ການທ່ອງທ່ຽວຂອງແຂວງຢຸນນານຟື້ນຟູຂື້ນ, ນັກທ່ອງທ່ຽວຈາກຫຼາຍແຫ່ງເພີ່ມຂຶ້ນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) "ແຕ່ເດືອນມັງກອນຫາເດືອນມິຖຸນາ ປີ2022, ຈໍານວນນັກທ່ອງທ່ຽວທັງໝົດຂອງເມືອງບາວຊານໄດ້ຟື້ນຟູເຖິງ 96.7% ຂອງໄລຍະດຽວກັນຂອງປີ 2019." ທ່ານກ່າວຂ່າງ, ຮອງເຈົ້າຄອງໂຕເມືອງ ບາວຊ່ານ, ແຂວງ ຢຸນນານ ເວົ້າໃນວັນທີ 17 ມິຖຸນານີ້, ໂດຍສະເພາະນັບແຕ່ການປັບປຸງນະໂຍບາຍຂອງ "ການທ່ອງທ່ຽວຂ້າມແຂວງ " ແລະ ການຄວບຄຸມການແຜ່ລະບາດຂອງພະຍາດ, ຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຢູ່ແຫຼ່ງທ່ອງທ່ຽວຫຼາຍແຫ່ງຂອງເມືອງເຕັນຈ່ອງ ເພີ່ມຂຶ້ນຫຼາຍກວ່າ 500% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ຕະຫຼາດການທ່ອງທ່ຽວວັດທະນະທໍາຂອງທົ່ວເມືອງກໍ່ໄດ້ສະແດງໃຫ້ເຫັນຈັງຫວະການຟື້ນຟູແບບເລັ່ງລັດ.

ໃນມື້ດຽວກັນ, ກອງປະຊຸມຖະແຫຼງຂ່າວກ່ຽວກັບການພັດທະນາວັດທະນະທຳແລະການທ່ອງທ່ຽວຂອງເມືອງບາວຊ່ານ, ເມືອງພູເອີ, ເມືອງເຕີຫອງ, ເມືອງຫຼີນຈ່າງ ໄດ້ຈັດຂື້ນຢູ່ນະຄອນຄຸນໝິງ.

ທ່ານກ່າວຂ່າງ ກ່າວຄຳປາກໄສວ່າ, ແຕ່ເດືອນມັງກອນຫາເດືອນມິຖຸນາ ປີ 2022, ເມືອງບາວຊ່ານໄດ້ຮັບນັກທ່ອງທ່ຽວທັງໝົດ 16.6965 ລ້ານເທື່ອຄົນ, ບັນລຸລາຍຮັບຈາກການທ່ອງທ່ຽວທັງໝົດ 22.587 ຕື້ຢວນ,ຈຳນວນນັກທ່ອງທ່ຽວໄດ້ຟື້ນຟູ 96.7% ຂອງໄລຍະດຽວກັນໃນປີ 2019,ລາຍຮັບທັງໝົດເພີ່ມຂຶ້ນ 16%, ຕະຫຼາດການທ່ອງທ່ຽວວັດທະນະທໍາຂອງທົ່ວເມືອງສະແດງໃຫ້ເຫັນເຖິງຈັງຫວະການຟື້ນຟູແບບເລັ່ງລັດ.

