“ປວງຊົນອ່ານປື້ມ”ນັບມື້ນັບເລິກເຊິ່ງ ແລະ ແທດຈິງ

ມາຈາກ:ສະບາຍດີ

ນັບແຕ່ປີ 2014 ມາຮອດປີນີ້,“ປວງຊົນອ່ານປື້ມ”ໄດ້ບັນທຶກເຂົ້າໃນບົດລາຍງານວຽກງານຂອງລັດຖະບານ 9 ປີຢ່າງຕໍ່ເນື່ອງ, ຈາກ "ການໂຄສະນາ" ໄປສູ່ "ການສົ່ງເສີມຢ່າງເລິກເຊິ່ງ", ສະທ້ອນໃຫ້ເຫັນວ່າໂດຍຜ່ານການພັດທະນາຂອງຊຸມປີມໍ່ໆມານີ້, ຈຳນວນຄົນຂອງ“ປວງຊົນອ່ານປື້ມ”ນັບມື້ນັບຫຼາຍຂື້ນ.ແລະໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນຂອງປະຊາຊົນເທື່ອລະກ້າວ.

ການອ່ານສະທ້ອນເຖິງຄວາມປາຖະໜາຕໍ່ຊີວິດການເປັນຢູ່ທີ່ດີຂອງຄົນ ແລະເປັນຊ່ອງທາງທີ່ສຳຄັນໃນການສ້າງຄຸນຄ່າສ່ວນຕົວ. ຕາມການພັດທະນາຂອງສັງຄົມ, ຄວາມຫຼາກຫຼາຍຂອງວິທີການອ່ານໄດ້ສ້າງເງື່ອນໄຂສຳຄັນໃຫ້ແກ່ການຊຸກຍູ້ການອ່ານຂອງປວງຊົນ. ການອ່ານສາມາດສະຫນອງການບໍາລຸງທາງດ້ານວັດທະນະທໍາສໍາລັບບຸກຄົນ, ແລະມັນຍັງສາມາດອຳນວຍພະລັງງານທາງວິນຍານທີ່ເຂັ້ມແຂງໃຫ້ແກ່ຊົນເຜົ່າອ ແລະ ປະເທດຊາດ. ສິ່ງດັ່ງກ່າວຮຽກຮ້ອງບັນດາພະແນກທີ່ກ່ຽວຂ້ອງຕ້ອງກຳແໜ້ນທ່າອ່ຽງພັດທະນາການອ່ານຂອງປວງຊົນ, ເພື່ອໃຫ້ຜູ້ອ່ານມີຄວາມມ່ວນຊື່ນ, ຄວາມຮູ້ສຶກ ແລະ ໄດ້ຮັບປະໂຫຍດຈາກການອ່ານ. ພາຍໃຕ້ສະພາບການຂອງຍຸກ "ອິນເຕີເນັດ +", ມັນເປັນຄວາມຮັບຜິດຊອບອັນສໍາຄັນສຳລັບພະນັກງານໃນຂະແໜງການນີ້ທີ່ຈະຊີ້ໃຫ້ເຫັນຄຸນຄ່າຂອງປຶ້ມທີ່ດີເດັ່ນດ້ວຍວິທີຫຼາຍ.

ປະຊາຊົນເຄີຍສົມທຽບການອ່ານສື່ສັນໃໝ່ ກັບການອ່ານແບບຕື້ນ ແລະ ການອ່ານແບບແບ່ງແຍກ, ການອ່ານໂດຍວິທີແບບນີ້ແມ່ນມີບັນຫາ. ການອ່ານມີຂະບວນການຈາກຕື້ນໄປຫາເລິກ, ແລະນຳໃຊ້ເວລາທີ່ແບ່ງແຍກອອກໄປອ່ານໜັງສືກໍ່ຈະສະສົມຄວາມຮູ້ທີ່ເລິກເຊິ່ງແລະກ້ວາງຂວາງເຊິ່ງກໍ່ຕ້ອງການຮຽກຮ້ອງບົດບາດຂອງເນື້ອໃນການອ່ານທີ່ມີຄຸນນະພາບສູງ. ປະຈຸບັນ,ການອ່ານດ້ວຍປື້ມ ແລະ ການອ່ານໂດຍຜ່ານໜ້າຈໍພຽງແຕ່ມີຄວາມແຕກຕ່າງກັນໃນວິທີການອ່ານ ແຕ່ເປົ້າໝາຍຂອງການອ່ານ ແລະ ຄວາມໝາຍທີ່ໄດ້ຮັບຈາກການອ່ານແມ່ນເຊັ່ນດຽວກັນ ບໍ່ວ່າອ່ານໜັງສືຢູ່ໃນຫ້ອງສະໝຸດ ຫຼື ການອ່ານໂດຍຜ່ານໜ້າຈໍເມື່ອຂີ່ລົດໄຟໃຕ້ດິນ, ທຸກສີ່ງທຸກຢ່າງຈະສວຍງາມກ່ວາຍ້ອນການອ່ານ. 

2014年到今年,全民阅读已连续9年写入政府工作报告,从“倡导”到“深入推进”,体现了通过近几年的发展,全民阅读越来越壮大,日渐成为人们日常文化生活的一部分。

阅读体现了人们对美好生活的向往,是形成个人价值观的重要渠道。随着社会的发展,阅读方式的多样化为推广全民阅读提供了重要条件。阅读可以为个人提供文化滋养,也可以为民族乃至国家注入强大的精神力量。这就需要相关部门把握全民阅读的发展趋势,让读者读有所乐、读有所感、读有所获。在“互联网+”的时代背景下,以多元手段凸显经典价值是业内人士重要的职责所在。

曾经人们把新媒体阅读与浅阅读、碎片化阅读等同起来,以为这种阅读方式是个问题。阅读有个由浅入深的过程,而碎片拼接起来也可以很广博,这就需要发挥优质阅读内容的作用。如今读书和读屏只是阅读方式不同,殊途同归,无论是在图书馆中默默地翻阅,还是在地铁上刷屏,一切都因为阅读而变得美好。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/23

10:54

ແບ່ງປັນ

ແປ
翻译