ຜູ້ຕາງໜ້າກະສັດແຫ່ງໄທລົງກວດກາໂຄງການຮ່ວມມືລະຫວ່າງວິທະຍາໄລຣັຕນະເພັດບູຣີແລະມະຫາວິທະຍາຊົນເຜົ່າຢູນນານ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ມໍ່ໆມານີ້, ທ່ານ H.E.Dapong Ratanasuwan ນາຍພົນທະຫານ, ຜູ້ຕາງໜ້າຂອງກະສັດແຫ່ງປະເທດໄທ ໄດ້ລົງກວດກາ Phetchaburi Rajabhat University ເພື່ອຮຽນຮູ້ກ່ຽວກັບສະພາບການຮຽນ-ການສອນອອນໄລນ໌ເຊິ່ງເປັນໂຄງການຮ່ວມຝຶກອົບຮົມນັກສຶກສາປະລິນຍາຕີລະຫວ່າງ Phetchaburi Rajabhat University ກັບມະຫາວິທະຍາໄລຊົນເຜົ່າຢູນນານ. ທ່ານ H.E.Dapong Ratanasuwan  ນາຍພົນທະຫານ ໄດ້ຕີລາຄາສູງຕໍ່ຮູບແບບການສຶກສາແບບຮ່ວມມືທາງອິນເຕີເນັດລະຫວ່າງມະຫາວິທະຍາໄລສອງແຫ່ງນີ້ ແລະ ວິຊາຊີບ ວິນຍານອຸທິດຕົນຂອງຄູ-ອາຈານຂອງມະຫາວິທະຍາໄລຊົນເຜົ່າຢູນນານໃນຂະບວນການສອນອອນໄລນ໌.

ການຮ່ວມມືດ້ານການສຶກສາລະຫວ່າງມະຫາວິທະຍາໄລຊົນເຜົ່າຢູນນານແລະPhetchaburi Rajabhat University ຂອງໄທຫຼາຍກວ່າສິບປີ. ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ, ວິທະຍາຄານສາກົນຂອງມະຫາວິທະຍາໄລຊົນເຜົ່າຢູນນານໄດ້ຍຶດໝັ້ນຫຼັກການ "ຄູອາຈານຮັກສາການສອນຢ່າງບໍ່ຢຸດຢັ້ງ ແລະ ນັກຮຽນຮັກສາການຮຽນຢ່າງບໍ່ຢຸດຢັ້ງ", ແລະສືບຕໍ່ການຮ່ວມມື ກັບ Phetchaburi Rajabhat Universityຢ່າງເລິດເຊິ່ງ. ວິທະຍາຄານສາກົນປະຕິບັດວຽກງານການສອນອອນໄລນ໌ຢ່າງເຕັມຮູບແບບ, ໂດຍຜ່ານລະບົບອອນໄລນ໌, ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄຫມຢ່າງເຕັມທີ່, ດໍາເນີນການສອນອອນໄລນ໌, ແລະປະດິດສ້າງຮູບແບບການສອນ, ສະຫນອງຄວາມຮູ້ວິຊາຊີບພາສາຈີນໃຫ້ແກ່ນັກສຶກສາປະລິນຍາຕີຈາກPhetchaburi Rajabhat University ວິຊາການສຶກສາພາສາຈີນ ຊັ້ນ 2021, ແລະ ເຜີຍແຜ່ວັດທະນະທໍາຈີນທີ່ດີເລີດ. ທ່ານ H.E.Dapong Ratanasuwan   ນາຍພົນທະຫານ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງມະຫາວິທະຍາໄລໃນຫຼາຍດ້ານ, ຊຸກຍູ້ກົນໄກການຮ່ວມມື ແລະ ແລກປ່ຽນວັດທະນະທໍາແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ, ເພີ່ມທະວີການຮ່ວມມືດ້ານການສຶກສາໃນພາກພື້ນຢ່າງເລິດເຊິ່ງ.

近日,泰国国王代表H.E.Dapong Ratanasuwan将军视察碧武里皇家大学,了解碧武里皇家大学与云南民族大学本科生联合培养项目的线上教学情况。H.E.Dapong Ratanasuwan将军对两校间的线上合作教育模式及云南民族大学任课教师在线上教学过程中的专业表现、敬业精神给予了高度评价。

云南民族大学与泰国碧武里皇家大学的教育合作已有十余年。疫情期间,云南民族大学国际学院秉承“教师不停教、学生不停学”的原则,与碧武里皇家大学继续深化合作。国际学院全面承担线上课堂教学工作,通过网络在线平台,充分利用现代信息技术,开展网络在线教学,创新教学模式,为碧武里皇家大学2021级汉语教育专业本科生传授汉语言专业知识,传播优秀中国文化。H.E.Dapong Ratanasuwan将军希望双方继续努力推动校际多元合作,共同推进澜湄人文合作交流机制,深化区域教育合作。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/19

09:24

ແບ່ງປັນ

ແປ
翻译