ອາຊີວະສຶກສາຮັບເອົາ "ດິຈິຕອນ"

ມາຈາກ:ສະບາຍດີ

ອາຊີວະສຶກສາເປັນພາກສ່ວນທີ່ສຳຄັນສຳລັບການສຶກສາຂອງປະຊາຊົນ, ການພັດທະນາອາຊີວະສຶກສາ ໄດ້ຮັບຄວາມສົນໃຈຈາກສັງຄົມໃນດ້ານການຍົກສູງຄຸນນະພາບ, ບຳລຸງສ້າງຊັບພະຍາກອນທີ່ດີເດັ່ນ, ສ້າງຄວາມກ້າວໜ້າ ແລະ ປະດິດສ້າງ . ຫວ່າງມໍ່ໆນີ້, ທ່ານຜູ້ຮັບຜິດຊອບທີີ່ກ່ຽວຂອງຂອງກະຊວງສຶກສາທິການເມື່ອແນະນໍາສະພາບວຽກງານຕິດພັນກັບການຊຸກຍູ້ຄຸນນະພາບອາຊີວະສຶກສາໃຫ້ທັນສະໄໝ, ຈະສືບຕໍ່ຍົກລະດັບອາຊີວະສຶກສາແບບດິຈິຕອນ, ຍົກສູງຄຸນນະພາບ ແລະ ພາບພົດຂອງອາຊີວະສຶກສາ.

ການສຶກສາສະຕິປັນຍາມີຄຸນນະພາບສູງ

"ເພື່ອເຮັດໃຫ້ລາຍຮັບໃນລະດູຮ້ອນຂອງໂຮງແຮມໜຶ່ງສາມາດເກີນໄລຍະດຽວກັນຂອງປີກ່ອນ, ຄວນວາງຍຸດທະສາດການດຳເນີນທຸລະກິດແນວໃດແດ່?" ໃນຫ້ອງຮຽນອັດສະລິຍະດິຈິຕອນທີ່ຕັ້ງຢູ່ໃນວິທະຍາໄລອາຊີວະສຶກສາໃນນະຄອນຊຽງໄຮ້, ກຳລັງຂຶ້ນຮຽນຫຼັກສູດພິເສດຂອງການຄຸ້ມຄອງໂຮງແຮມ. ນັກຮຽນໄດ້ສະແດງມາດຕະການແລະເຫດຜົນ, ແລະ "ລະບົບຮູບຈຳລອງຍາດແຍງຕໍ່ສູ້ກັນ" ໄດ້ ສັນນິຖານ ແລະ ສະແດງອອກທັນທີ, ແລະໃຫ້ຄໍາຄິດເຫັນຕາມຜົນໄດ້ຮັບເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈວິທີການວາງແຜນທີ່ດີ.

ໃນຊຸມປີມໍ່ໆມານີ້, ການພັດທະນາຂອງ "ເຕັກໂນໂລຢີ + ການສຶກສາ" ຢ່າງວ່ອງໄວໄດ້ອຳນວຍພື້ນຖານທີ່ດີໃນດ້ານຊັບພະຍາກອນແລະເຕັກນິກໃຫ້ແກ່ອາຊີວະສຶກສາແບບດິຈິຕອນ, ວິທະຍາໄລອາຊີວະສຶກສາໄດ້ສ້າງເວທີການສອນແບບດິຈິຕອນເຊັ່ນ: ຫ້ອງຮຽນອັດສະລິຍະແລະສູນການສອນທົດລອງແບບຕາມໂຕແທ້ແບບປອມ ອີງຕາມຄວາມຕ້ອງການຂອງການສິດສອນວິຊາ, ເພື່ອສ້າງສະພາບແວດລ້ອມທີ່ດີຂອງການສອນແບບດີຈີຕອນ. ບາງວິທະຍາໄລແລະເວທີການສຶກສາອອນໄລນ໌ຍັງເປີດຕົວຮູບແບບການສິດສອນຂອງ "ຫຼັກສູດດິຈິຕອນ + ປື້ມແບບຮຽນເອເລັກໂຕຣນິກ" ໂດຍອີງໃສ່ອິນເຕີເນັດເຄື່ອງຂອງ, ສະຕິປັນຍາແບບຄົນ ແລະເຕັກໂນໂລຊີອື່ນໆ, ເພື່ອເສີມຂະຫຍາຍດິຈິຕອນຂອງອາຊີວະສຶກສາ.