ທ່ານ ຫຼີວຢີ້ເພີງ, ຮອງເຈົ້າໂຕເມືອງເຕີຫອງ ກ່າວວ່າ, ໃນໄລຍະພະຍາດໂຄວິດ-19, ເມືອງເຕີຫອງ ເຊິ່ງຕັ້ງຢູ່ເຂດຊາຍແດນຈີນ - ມຽນມາ ແລະ ມີ 3 ດ້ານຕິດກັບຊາຍແດນຂອງປະເທດມຽນມາ , ໄດ້ເຮັດຈົນສຸດຄວາມສາມາດໃນການຕໍ່ສູ້ກັບພະຍາດໂຄວິດ-19, ຫຼັງຈາກເມືອງເຕີຫອງ ເຮັດໃຫ້ກໍລະນີຕິດເຊື້ອເປັນສູນຕາມຄວາມຈິງແລ້ວ ຈື່ງປະຕິບັດຕົວຈິງນະໂຍບາຍຂອງຊາດ ແລະ ແຂວງ, ຊ່ວຍເຫຼືອວິສາຫະກິດການທ່ອງທ່ຽວວັດທະນະທຳແກ້ໄຂບັນຫາ ຟື້ນຟູການຜະລິດ, ຫັນວິກິດການເປັນກາລະໂອກາດ ແລະ ເລັ່ງລັດການຫັນປ່ຽນ ແລະ ຍົກລະດັບອຸດສາຫະກຳທ່ອງທ່ຽວ.

ປັດຈຸບັນ, ກິ່ງແຂວງເຕີນຫອງໄດ້ເພີ່ມແລະຟື້ນຟູຫຼາຍເສັ້ນບິນຈາກເມືອງໜານຊີໄປນະຄອນກວງໂຈວ, ເສິນໂຈ່ວ, ຊຽງໄຮ, ເສີງຕູ, ສາງຊາ ແລະສະຖານທີ່ອື່ນໆ, ຈຳນວນຖ້ຽວບິນສູງສຸດໃນມື້ດຽວໄດ້ຟື້ນຟູຄືນເຖິງ 54 ຖ້ຽວ, ແລະຜູ້ໂດຍສານໃກ້ຈະຮອດ 5,000 ເທື່ອຄົນ. ໂດຍສະເພາະ ຫລັງຈາກເມືອງຣູ້ຍລີ້ ໄດ້ປັບປຸງມາດຕະການເຂົ້າ-ອອກເມືອງ ໃນເດືອນມິຖຸນາ ປີນີ້, ລົດທີເຂົ້າເມືອງເພີ່ມ 38,000 ຄັນ ແລະ ປະຊາຊົນ 68,000 ກວ່າຄົນ ເຂົ້າເມືອງ ໃນເວລາພຽງ 10 ວັນ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນເຖິງປັດຈຸບັນ. ແຕ່ວັນທີ 1 ຫາວັນທີ 16 ກໍລະກົດນີ້, ກິ່ງແຂວງໄດ້ຮັບນັກທ່ອງທ່ຽວ 910,500 ຄົນ, ເພີ່ມຂຶ້ນ 115,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ລາຍຮັບທັງໝົດຈາກຂະແໜງການທ່ອງທ່ຽວບັນລຸ 976 ລ້ານຢວນ, ເພີ່ມຂຶ້ນ 83,51% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຕະຫຼາດການທ່ອງທ່ຽວຂອງກິ່ງແຂວງພວມຟື້ນຟູຢ່າງວ່ອງໄວ.

ນອກຈາກນັ້ນ,ໃນເຄິ່ງຕົ້ນປີ 2022, ກິ່ງແຂວງດາລີໄດ້ຮັບນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ 26,9572 ລ້ານເທື່ອຄົນ, ບັນລຸລາຍຮັບຈາກຂະແໜງການທ່ອງທ່ຽວທັງໝົດ 34,238 ຕື້ຢວນ. ນັບແຕ່ເດືອນກໍລະກົດເປັນຕົ້ນມາ, ຕາມສະຖານະການຂອງພະຍາດໂຄວິດ-19ດີຂື້ນກວ່າກ່າວ ພ້ອມກັນນັ້ນຕາມລະດູການທ່ອງທ່ຽວໃນລະດູຮ້ອນມາຮອດ ເຮັດໃຫ້ຈຳນວນນັກທ່ອງທ່ຽວທີ່ເຂົ້າກິ່ງແຂວງດາລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ແຕ່ວັນທີ 1 ຫາວັນທີ 10 ກໍລະກົດນີ້, ກິ່ງແຂວງດາລີ  ໄດ້ຮັບນັກທ່ອງທ່ຽວ 2.3 ລ້ານເທື່ອຄົນ, ອຸດສາຫະກຳທ່ອງທ່ຽວກໍ່ຟື້ນຟູຂື້ນ.

