ບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ປະກອບສ່ວນສ້າງອາຊີບໃຫ້ປະຊາຊົນ

ມາຈາກ:Pathetlao Daily Newspaper

图片1

ສະບາຍດີ ນັກຂ່າວສຸດໃຈ)ພາຍຫລັງພະຍາດໂຄວິດ-19 ໄດ້ແພ່ລະບາດຢ່າງໜັກໃນໄລຍະກວ່າ 2 ປີມານີ້ ເຮັດໃຫ້ຂະ ແໜງການ ທ່ອງທ່ຽວໄດ້ຮັບ ຜົນກະທົບບໍ່ໜ້ອຍ ຊຶ່ງໜຶ່ງໃນນີ້ ກໍແມ່ນແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ, ມີບາງໄລຍະ ກໍໄດ້ປິດກິດຈະການຊົ່ວຄາວ. ເຖິງປານນັ້ນກໍຕາມ ບໍລິສັດພັດ ທະນາ ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ກໍຖືໂອກາດນີ້ ເຕົ້າໂຮມ ແລະ ສົ່ງເສີມ ປະຊາຊົນບ້ານດັ່ງກ່າວ ທຳການຜະລິດ ພືດຜັກປອດສານພິດ, ຕ່ຳຫູກເປັນສິນຄ້າ ທັງພັດທະນາ ປະຊາຊົນ ໃຫ້ກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວ ໃນສະຖານທີ່ ນ້ຳຕົກຕາດເຍືອງ ໃຫ້ມີຄວາມປະທັບໃຈ ທັງສ້າງລາຍຮັບ ເຂົ້າຄອບ ຄົວ ແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງ.   

图片2

ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການ ບໍລິສັດພັດທະນາ ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນໄລຍະກວ່າ 2 ປີທີ່ປະເທດລາວເຮົາ ໄດ້ຮັບຜົນກະທົບ ຈາກການແພ່ລະບາດ ພະຍາດໂຄວິດ-19 ສົ່ງຜົນກະທົບໂດຍກົງ ຕໍ່ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ພວກເຮົາ. ບໍ່ສະເພາະ ແຕ່ແຫລ່ງທ່ອງ ທ່ຽວ ຕົນເທົ່ານັ້ນ, ຂົງເຂດອື່ນໆ ປິ່ນອ້ອມກໍໄດ້ຮັບ ຜົນກະທົບເຊັ່ນດຽວກັນ ເປັນຕົ້ນແມ່ນ ບໍລິສັດທ່ອງທ່ຽວ, ເຮືອນພັກ, ຮ້ານອາຫານອື່ນໆ. ແນວໃດກໍຕາມ ໄລຍະທີ່ໄດ້ຮັບ ຜົນກະທົບນັ້ນ, ພວກເຮົາຖືໂອກາດ ດັ່ງກ່າວເຕົ້າໂຮມ ປະຊາຊົນຫລາຍສິບຄອບຄົວ ທຳການຜະລິດ ພືດຜັກປອດສານພິດ ເພື່ອສະໜອງ ແລະ ມາຮອດປັດຈຸບັນ ເຫັນວ່າປະຊາຊົນບ້ານນີ້ ມີຄວາມຕື່ນຕົວ ກວ່າແຕ່ກ່ອນ ຊຶ່ງເກັບກາເຟ 2 ລະດູແລ້ວ ກໍໄດ້ເສຍຫຍ້າ ຮັກສາຕົ້ນກາເຟເທົ່ານັ້ນ, ແຕ່ດຽວນີ້ ນອກຈາກສວນກາເຟ ທີ່ໄດ້ຮັກສາແລ້ວ ພື້ນທີ່ດິນເປົ່າວ່າງ ຢູ່ໃນສວນກາເຟ ກໍສາມາດນຳໃຊ້ ຜະລິດພືດຜັກຕ່າງໆ ທີ່ສ້າງລາຍຮັບ ເຂົ້າຄອບ ຄົວ ຂອງເຂົາເຈົ້າຕື່ມອີກ.