ພ້ອມກັນນັ້ນ, ກະຊວງສຶກສາທິການຈະສືບຕໍ່ພັດທະນາຊັບພະຍາກອນການສອນດິຈິຕອນທີ່ມີຄຸນນະພາບສູງ, ສ້າງລະບົບການນຳໃຊ້ສາງຊັບພະຍາກອນທີ່ຖືກນຳໃຊ້ຢ່າງກວ້າງຂວາງໃນທົ່ວປະເທດ, ຂັ້ນແຂວງແລະ ວິທະຍາໄລ, ສືບຕໍ່ຊຸກຍູ້ການກໍ່ສ້າງປື້ມຮຽນແບບດິຈິຕອນແລະສື່ມວນຊົນ, ເລັ່ງລັດການກໍ່ສ້າງພື້ນຖານຝຶກອົບຮົມການສອນທົດລອງແບບຕາມໂຕແທ້ແບບປອມ, ເປີດນຳໃຊ້ຈຸດການທົດລອງການກໍ່ສ້າງຂອງວິທະຍາໄລອາຊີວະສຶກສາແບບຂໍ້ມູນຂ່າວສານ.

ມີຄວາມຕ້ອງການຢ່າງຫຼວງຫຼາຍຕໍ່ບຸກຄະລາກອນຕິຈິຕອນ

ນອກຈາກການຍົກລະດັບແບບຕິຈິຕອນຂອງຮູບແບບການສິດສອນອາຊີວະສຶກສາ, ການບຳລຸງສ້າງບຸກຄະລາກອນດ້ານດິຈິຕອນທີ່ມີທັກສະສົມບູນກໍ່ເປັນເປົ້າໝາຍສຳຄັນອັນໜຶ່ງຂອງການຫັນເປັນດີຈີຕອນອາຊີວະສຶກສາ.

"ຄຸນນະພາບຂອງຊາໃນບ້ານຂອງພວກເຮົາດີຫຼາຍ, ແຕ່ສະພາບການຂາຍບໍ່ດີບານໃດ, ຄົນທີ່ຮັບຮູ້ການຄ້າທາງອິນເຕີເນັດໃນບ້ານເຮົາບໍ່ຫຼາຍບານໃດ."ທ່ານ ຈ່ຽວເຊົ້າຈູ່ນ, ເລຂາຄະນະພັກສາຂາບ້ານ ຕ້າທູນ, ຕາແສງລອງທາງ, ແຂວງກຸ້ຍໂຈວ ແນະນຳວ່າ,ເພື່ອຂະຫຍາຍການວິທີການຂາຍຜະລິດຕະພັນ, ຢູ່ເຂດຊົນນະບົດມີຄວາມຈຳເປັນຕ້ອງຄົນທີ່ຮັບຮູ້ການຄ້າທາງອິນເຕີເນັດ, ຍ້ອນການຂາດເຂີນສິ່ງແວດລ້ອມໃຫຍ່ຂອງເສດຖະກິດອິນເຕີເນັດຍັງໃນໄລຍະຜ່ານມາ, “ມີຊາວກະສິກອນທີ່ເຮັດນາຢ່າງຫຼວງຫຼາຍ ແຕ່ບຸກຄະລາກອນຕິຈິຕອນຈຶ່ງຊອກຫາຍາກ."

ເພື່ອບຳລຸງສ້າງບຸກຄະລາກອນຕິຈິຕອນທີ່ຕອບສະໜອງຄວາມຕ້ອງການຂອງອຸດສາຫະກຳ, ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມໄດ້ອອກ “ມາດຕະການຈັດຕັ້ງປະຕິບັດໂຄງການບຳລຸງສ້າງວິສະວະກອນເຕັກໂນໂລຊີດິຈິຕອນ”, ປະກາດ 10 ມາດຕະຖານອາຊີບແຫ່ງຊາດ ເຊັ່ນ: ການຜະລິດອັດສະລິຍະ ເພື່ອອຳນວຍນະໂຍບາຍ ແລະ ຫຼັກຖານໃຫ້ແກ່ການບຳລຸງສ້າງວິສະວະກອນເຕັກໂນໂລຊີດິຈິຕອນ. ນອກຈາກນັ້ນ, ວິທະຍາໄລ ແລະ ວິສາຫະກິດບາງແຫ່ງຍັງໄດ້ເປີດຫຼັກສູດຝຶກອົບຮົມອອນໄລນ໌ ແລະ ອອບໄລນ໌ ຢູ່ເຂດຊົນນະບົດ ເພື່ອສະໜອງຫຼັກສູດອາຊີວະສຶກສາ ເຊັ່ນ: ການດຳເນີນທຸລະກິດທາງອີນເຕີເນັດ ແລະ ການຄຸ້ມຄອງຂໍ້ມູນຂ່າວສານ, ເພື່ອຊ່ວຍບຳລຸງສ້າງວິສະວະກອນເຕັກໂນໂລຊີດິຈິຕອນຂອງທ້ອງຖິ່ນ.