ນັກຂ່າວໄດ້ຮຽນຮູ້ຈາກພະແນກວັດທະນະທຳແລະທ່ອງທ່ຽວແຂວງຢຸນນານວ່າ: ນັບແຕ່ປີ 2022 ເປັນຕົ້ນມາ, ແຂວງຢຸນນານໄດ້ນຳໜ້າໃນການຮັບຮອງເອົາ 13 ມາດຕະການຊ່ວຍເຫຼືອ, 20 ມາດຕະການກ່ຽວກັບສະໜັບສະໜູນການຟື້ນຟູແລະພັດທະນາຂະແໜງການທ່ອງທ່ຽວ, 27 ມາດຕະການກ່ຽວກັບປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ເພື່ອຊ່ວຍເຫຼືອອຸດສາຫະກຳການທ່ອງທ່ຽວຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູການພັດທະນາ. ນັບແຕ່ເດືອນມັງກອນ ຫາ ເດືອນ ພຶດສະພາ ປີ 2022, ຈໍານວນນັກທ່ອງທ່ຽວທີ່ໄດ້ຮັບ ແລະ ລາຍຮັບຈາກຂະແໜງການທ່ອງທ່ຽວພາຍໃນແຂວງ ຟື້ນຟູ 85.5% ແລະ 73.0% ທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ການລົງທຶນໃນຊັບສິນຄົງທີ່ໃນຂະແໜງການທ່ອງທ່ຽວ ເພີ່ມຂຶ້ນ 36.2%.

“2022年1-6月,保山市接待游客总人次恢复到2019年同期的96.7%。”云南省保山市政府副市长高康17日称,特别是“跨省游”及疫情防控政策调整以来,腾冲多个重点景区每日接待游客数较去年同期增长500%以上,全市文旅市场呈现加速回暖势头。

当日,云南省文化旅游发展保山、普洱、德宏、临沧专场新闻发布会在昆明召开。

高康在发布会上称,2022年1-6月,保山市共接待游客1669.65万人次,实现旅游业总收入225.87亿元(人民币,下同),总人次恢复到2019年同期的96.7%、总收入增长16%,全市文旅市场呈现加速回暖势头。

德宏州副州长刘毅鹏介绍,疫情期间,地处中缅边境、三面与缅甸接壤的德宏州全力以赴抗击疫情,德宏实现动态清零后,全面落实国家和省一揽子政策,帮助文旅企业纾困解难、复工复产,化危为机加快旅游产业转型升级。

目前,德宏州已陆续新增、恢复了芒市至广州、深圳、上海、成都、长沙等地的多条航线,单日最高航班恢复到54架次,旅客吞吐量接近5000人次。特别是今年6月瑞丽市调整进出措施后,仅10天内新增入城车辆3.8万辆、人员超6.8万人,至今仍持续增加。7月1日-16日,全州接待游客91.05万人次,同比增长115.9%,旅游总收入9.76亿元,同比增长83.51%,全州旅游市场正快速恢复。

此外,2022年上半年,大理州共接待海内外游客2695.72万人次,实现旅游业总收入342.38亿元。7月以来,随着疫情形势好转和暑期旅游季来临,进入大理的游客量暴增,7月1日-10日,大理州接待游客超过230万人次,旅游业复苏势头强劲。

记者从云南省文化和旅游厅获悉,2022年以来,云南在全国率先出台纾困帮扶措施13条、支持旅游业恢复发展措施20条、优化营商环境措施27条,帮助旅游行业渡过难关、恢复发展。2022年1-5月,全省接待游客量和旅游收入恢复至2019年同期水平的85.5%和73.0%,旅游业固定资产投资同比增长36.2%。(中国新闻网 记者陈静 成洁焕)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

07/19

15:15

ແບ່ງປັນ

ແປ
翻译