图片3

ທ່ານຍັງກ່າວຕື່ມອີກວ່າ: ນອກຈາກສົ່ງເສີມປູກພືດຜັກແລ້ວ, ຍັງໄດ້ຊຸກຍູ້ ສົ່ງເສີມປະຊາຊົນ ບັນດາເຜົ່າຢູ່ບ້ານກ່ຽວກັບຫັດຖະກຳ ກໍຄືການຕຳຫູກ ເຄື່ອງນຸ່ງຂອງແຕ່ເຜົ່າ ໃຫ້ຍືນຍົງ ຊຶ່ງນອກຈາກ ນັກທ່ອງທ່ຽວ ໄດ້ທ່ຽວຊົມນ້ຳຕົກຕາດ ແລະ ທຳມະຊາດສວຍງາມແລ້ວ, ຍັງໄດ້ສຳຜັດ ກັບຮີດຄອງປະເພນີ, ວັດທະນະທຳ ຂອງ ແຕ່ລະເຜົ່າຕື່ມອີກ. ນີ້ກໍແມ່ນອີກສ່ວນໜຶ່ງ ໃນການສ້າງວຽກ ເຮັດງານທຳ ໃຫ້ແກ່ເຂົາເຈົ້າ ທັງເປັນການ ປົກປັກຮັກສາ ຮີດຄອງປະເພນີ ດ້ານການນຸ່ງຖື ແລະ ອື່ນໆ ໃຫ້ມີຄວາມຍືນຍົງ ຕະຫລອດໄປ. ແນວໃດກໍຕາມ ພວກເຮົາມີຄວາມພ້ອມແລ້ວ ທີ່ຈະຕ້ອນຮັບ ນັກທ່ອງທ່ຽວ ທຸກໆທ່ານທັງພາຍໃນ ແລະ ຕ່າງປະເທດ ທີ່ຢາກເຂົ້າ ມາທ່ຽວຊົມ ນ້ຳຕົກຕາດເຍືອງ ເນື່ອງຈາກພວກເຮົາ ມີກຳລັງກຽມ ພ້ອມຕ້ອນຮັບ ນັກທ່ອງທ່ຽວ, ພ້ອມນີ້ ກໍໄດ້ສ້າງຫລາຍກິດຈະກຳອີກຕື່ມ ແລະ ໃນມໍ່ໆນີ້ ຈະໄດ້ເປີດຕະຫລາດ ຂາຍພືດ ຜັກປອດສານພິດ ແລະ ອື່ນໆ ຢູ່ພາຍໃນ ແຫລ່ງທ່ອງທ່ຽວ ໂດຍບໍ່ໄດ້ເກັບຄ່າ ສະຖານທີ່ ເພື່ອສົ່ງເສີມເຊື່ອມຕໍ່ ທີ່ໄດ້ຊຸກຍູ້ເຂົາເຈົ້າ ປູກຟັງຄືຜ່ານມາ.   

图片1

(昆明信息港综合整理)新冠疫情爆发两年多以来,旅游业受到严重影响,其中包括占巴塞省北松县的Nyeung瀑布景区在特殊时期暂时关闭。Nyeung瀑布旅游开发公司借此机会动员和鼓励村民生产有机蔬菜、编织品,并培养人们做好迎接游客前来参观瀑布得准备,为村民创造收入,逐步解决贫困问题。

图片2

Nyeung瀑布旅游开发公司董事长宋缇达·乌拿鹏女士近日在接受采访时表示:“两年多来,新冠疫情直接影响了我们的Nyeung瀑布旅游行业。不仅旅游业受到影响,旅游公司、宾馆和餐馆等其他相关领域也受到了影响。尽管收到了冲击,我们仍借此机会汇集了数十个家庭生产有机蔬菜,过去村民们只采摘两个季度的咖啡,除杂草,照料咖啡树,如今,村民们不仅自觉照看着咖啡园,还将闲置空地利用起来进行各种蔬菜种植,为家庭创收。

图片3

宋缇达·乌拿鹏女士还补充道,除了蔬菜种植外,仍鼓励村庄各族人民持续进行服装编制工艺,游客不仅能观赏到美丽的瀑布和大自然,还能体验各族人民的风俗文化。另一方面为村民提供工作的同时也能长久保护服装传统风俗。我们做好准备迎接来自国内外想要观赏Nyeung瀑布的游客了,因为我们一边准备着迎接游客的到来,一边打造各种活动项目。近日,在景区内将设立一个免摊位费的市场,出售有机蔬菜和其他产品,以鼓励村民们继续进行生产活动。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/29

18:07

ແບ່ງປັນ

ແປ
翻译