ຜູ້ຊ່ຽວຊານເຊື່ອວ່າພາຍໃຕ້ທ່າອ່ຽງການພັດທະນາແບບຂໍ້ມູນຂ່າວສານ, ແບບດິຈິຕອນ, ແບບເຄືອຂ່າຍແລະ ແບບສະຕິປັນຍາ, ພະແນກທີ່ກ່ຽວຂ້ອງຄວນສືບຕໍ່ຂູດຄົ້ນຄວາມຕ້ອງການຂອງຕະຫຼາດ, ສົ່ງເສີມບຳລຸງສ້າງວິສະວະກອນເຕັກໂນໂລຊີດິຈິຕອນ, ຍົກລະດັບການສະຫນອງແຮງງານໃນເສດຖະກິດດິຈິຕອນ,ເພື່ອສົ່ງພະລັງແຮງໃຫ້ແກ່ການຫັນເປັນດິຈິຕອນຂອງເສດຖະກິດຈີນ.

ການພັດທະນາຂອງອາຊີບຈະມີຄວາມປາດຖະໜາຫຼາຍກ່ວາ

ການແກ້ໄຂປະກອບອາຊີບເປັນໜ້າທີ່ທີ່ສຳຄັນສຳລັບອາຊີວະສຶກສາ. ໃນປັດຈຸບັນ, ເອົາເສດຖະກິດໃຫມ່ເຊັ່ນ: ຂໍ້ມູນໃຫຍ່, ຄອມພິວເຕີ້ຟັງ, ອິນເຕີເນັດເຄື່ອງຂອງ, ແລະສະຕິປັນຍາແບບຄົນເປັນຕົວແທນເຂົ້າໄປໃນອຸດສາຫະກໍາຕ່າງໆ, ແລະອາຊີບໃຫມ່ເຊັ່ນນັກທຸລະກິດຈຳໜ່າຍອິນເຕີເນັດ ແລະ ນັກສະຕິປັນຍາແບບຄົນເກີດຂື້ນຢ່າງຕໍ່ເນື່ອງ. ພາຍໃຕ້ສະພາບການຍົກລະດັບຫັນເປັນດີຈີຕອນ, ອາຊີວະສຶກສາເອົາການເພິ່ມທະວີປະກອບອາຊີບເປັນຊີ້ນຳ, ອາໄສກາລະໂອກາດການພັດທະນາອາຊີບໃໝ່ແລະຮູບແບບທຸລະກິດໃໝ່ເພື່ອໃຫ້ປະຊາຊົນກ້າວໄປໜ້າຢ່າງໝັ້ນຄົງບົນເສັ້ນທາງພັດທະນາອາຊີບ.

ຫ້ອງວ່າການສູນກາງພັກກອມມູນິດຈີນ ແລະ ຫ້ອງວ່າການຄະນະລັດຖະບານໄດ້ອອກ "ຄວາມເຫັນກ່ຽວກັບການພັດທະນາຄຸນນະພາບສູງຂອງອາຊີວະສຶກສາທັນສະໄໝ" ໃນເດືອນຕຸລາປີກາຍນີ້, ສະເໜີໃຫ້ເຊື່ອມໂຍງເຂົ້າກັບທ່າອ່ຽງຂອງການຍົກລະດັບອຸດສາຫະກໍາແລະການປະຕິຮູບທາງດ້ານເຕັກໂນໂລຊີ, ແລະເລັ່ນໃສ່ການພັດທະນາສາຂາທີ່ພົ້ນເດັ່ນຈຳນວນໜຶ່ງທີ່ຕ້ອງການຂອງຂະແໜງການຜະລິດກ້າວຫນ້າ, ພະລັງງານໃຫມ່, ກະສິກໍາທີ່ທັນສະໄຫມ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄຫມ, ສະຕິປັນຍາແບບຄົຮ. ປະດິດສ້າງຮູບແບບ ແລະ ວິທີການສອນ, ຊຸກຍູ້ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງຂອງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ການສຶກສາການສອນ, ຍົກສູງຄຸນນະພາບການສອນໃນຫ້ອງຮຽນ.

