ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 15ກໍລະກົດນີ້, ຫໍພິພິທະພັນຄຳພີບູຮານແຂວງຢຸນນານໄດ້ເປີດບໍລິການຢູ່ຫໍສະໝຸດແຂວງຢຸນນານ. ໃນຖານະເປັນຫໍພິພິທະພັນຄຳພີບູຮານຂັ້ນແຂວງແຫ່ງທີ່ສາມພາຍໃນປະເທດຈີນ, ຫໍພິພິທະພັນຄຳພີບູຮານແຂວງຢຸນນານຈະສະທ້ອນໃຫ້ເຫັນປະກົດການຢຸນນານໃນປະຫວັດສາດຂອງການພັດທະນາສຳລັບຄຳພີບູຮານ ໂດຍຜ່ານການວາງສະແດງແບບຖາວອນແລະງານວາງສະແດງທີເປັນຫົວຂໍພິເສດຕ່າງໆ, ໂດຍນຳໃຊ້ຮູບພາບ, ບົດເລື່ອງ, ວັດຖຸ, ວິດີໂອແລະງານວາງສະແດງອອນລາຍແລະວິທີການສະແດງ ສື່ອື່ນ, ເພື່ອບອກໃຫ້ຮູ້ວ່າປະກອບສ່ວນແລະສະຖານະພາບຂອງຄຳພີບູຮານ ໃນປະຫວັດສາດດ້ານວັດທະນະທຳ ແລະ ແນວຄວາມຄິດຂອງແຂວງຢຸນນານ ແລະ ປະເທດຈີນ.
ຕາມການແນະນຳ, ຫໍພິພິທະພັນຄຳພີບູຮານແຂວງຢຸນນານກວມເອົາພື້ນທີ່ 400 ຕາແມັດແລະແບ່ງອອກເປັນເຂດວາງສະແດງແລະເຂດສຳຜັດ. ພາຍຫຼັງເປີດບໍລິການແລ້ວ, ຫໍພິພິທະພັນຄຳພີບູຮານຈະກໍ່ສ້າງກາຍເປັນຫໍພິພິທະພັນຄຳພີບູຮານແບບສັງລວມ ເຊິ່ງເຊື່ອມໂຍງການເກັບໄວ້ຄຳພີບູຮານ ການວາງສະແດງ ການຄົ້ນຄ້ວາ ການປົກປັກຮັກສາ ການຖ່າຍທອດວັດທະນະທຳ ແລະ ການທ່ຽວຊົມສຳຜັດເປັນໜຶ່ງ, ກາຍເປັນສູນເກັບກຳ ແລະ ວາງສະແດງຄຳພີບູຮານ, ສູນການແລກປ່ຽນ ແລະ ການຄົ້ນຄ້ວາ, ສູນການໂຄສະນາເຜີຍແຜ່ ແລະ ການສຶກສາ, ສູນການສຳຜັດ ແລະ ການສືບທອດ, ສູນວັດທະນະທຳ ແລະ ການພັກຜ່ອນຢ່ອນໃຈ, ແລະ ເປັນພື້ນຖານໃນແຂວງຢຸນນານທີ່ສຳຄັນສຳລັບການເຜີຍແຜ່ ແລະ ການສຶກສາວັດທະນະທຳອັນດີງາມຂອງຈີນ.
ໃນມື້ດຽວກັນ, ງານວາງສະແດງຄັ້ງທຳອິດຂອງຫໍພິພິທະພັນຄຳພີບູຮານເຊິ່ງເປັນ“ງານວາງສະແດງກ່ຽວກັບຄຳພີບູຮານອັນລຳ້ຄ່າຂອງແຂວງຢຸນນານ” ໄດ້ເປີດໃຫ້ປະຊາຊົນ. ຄຳພີບູຮານທີ່ວາງສະແດງຕົ້ນຕໍແມ່ນປຶ້ມທີ່ຫາຍາກໃນຍຸກຕ່າງໆຂອງແຂວງຢຸນນານ, ເອກະສານທ້ອງຖິ່ນ, ປຶ້ມບູຮານຂອງຊົນເຜົ່າສ່ວນໜ້ອຍແລະປຶ້ມບູຮານອື່ນໆ. ເວລາການເປີດບໍລິການຈາກວັນອັງຄານ ຫາ ວັນອາທິດ ເວລາ 9:00 ຫາ 17:00 ໂມງ.
7月15日,云南典籍博物馆在省图书馆开馆。作为国内第三家省级典籍博物馆,云南典籍博物馆将通过常设展及各种专题展,以图片、文字、实物、影像和网上展览等多种媒介和展示手段,反映典籍发展史上的云南现象,讲述典籍在中国和云南思想文化史上的贡献与地位。
据介绍,云南典籍博物馆占地400平方米,分为展览区和体验区。开馆后,将逐步建设成为集典籍收藏、展示、研究、保护、文化传承、参观体验于一体的综合性典籍博物馆,成为云南珍贵古籍文物收藏展示中心、研究交流中心、宣传教育中心、传承体验中心、文化休闲中心以及我省重要的中华优秀传统文化教育传播基地。
当天,云南典籍博物馆开馆首展“藏典云滇——云南珍贵古籍展”对外开放。主要展出云南各时期善本、地方文献、少数民族文字古籍等典籍精品。开馆时间为每周二至周日9时至17时。
ສະຖາບັນວິທະຍາສາດແລະເຕັກໂນໂລຊີແຂວງຢຸນນານແລະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຫ້ອງການຜູ້ຕາງໜ້ານະຄອນຈົງກິ່ງ ໄດ້ຈັດກອງປະຊຸມພົ
ສະບາຍດີ2022-06-30
ຫ້ອງທົດລອງສາກົນດ້ານເຕັກໂນໂລຊີພະລັງງານໄຟຟ້າແຫ່ງຊາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສະເໜີອອກ
ສະບາຍດີ2022-06-08
ແຂວງຢຸນນານປະກາດ 30 ໂຄງການສົ່ງເສີມການລົງທຶນດ້ານອຸດສາຫະກຳວັດທະນະທຳແລະການທ່ອງທ່ຽວ
ສະບາຍດີ 2022-06-02
ເມືອງຈາວທ່ອງບໍລິຈາກວັດຖູສິ່ງຂອງການຕ້ານການແຜ່ລະບາດຂອງເຊື້ອພະຍາດຊຸດທີສອງໃຫ້ ຊຽງໄຮ
ສະບາຍດິ2022-04-26
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
07/19
16:32
— ແບ່ງປັນ —