ແຕ່ວັນທີ 22 ມີນານີ້, ຫໍສະໝຸດການທ່ອງທ່ຽວແຂວງຢຸນນານຈະເປີດໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າຕະຫຼອດປີ

ມາຈາກ:ສະບາຍດີ

ວັນທີ 22 ມີນານີ້, ຫໍສະໝຸດການທ່ອງທ່ຽວແຂວງຢຸນນານໄດ້ເປີດຂຶ້ນຢູ່ນະຄອນຄຸນໝິງ. ໂດຍເປັນຈຸດທົດລອງສຳລັບການຄົ້ນຫາຜະລິດຕະພັນໃໝ່ແລະຮູບແບບທຸລະກິດໃໝ່ໃນດ້ານວັດທະນະທຳແລະການທ່ອງທ່ຽວຂອງແຂວງຢຸນນານ(“ຮູບແບບທຸລະກິດໃໝ່”ໝາຍເຖິງຮູບແບບການຈັດຕັ້ງຂອງວິສາຫະກິດ ທຸລະກິດ ແລະ ຂະແໜງການແບບໃໝ່ ເຊິ່ງສ້າງຕັ້ງຂຶ້ນໂດຍອີງໃສ່ການຜັນແຍກແຕກອອກ, ການປະສົມປະສັນ, ການເຊື່ອມໂຍງຂ້າມຂະແໜງການ ແລະ ເຕັກນິກຕໍ່ຕອນຂໍ້ມູນຂ່າວສານແລະອິນເຕີເນັດຂອງການປະສົມອຸດສາຫະກໍາທີ່ແຕກຕ່າງກັນ ລະບົບຕ່ອງໂສ້ມູນຄ່າພາຍໃນວິສາຫະກິດ ແລະ ການເຊື່ອມຕໍ່ຕ່ອງໂສ້ອຸດສາຫະກໍາພາຍນອກ)ຈະເປີດໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າຕະຫຼອດປີ.

1

2

5

ຫໍສະໝຸດການທ່ອງທ່ຽວແຂວງຢຸນນານ ໄດ້ຮັບການຊີ້ນຳຈາກພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ ແລະສ້າງໂດຍສະຖາບັນຄົ້ນຄວ້າແຜນການທ່ອງທ່ຽວແຂວງຢຸນນານ, ຕັ້ງຢູ່ຊັ້ນໜຶ່ງຂອງເຂດຫ້ອງການພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ , ເລກທີ 107 ຖະໜົນຕາເວັນຕົກດົງເຟິງ ນະຄອນຄຸນໝິງ. ເນື້ອທີ່ຫໍສະໝຸດບໍ່ກວ້າງປານໃດ, ແຕ່ເນື້ອທີ່ 140 ຕາແມັດແບ່ງອອກເປັນເຂດອ່ານໜັງສື, ເຂດການອ່ານສຳລັບເດັກນ້ອຍ, ແລະຮ້ານກາເຟ, ປຶ້ມທີ່ວາງໄວ້ໂດຍແບ່ງອອກເປັນປະເພດທີ່ກ່ຽວຂ້ອງເຊັ່ນ: ອາຫານ, ປະຫວັດສາດ-ວັດທະນະທຳ, ສັດແລະພືດ. ການຄົ້ນຄ້ວາທິດສະດີ, ແລະອື່ນໆ.

