ມາຈາກ:ສະບາຍດີ
ຕາມຂ່າວຈາກກຸ່ມບໍລິສັດພັດທະນາກະສິກຳແຂວງຢຸນນານ.ມາຮອດວັນທີ 9 ເມສານີ້, "ຄະນະສະເພາະບໍລິຈາກຜະລິດຕະພັນກະສິກຳໃຫ້ນະຄອນຊຽງໄຮ"ໄດ້ສຳເລັດວຽກງານສົ່ງອອກຜະລິດຕະພັນກະສິກຳ 1.490 ໂຕນເພື່ອຊ່ວຍນະຄອນຊຽງໄຮ,ຊ່ວຍຊຽງໄຮຮັບປະກັນການສະໜອງຜະລິດຕະພັນກະສິກຳ.
ເມື່ອບໍ່ດົນມານີ້,ກຸ່ມບໍລິສັດພັດທະນາກະສິກຳແຂວງຢຸນນານລວມຄວາມຕ້ອງການຂອງຜັກ,ໝາກໄມ້ແລະຜະລິດຕະພັນກະສິກຳຂອງນະຄອນຊຽງໄຮ້,ພາຍໃຕ້ການຮັບປະກັນຄວາມປອດໄພອາຫານແລະຄວາມປອດໄພຈະລາຈອນ,ປະຕິບັດວຽກງານຮັບປະກັນການສະຫນອງ,ສືບຕໍ່ຈັດຕັ້ງການສົ່ງຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງໄປນະຄອນຊຽງໄຮ,ແລະນຳໃຊ້ການປະຕິບັດຕົວຈິງເພື່ອສະໜັບສະໜູນວຽກງານປ້ອງກັນແລະຄວບຄຸມໂລກລະບາດຢູ່ນະຄອນຊຽງໄຮ.
ເພື່ອຮັບປະກັນການຈັດຊື້ ແລະ ຂົນສົ່ງຜະລິດຕະພັນກະສິກຳໃຫ້ສຳເລັດເປັນຢ່າງດີ;ກຸ່ມບໍລິສັດພັດທະນາກະສິກຳແຂວງຢຸນນານໄດ້ສ້າງຕັ້ງ “ຄະນະສະເພາະບໍລິຈາກຜະລິດຕະພັນກະສິກຳໃຫ້ນະຄອນຊຽງໄຮ”,ແລະ43 ຄົນໄດ້ຈັດຕັ້ງເຂົ້າຮ່ວມຄະນະສະເພາະບໍລິຈາກຜະລິດຕະພັນກະສິກຳໃຫ້ນະຄອນຊຽງໄຮຈາກບັນດາພາກສ່ວນ ແລະ ວິສາຫະກິດທີ່ກ່ຽວຂ້ອງເຊັ່ນ: ພະແນກທຸລະກິດອາຫານສີຂຽວຂອງກຸ່ມບໍລິສັດ, ບໍລິສັດກາວຖື,ບໍລິສັດອີຄອມເມີຊ .ເຮັດໃຫ້ຄວາມພະຍາຍາມຂອງກຸ່ມບໍລິສັດເພື່ອຮັບປະກັນການຈັດຊື້ວັດຖຸສີ່ງການບໍລິຈາກ.
ນອກຈາກນັ້ນ, ສະຫະພັນກຳມະບານແຂວງຢຸນນານໄດ້ລະດົມທຶນ 1 ລ້ານຢວນມອບໃຫ້ກຸ່ມກະສິກຳຟື້ນຟູແຂວງຢຸນນານຈັດຊື້ຜັກຊ່ວຍຊຽງໄຮ.ວັນທີ 9 ເມສານີ້,ລົດບັນທຸກຂະໜາດໃຫຍ່ 10 ຄັນທີ່ບັນຈຸຜັກສົດຄຸນນະພາບສູງ 140 ໂຕນໄດ້ອອກເດີນທາງໄປນະຄອນຊຽງໄຮ.
新华网昆明4月13日电 记者杨静 陈玲 记者从云南农垦集团获悉,截至4月9日,该集团“捐赠上海市农产品专班工作组”完成1490吨农产品驰援上海的工作,助力上海农产品保供工作。
近期,云南农垦集团结合上海市的蔬菜水果农产品需求,在保障食品安全和交通安全的前提下,承担保供任务,持续组织优质农产品运送上海,用实际行动支援上海市疫情防控。
为保障此次驰援农产品顺利完成采购、运输,云南农垦集团成立“捐赠上海市农产品专班工作组”,抽调集团绿色食品事业部、高特公司、电商公司等相关部门和企业43人进入专班工作组,举全集团之力保障捐赠物资的采购工作。
此外,云南省总工会筹集100万资金委托云南农垦集团采购蔬菜驰援上海,4月9日,10辆满载140余吨优质新鲜蔬菜的大货车启程驶向上海。
ທີມຊ່ຽວຊານກວດສອບການແພດທີ່ຊ່ວຍປະເທດລາວຂອງ ຈີນ ດຳເນີນການເຄື່ອນໄຫວແລກປ່ຽນຢູ່ ລາວ
ສະບາຍດີ2022-04-14
"ຫໍ່ຜັກທີ່ເຕັມໄປດ້ວຍຄວາມຮັກ" ຂອງນະຄອນຄຸນໝິງສົ່ງໄປນະຄອນຊຽງໄຮ
ສະບາຍດີ2022-04-12
ເລີ່ມແຕ່ວັນທີ 14 ເມສາ ນະຄອນຄຸນໝິງຈະສະໜອງການບໍລິການສັກຢາວັກຊີນໂຄໂຣນາໃຫ້ຄົນຕ່າງປະເທດ
ສະບາຍດີ2022-04-11
ບ້ານລົງລີງແຂວງຢູນນານ: ສັດຈະສູນເສຍພັນລີງເຟຣີ (Phayre's Leaf Monkey )ເກີດລີງສີຄຳນ້ອຍ
ສະບາຍດີ2022-04-11
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/12
16:35
— ແບ່ງປັນ —