ຊ່ຽວຊານພາຍໃນຂະແໜງການເຊື່ອວ່າ ພາຍໃຕ້ການຂັບເຄື່ອນໂດຍການພັດທະນາຂອງເສດຖະກິດອິນເຕີເນັດ, ການຫັນເປັນດິຈິຕອນຂອງການສຶກສາແມ່ນທ່າອ່ຽງທົ່ວໄປ, ແລະການບຳລຸງສ້າງບຸກຄະລາກອນດິຈິຕອນແມ່ນສີ່ງຮີບດ່ວນ. ດ້ວຍການຍົກລະດັບຫັນເປັນດິຈິຕອນຢ່າງເລິກເຊິ່ງ, ອາຊີວະສຶກສາຈະກາຍເປັນ “ມີຄຸນຄ່າການຮຽນຮູ້, ມີຄວາມປາດຖະໜາ, ມີຄວາມສະແຫວງຫາ”.

作为国民教育的重要一环,职业教育发展提质培优、突破创新备受社会关注。近日,教育部相关负责人在介绍推动现代职业教育高质量发展有关工作情况时表示,将持续推动职业教育数字化升级,促进职业教育提高质量、提升形象。

智慧教学质量高

“为使某度假酒店暑期收入能够超越往年同期,应制定怎样的营销策略?”在位于上海某职业教育院校的数字化智慧教室内,一堂特殊的酒店管理课程正在进行。学生们给出对策及理由,“博弈沙盘系统”立刻进行模拟推演,并根据结果进行反馈,帮助学生理解如何做出好方案。

近年来,“科技+教育”的快速发展为职业教育数字化奠定了良好的资源与技术基础,越来越多的职业院校根据专业教学需求,推出智慧教室、虚拟仿真实验教学中心等数字化教学平台,打造良好的数字化教学环境。部分院校和在线教育平台还依托物联网、人工智能等技术推出“数字课程+电子教材”的教学模式,进一步提升职业教育的数字化程度。

同时,教育部还将持续开发优质数字教学资源,构建国家、省、校三级资源库互为补充、使用广泛的资源库应用体系,继续推动建设数字化、融媒体教材,加快虚拟仿真实训基地建设,启动职业学校信息化标杆学校建设试点。

数字人才需求旺

除了职业教育教学模式的数字化升级,培养具有综合技能的数字型人才也是职业教育数字化转型的重点目标之一。

“我们村的茶叶品质好,但销售不温不火,村里懂电商的人不是很多。”贵州省石阡县龙塘镇大屯村党支部书记周绍军介绍,为了给产品拓销路,农村普遍需要懂电商的人,由于过去缺乏互联网经济的大环境,“种地的好手一大把,数字型人才真是很难找”。

为培养切合行业需求的数字型人才,人社部此前出台了《数字技术工程师培育项目实施办法》,颁布智能制造等10个国家职业标准,为数字技术人才培养提供了政策和依据。此外,部分学校和企业还在乡村地区开设线上线下培训班,提供电商运营、信息管理等职业教育课程,助力本地数字型人才培养。

专家认为,在信息化、数字化、网络化、智能化的发展趋势下,相关部门应持续挖掘人才市场需求,推进数字人才教育培养,提高数字经济劳动力供给水平,为中国经济数字化转型增添动力。

职业发展更有盼头

解决就业是职业教育的重要任务。当前,以大数据、云计算、物联网、人工智能为代表的新经济向各个行业领域渗透,互联网营销师、人工智能分析师等新职业不断涌现。在数字化转型升级的环境下,职业教育以提升就业为导向,依托新业态、新职业发展机遇,让更多人在职业发展之路上稳步前行。

中共中央办公厅、国务院办公厅去年10月发布《关于推动现代职业教育高质量发展的意见》,提出紧密对接产业升级和技术变革趋势,优先发展先进制造、新能源、现代农业、现代信息技术、人工智能等产业需要的一批新兴专业。创新教学模式与方法,推动现代信息技术与教育教学深度融合,提高课堂教学质量。

业内人士认为,在互联网经济的发展推动下,教育数字化转型是大势所趋,培养数字型人才更是当务之急。随着数字化转型升级不断深入,职业教育将更加“有学头、有盼头、有奔头”。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/30

11:24

ແບ່ງປັນ

ແປ
翻译