3

4

6

ທ່ານ ເມີງລີ້, ຮອງຜູ້ອຳນວຍການສະຖາບັນຄົ້ນຄ້ວາແຜນການທ່ອງທ່ຽວແຂວງຢຸນນານກ່າວວ່າ, ຫໍສະໝຸດທ່ອງທ່ຽວແຂວງຢຸນນານຖືກເອີ້ນວ່າຫໍສະໝຸດ, ແຕ່ບໍ່ພຽງແຕ່ແມ່ນຫໍສະໝຸດເທົ່ານັ້ນ. ໂດຍເປັນຈຸດທົດລອງຂອງແຂວງຢຸນນານຄົ້ນຫາຜະລິດຕະພັນການທ່ອງທ່ຽວວັດທະນະທຳໃໝາ ແລະ ຮູບແບບທຸລະກິດໃໝ່ ທີ່ເອົາຕະຫຼາດເປັນຫຼັກ ຕາມການຊີ້ນຳຂອງລັດຖະບານ, ຫໍສະໝຸດການທ່ອງທ່ຽວແຂວງຢຸນນານໄດ້ສົມທົບກັບຫໍສະໝຸດແລະການທ່ອງທ່ຽວເພື່ອສ້າງສະຖານທີ່ສັງລວມການພັກຜ່ອນຢ່ອນໃຈ ການທ່ອງທ່ຽວວັດທະນະທຳທີ່ເຊື່ອມໂຍງເຂົ້າກັບຫ້ອງສະໝຸດຕົວເມືອງ, ຫ້ອງສະໝຸດຊົນນະບົດ, ວັດທະນະທຳທ້ອງຖິ່ນ ແລະ ການວາງສະແດງສິ່ງທີ່ດີງາມຂອງແຂວງຢຸນນານ.

7

8

9

ແຂວງຢຸນນານຈະຊຸກຍູ້ການກໍ່ສ້າງພື້ນຖານການທ່ອງທ່ຽວໃຫ້ມີລະດັບສູງ, ການບໍລິການທ່ອງທ່ຽວແບບອັດສະລິຍະ, ຜະລິດຕະພັນການທ່ອງທ່ຽວແບບພິເສດ, ທຸລະກິດຈຳໜ່າຍການທ່ອງທ່ຽວແບບສາກົນ,ຮັບປະກັນການຟື້ນຕົວຂອງຕະຫຼາດເທື່ອລະກ້າວໂດຍຜ່ານການພັດທະນາຜະລິດຕະພັນເຊື່ອມໂຍງດ້ານວັດທະນະທຳ ແລະ ທ່ອງທ່ຽວ, ບຳລຸງ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວສຸຂະພາບ, ສ້າງຜະລິດຕະພັນການທ່ອງທ່ຽວຊົນນະບົດອັນພິເສດ, ສ້າງບັນດາເສັ້ນທາງທ່ອງທ່ຽວຂ້າມຊາຍແດນ, ປະດິດສ້າງຮູບແບບທຸລະກິດໃໝ່.

3月22日,云南旅游图书馆在昆明开馆。作为云南省探索文旅新产品新业态的试点(新业态是指基于不同产业间的组合、企业内部价值链和外部产业链环节的分化、融合、行业跨界整合以及嫁接信息及互联网技术所形成的新型企业、商业乃至产业的组织形态。)图书馆将全年向公众免费开放。

1

2

5

云南旅游图书馆由云南省文化和旅游厅指导、云南省旅游规划研究院打造,位于昆明市东风西路107号云南省文化和旅游厅东风路办公区一楼。图书馆面积不大,但140平方米的空间划分出阅览区、儿童阅读区和咖啡吧等功能区,分门别类摆放着美食、人文历史、动植物、理论研究等旅游相关书籍及各类儿童绘本。

3

4

6

云南省旅游规划研究院副院长蒙睿说,云南旅游图书馆叫图书馆,却不只是一个图书馆。作为云南省探索以市场为主导,以政府为引导的文旅新产品新业态试点,云南旅游图书馆将图书馆与旅游内容相结合,打造集城市书房、乡村书屋及在地文化和云南好物展示等功能于一体的一站式文化旅游休闲综合体。

7

8

9

云南将推进旅游基础高端化、旅游服务智慧化、旅游产品特色化、旅游营销国际化,通过大力发展文旅融合产品,培育发展康养旅游产品,打造乡村旅游特色产品,并打造一批跨境旅游精品线路,创新产品业态,确保市场逐步恢复。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/24

18:11

ແບ່ງປັນ

ແປ
翻译