ເລຂາທິການໃຫຍ່ສະມາຄົມມິດຕະພາບລາວ-ຈີນກ່າວວ່າ:"ການຊ່ວຍເຫຼືອຂອງຈີນເຮັດໃຫ້ລາວມີຄວາມໝັ້ນໃຈໃນການເອົາຊະນະການແຜ່ລະບາດຂອງເຊື້ອພະຍາດ"

ມາຈາກ:ສະບາຍດີ

ຢູ່ນະຄອນຫຼວງຂອງປະເທດລາວອາກາດຮ້ອນຫຼາຍໃນເດືອນເມສາ, ອຸນຫະພູມສູງກວ່າ 30 ອົງສາ. ຢູ່ໃນຫ້ອງນອນຄົນເຈັບແຍກອອກຂອງໂຮງໝໍທ້ອງຖິ່ນ, ຮ່າງກາຍຂອງຜູ້ຊ່ຽວຊານການປິ່ນປົວຈີນໄດ້ເຫື່ອອອກໃນຊຸດປ້ອງກັນ ແລະ ນ້ຳອົດນ້ຳໃຈຕິດຕໍ່ສື່ສານກັບຄົນເຈັບທ້ອງຖິ່ນຜູ້ຕິດໂຄວິດ-19ເພື່ອຮັບຮູ້ອາການປ່ວຍຂອງຄົນເຈັບ.

ຫວ່າງມໍ່ໆມານີ້, ການແຜ່ລະບາດຂອງເຊື້ອພະຍາດໄດ້ເກີດຂຶ້ນໝູນວຽນໃໝ່ໃນລາວ, ລັດຖະບານລາວໄດ້ເພີ່ມທະວີການປ້ອງກັນ ແລະ ຄວບຄຸມຢ່າງຮອບດ້ານ, ເພີ່ມສູນກວດພະຍາດ ແລະ ປິ່ນປົວພະຍາດໃນຂອບເຂດທົ່ວປະເທດ ແລະ ເລັ່ງໃສ່ການຊຸກຍູ້ສັກຢາປ້ອງກັນພະຍາດ. ວັນທີ 26 ພະຈິກ 2021, ຄະນະຊ່ວຍເຫຼືອການປິ່ນປົວກອງທັບຈີນຊຸດທີ 6 ໄດ້ຮອດນະຄອນຫຼວງວຽງຈັນ, ໂດຍເລີ່ມດຳເນີນວຽກງານການຊ່ວຍເຫຼືອປິ່ນປົວເປັນເວລາ 6 ເດືອນ, ໄດ້ຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດ, ແລະລົງເລິກການດຳເນີນວຽກງານຢູ່ທ້ອງຖິ່ນເຊັ່ນ: ຮັບປະກັນການປິ່ນປົວ, ການສອນທາງດ້ານພາກການປິ່ນປົວ, ແລະເຄື່ອນໄຫວອື່ນໆ. ຫົວໜ້າກົມສາທາລະນະສຸກກະຊວງປ້ອງກັນປະເທດລາວກ່າວວ່າ, ພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ເກີດຂື້ນຢູ່ລາວ, ການຊ່ວຍເຫຼືອຂອງຈີນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຂອງປະຊາຄົມຮ່ວມຊາຕາກຳລາວ-ຈີນ ແລະປະຊາຊົນລາວຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຈີນ. ນອກຈາກນີ້ ລັດຖະບານຈີນຍັງໄດ້ສົ່ງຄະນະຊ່ຽວຊານການປິ່ນປົວຈຳນວນໜຶ່ງມາຊ່ວຍເຫຼືອລາວຕ້ານການແຜ່ລະບາດຂອງພະຍາດ, ສະໜອງວັກຊີນໂດຍບໍ່ເສຍຄ່າ, ຊ່ວຍເຫຼືອໃນການກໍ່ສ້າງຫ້ອງທົດສອບ Nucleic acid, ແລະສະໜັບສະໜູນວັດຖຸສິ່ງຂອງເປັນຈຳນວນຫຼວງຫຼາຍ, ເປັນບົດບາດສຳຄັນທີ່ບໍ່ສາມາດປ່ຽນແທນໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດຢູ່ລາວ.

