"ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ" ຊ່ວຍພັດທະນາເຂດຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ

ມາຈາກ:ສະບາຍດີ

00304801234_b70c4358

ພະນັກງານດ່ານພາສີກຳລັງກວດກາດສິນຄ້າສົ່ງອອກຂອງຕະຫຼາດການຄ້າຊາຍແດນ

(ສະບາຍດີ ນັກຂ່າວສຸດໃຈ) ໃນຊຸມປິມໍ່ໆມານີ້, ດ່ານພາສີຄຸນໝິງໄດ້ຊຸກຍູ້ການກໍ່ສ້າງດ່ານພາສີສະຫຼາດຢ່າງຕັ້ງໜ້າ, ລົງເລິກການປະຕິຮູບແລະປະດິດສ້າງ "ຮູບແບບອິນເຕີເນັດ+ການຄຸ້ມຄອງການຄ້າຊາຍແດນ" (ຕໍ່ໄປນີ້ເອີ້ນວ່າ "ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ" ), ໃນເດືອນກຸມພາ ປີ 2021, ຮູບແບບການຄຸ້ມຄອງນີ້ແມ່ນໄດ້ຮັບການປະຕິບັດຢູ່ດ່ານ ເຫີກໍ ເປັນມາດຕະການນະວັດຕະກຳຂອງເຂດທົດລອງການຄ້າເສລີຈີນ (ຢຸນນານ) . ຕາມສະຖິຕິ, ປັດຈຸບັນຢູ່ເຂດປັກຄອງຕົນເອງຊົນເຜົ່າຢາວ ເຫີກໍ ມີເກືອບ 9.000 ຄົນໄດ້ນຳໃຊ້ແອັບມືຖື “ການຕິດຕໍ່ເຊິ່ງກັນ ແລະ ກັນຂອງປະຊາຊົນເຂດຊາຍແດນ”, ກວມເອົາ 84% ຂອງຈຳນວນຄົນທັງໝົດຢູ່ເຂດຊາຍແດນທີ່ໄດ້ລົງທະບຽນ.

ແອັບມືຖື “ການຕິດຕໍ່ເຊິ່ງກັນ ແລະ ກັນຂອງປະຊາຊົນເຂດຊາຍແດນ”ແມ່ນໜຶ່ງໃນບັນດາຜົນສຳເລັດຂອງການປະຕິຮູບ "ອິນເຕີເນັດ + ຕະຫຼາດການຄ້າເຂດຊາຍແດນ" ຂອງດ່ານພາສີຄຸນໝິງ. ຕາມການແນະນຳຈາກດ່ານພາສີຄຸນໝິງ, ໂດຍຜ່ານແອັບນີ້ ປະຊາຊົນເຂດຊາຍແດງສາມາດຮັບຮູ້ຂໍ້ມູນກ່ຽວກັບການສະໜອງ ແລະ ຄວາມຕ້ອງການຂອງສິນຄ້າໃນຕະຫຼາດການຄ້າຊາຍແດງ, ດຳເນີນການເຄື່ອນໄຫວການຄ້າເຊັ່ນການສັ່ງຊື້ທາງອອນລາຍ, ການຈັດລຽງເຄື່ອງນຸ່ງຫົ່ມ, ການຂົນສົ່ງ, ການຂາຍພາຍໃນປະເທດ, ການຈ່າຍພາສີ. "ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ" ຮັບຮອງເອົາການໂຄສະນາເຜີຍແຜ່ທາງອອນໄລນ໌ແລະການຄ້າທາງອອບໄລນ໌ ສະຫນັບສະຫນູນການຈ່າຍເງິນແລະການຊໍາລະທີ່ບໍ່ໃຊ້ເງິນສົດ. ປະຊາຊົນເຂດຊາຍແດນເລືອກແລະສັ່ງສິນຄ້າໂດຍຜ່ານອິນເຕີເນັດແລະການຄ້າທາງອອບໄລນ໌ ຢູ່ຕະຫຼາດການຄ້າຊາຍແດນ,ຂໍ້ມູນຂອງການຄ້າຈະຖືກສົ່ງໄປຫາທະນາຄານ, ໃບຢັ້ງຢືນການຊໍາລະເງິນຈະຖືກສົ່ງໄປດ່ານພາສີ, ແລະສິນຄ້າທີ່ຖືກຢືນຢັນໃນການຄ້າຈະຖືກຄວບຄຸມຈາກດ່ານພາສີ. ຮູບແບບນີ້ໄດ້ປັບປຸງລະບົບຕ່ອງໂສ້ການຕິດຕາມກວດກາແລະການຄຸ້ມຄອງຕື່ມອີກ ໂດຍຜ່ານການປັບປຸງຮູບແບບການກວດກາຂອງດ່ານພາສີ, ມັນຍັງປະກອບສ່ວນຊຸກຍູ້ການພັດທະນາການຄ້າຊາຍແດນໃຫ້ດີຂື້ນ. ການປະຕິຮູບຂອງ "ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ" ໄດ້ປ່ຽນແປງສະພາບການທີ່ປະຊາຊົນເຂດຊາຍແດນຕ້ອງລໍຖ້າຢູ່ໃນຕະຫຼາດການຄ້າເພື່ອປະກາດ ເຊິ່ງສະຫນອງເວທີໃຫມ່ສໍາລັບການປະກາດບໍ່ຕິດຕໍ່ພົວພັນຂອງການຄ້າຊາຍແດນ, ແລະຊ່ວຍເຫຼືອການປ້ອງກັນແລະຄວບຄຸມໂຄວິດ-19 ທີ່ມີປະສິດທິຜົນ.

