈີນຢ່າງຕໍ່ເນື່ອງ.
ຕາມການແນະນຳຂອງທ່ານຢາງຮວາ ຮອງຫົວໜ້າພະແນກອະນຸລັກສັດແລະພືດຂອງກົມປ່າໄມ້ແລະຫຍ້າແຂວງຢຸນນານວ່າ, ແຂວງຢຸນນານສືບຕໍ່ຍົກສູງຄຸນນະພາບຂອງບ່ອນພັກເພິງອາໄສໂດຍຜ່ານການເພີ່ມທະວີການປົກປັກຮັກສາແລະຟື້ນຟູບ່ອນພັກເພິງອາໄສຂອງຊ້າງອາຊີ,ພ້ອມດຽວກັນນັ້ນກໍ່ເພີ່ມທະວີການກໍ່ສ້າງລະບົບຕິດຕາມກວດກາແລະເຕືອນໄພລ່ວງໜ້າ,ການປ້ອງກັນຄວາມປອດໄພແລະລະບົບຕອບໂຕ້ສຸກເສີນ,ເພື່ອຫລີກລ້ຽງການປະທະກັນຂອງຊ້າງກັບມະນຸດຢ່າງສູງສຸດ. ນອກຈາກນັ້ນ, ແຂວງຢຸນນານຍັງໄດ້ສ້າງຕັ້ງຄະນະກຳມະການຊ່ຽວຊານດ້ານການອະນຸລັກຊ້າງອາຊີ, ປະຕິບັດເປັນເອກະພາບໃນການຄົ້ນຄ້ວາຢ່າງເປັນລະບົບເຊັ່ນ: ການສຳຫລວດແລະຕິດຕາມກວດກາຊ້າງອາຊີແລະບ່ອນພັກເພິງອາໄສ, ໂຄງປະກອບຄອມມິວນິທິແລະລັກສະນະພັນທຸກຳ, ກົນໄກການປະທະກັນຂອງຊ້າງກັບມະນຸດ, ຄວາມສາມາດໃນການບັນທຸກຂອງສິ່ງແວດລ້ອມ, ການສ້ອມແປງບ່ອນພັກເພິງອາໄສແລະການດັດແປງແຫຼ່ງອາຫານ, ຜົນການຄົ້ນຄວ້າທີ່ກ່ຽວຂ້ອງແມ່ນຢູ່ໃນລະດັບຊັ້ນນໍາຂອງໂລກ.
记者7月20日从云南省林业和草原局了解到,根据三轮同步监测显示,截至2021年底,云南野生亚洲象种群数量为360头左右,比2018年调查时的293头增长超过60头。
这是2021年8月9日在云南省元江县境内拍摄的象群。新华社记者 胡超/摄
亚洲象是我国一级重点保护野生动物,国内主要分布在云南省西双版纳、普洱和临沧3个州市,是热带森林生态系统的珍惜物种。2021年,云南一群亚洲象的北上南归之旅备受关注。
据介绍,近30年来,在全球亚洲象总量不断减少的形势下,我国野生亚洲象种群数量增长至目前的360头左右,呈现逐渐增加的趋势,这是云南生态文明建设取得显著成效的有力证明,也是我国生态环境和生物多样性持续向好的直接体现。
云南省林草局动植物保护处副处长杨华介绍,云南省通过加强亚洲象栖息地保护和恢复,持续提升栖息地质量,同时强化监测预警、安全防范和应急处置体系建设,最大程度避免人象冲突。此外,云南省还成立了亚洲象保护专家委员会,统筹开展亚洲象及其栖息地调查监测、种群结构与遗传特性、人象冲突机制、环境地承载量、栖息地修复与食源地改造等系统研究,相关研究成果处世界领先水平。(新华社 记者赵珮然 何春好)
ບ້ານລົງລີງແຂວງຢູນນານ: ສັດຈະສູນເສຍພັນລີງເຟຣີ (Phayre's Leaf Monkey )ເກີດລີງສີຄຳນ້ອຍ
ສະບາຍດີ2022-04-11
ຫໍພິພິທະພັນຄຳພີບູຮານຂັ້ນແຂວງແຫ່ງທີ່ສາມພາຍໃນປະເທດຈີນໄດ້ເປີດບໍລິການຢ່າງເປັນທາງຫານ
ສະບາຍດີ2022-07-19
ການທ່ອງທ່ຽວຂອງແຂວງຢຸນນານຟື້ນຟູຂື້ນ, ນັກທ່ອງທ່ຽວຈາກຫຼາຍແຫ່ງເພີ່ມຂຶ້ນ
ສະບາຍດີ2022-07-19
ຊີວິດການເປັນຢູ່ຂອງຊາວຊົນນະບົດໃນເມືອງຫຼຸດຜ່ອນອອກຈາກຄວາມທຸກຍາກຂອງແຂວງຢຸນນານປັບປຸງຢ່າງຕໍ່ເນື່ອງ
ສະບາຍດີ2022-07-18
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
07/25
10:43
— ແບ່ງປັນ —