ຄະນະຊ່ຽວຊານການປິ່ນປົວຈີນຕາມປະສົບການທີ່ມີຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ, ຄະນະຊ່ຽວຊານການປິ່ນປົວຈີນຊ່ວຍເຫຼືອລາວຕາມສະພາບທ້ອງຖິ່ນ ໃນການຍົກລະດັບແຜນການປ້ອງກັນຄວບຄຸມ ແລະປິ່ນປົວ, ຍົກສູງລະດັບເຕັກນິກແລະຄວາມສາມາດການຮັບມື. ເລຂາທິການໃຫຍ່ສະມາຄົມມິດຕະພາບລາວ-ຈີນກ່າວວ່າ: ການຊ່ວຍເຫຼືອຂອງຈີນເຮັດໃຫ້ລາວມີຄວາມໝັ້ນໃຈໃນການເອົາຊະນະການແຜ່ລະບາດຂອງເຊື້ອພະຍາດ. ຄົນເຈັບລາວຄົນໜຶ່ງເວົ້າວ່າ, "ເມື່ອຂ້ອຍເຫັນແພດໝໍຈີນມາແລ້ວ ແລະ ຍິນຄຳແນະນຳຂອງຜູ້ຊ່ຽວຊານຈີນ, ຂ້ອຍຮູ້ສຶກສະບາຍໃຈຫຼາຍກ່ວາ."

ວັນທີ 25 ມັງກອນນີ້, ລັດຖະບານຈີນໄດ້ຊ່ວຍເຫຼືອລາວດ້ວຍຢາວັກຊີນໂຄວິດ-19 ຊຸດທີ 8 ຈຳນວນ 1,5 ລ້ານໄດ້ມາຮອດນະຄອນຫຼວງວຽງຈັນ. ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໝູນວຽນໃໝ່ໃນລາວເປັນຕົ້ນມາ, ວັກຊີນທີ່ໄດ້ຮັບຈາກ ສປ ຈີນ ໄດ້ຊ່ວຍປົກປ້ອງຊີວິດ, ສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນລາວ, ພ້ອມທັງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຟື້ນຟູການໄປມາຫາສູ່ການດ້ານການຄ້າ ແລະ ຊຸກຍູ້ການຟື້ນຟູເສດຖະກິດຂອງລາວໃນຂັ້ນຕອນຕໍ່ໄປ.

ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ, ຕ້ອງເພີ່ມທະວີການຮ່ວມມືສາກົນຢ່າງມີປະສິດທິຜົນເພື່ອປົກປັກຮັກສາສຸຂະພາບ, ຄວາມປອດໄພຊີວິດຂອງປະຊາຊົນ ແລະ ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຊາດ.ນາຍົກລັດຖະມົນຕີລາວສະແດງວ່າ, ລາວແລະຈີນເປັນປະຊາຄົມຮ່ວມຊາຕາກຳ, ລາວຈະເພີ່ມທະວີການຮ່ວມມືກັບຈີນ, ຊຸກຍູ້ການຮ່ວມມືຕ້ານການແຜ່ລະບາດຂອງສາກົນ, ຮ່ວມກັນເພິ່ມທະວີຄວາມສາມາດຄວາມປອດໄພດ້ານສາທາລະນະສຸກຂອງພາກພື້ນ, ຊຸກຍູ້ການສ້າງປະຊາຄົມສຸຂະພາບສຸຂາພິບານຂອງມະນຸດຢ່າງຕັ້ງໜ້າ.

4月的老挝首都万象,天气已十分炎热,气温超过30摄氏度。在当地医院的隔离病房里,身着防护服的中国医疗专家汗流浃背,耐心地与当地新冠肺炎患者沟通,详细了解患者病情。

近期,老挝发生新一轮疫情,老挝政府全面加强防控,在全国增设隔离诊疗中心,并加快推进疫苗接种。2021年11月26日,中国军队第六批援老挝医疗队抵达万象,开始为期6个月的医疗援助工作,克服疫情影响,在当地深入开展医疗保障、临床带教等系列活动。老挝国防部卫生局局长表示,老挝出现疫情后,中方援助生动诠释了老中命运共同体精神,老挝人民深表感谢。中国政府还先后派出多个援老抗疫医疗专家组,无偿援助疫苗,援建核酸检测实验室,提供大量物资援助,为老挝疫情防控发挥不可替代的关键作用。

中国医疗专家组根据抗疫成功经验,因地制宜帮助老挝方面升级防控和救治方案,提升技术水平和应对能力。“中国的帮助让老挝战胜疫情充满信心。”老挝老中友协秘书长说道。一位老挝患者说,“看到中国医生的到来,听到中国专家的叮嘱,心里更踏实了。”

1月25日,中国政府援助老挝第八批150万剂新冠疫苗运抵万象。老挝暴发新冠疫情以来,中方援助的疫苗助力保障老挝人民生命健康安全,也为老挝下一步恢复经贸往来、推动经济复苏打下坚实基础。

应对疫情,必须加强国际合作,才能有力维护各国人民健康、生命安全和经济社会发展。老挝总理表示,老挝和中国是命运共同体,老挝将加强与中国的合作,推动国际抗疫合作,共同提升地区卫生安全能力,为推动人类卫生健康共同体建设作出积极贡献。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/14

10:53

ແບ່ງປັນ

ແປ
翻译