ຕາມການຮັບຮູ້, ນັບແຕ່ການປະຕິຮູບ"ອິນເຕີເນັດ + ຕະຫຼາດການຄ້າຊາຍແດນ" ຢູ່ດ່ານພາສີ, ໄດ້ຊຸກຍູ້ບັນດາສະຫະກອນເຂດຊາຍແດນ ແລະ ອົງການປະຊາຊົນເຂດຊາຍແດນ ພັດທະນາການຂົນສົ່ງ, ການຂາຍ ແລະ ອຸດສາຫະກຳການບໍລິການອື່ນໆທີ່ກ່ຽວກັບຕະຫຼາດການຄ້າຊາຍແດນ, ເພີ່ມລາຍຮັບຂອງຊາວຊາຍແດນຜ່ານຫຼາຍຊ່ອງທາງ ຫຼາຍວິທີ. ໃນບາດກ້າວຕໍ່ໄປ, ດ່ານພາສີຄຸນໝິງຈະສົ່ງເສີມມາດຕະການປະດິດສ້າງນີ້ໄປເຖີງທົ່ວແຂວງຢ່າງຕັ້ງໜ້າ.


近年来,昆明海关扎

00304801234_b70c4358

海关关员在边民互市场所对出口货物进行查验 通讯员 何晓晗 摄

实推进智慧海关建设,深化“互联网+边民互市贸易监管模式”改革创新(以下简称“互联网+边民互市”改革),2021年2月,此项监管模式作为中国(云南)自由贸易试验区创新举措在河口口岸实施。据统计,目前河口瑶族自治县已有近9000名边民用上了“边互通”手机App,达到了备案边民总人数的84%。

“边互通”手机App是昆明海关“互联网+边民互市”改革的成果之一。昆明海关介绍,通过“边互通”手机App,边民在手机上即可掌握互市商品供求信息,并开展网上订购、组货、物流、国内销售、缴纳税费等贸易活动。“互联网+边民互市”采用线上推广、线下交易的方式,支持非现金支付结算。边民通过互联网在平台上选择及订购商品并在边民互市场所开展线下交易,交易的订单信息将发送给银行,结算凭证将发送给海关,交易确认的商品将受海关监管。该模式通过优化海关监管模式,进一步完善了监管链条,有助于边民互市贸易健康发展。“互联网+边民互市”改革还改变了原本边民需要在互市交易场所排队等候申报的情况,为边境贸易的非接触式申报提供了新的平台,有效助力口岸疫情防控。

据悉,“互联网+边民互市”改革在河口口岸实施以来,推动边民合作社等边民组织进一步发展运输、销售等更多与互市贸易相关的服务行业,多渠道、多元化增加了边民收入。下一步,昆明海关将积极推动该创新举措在全省复制推广。(云南日报 记者刘子语)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/16

16:34

ແບ່ງປັນ

ແປ
翻译