ມາຈາກ: Pathetlao Daily Newspaper
ຂປລ.ເທສະການຫຸ່ນເຟືອງທົ່ງນາແຊງບ້ານນາ ຈັດຂຶ້ນໃນ ລະວ່າງ ວັນທີ 21-27 ມີນາ 2022 ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີການວາງສະແດງ ຫຸ່ນເຟືອງ ທີ່ເປັນຮູບສັດຕ່າງໆ ເປັນຕົ້ນ, ເສືອ, ສິງ, ລິງ (ຄິງຄ໋ອງ), ຊ້າງ, ຄວາຍ ເພື່ອສ້າງສີສັນໃຫ້ມວນຊົນ ໄດ້ມາທ່ຽວ, ມາຊົມ, ໄດ້ຖ່າຍພາບ ເກັບເອົາບັນຍາກາດ ທົ່ງນາແບບບ້ານໆ ທີ່ສວຍງາມ, ພ້ອມນັ້ນ, ຍັງມີບ່ອນຫລິ້ນເດັກນ້ອຍ, ມີການສະແດງສິລະປະ, ຟ້ອນ, ຮ້ອງເພງ ສະລັບສັບປ່ຽນກັນ ໃນແຕ່ລະວັນ, ນອກນັ້ນ, ຍັງມີຮ້ານອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ແລະ ວາງສະແດງລົດ ຕື່ມອີກ.
ທ່ານນາງ ວົງຈັນ ບົວແພງ ຮອງປະທານໂຮງແຮມລາວເທວ, ປະທານຈັດງານ ເທສະການ ຫຸ່ນເຟືອງ ທົ່ງນາແຊງບ້ານນາ ກ່າວໃນພິທີ ເປີດງານຄັ້ງນີ້ວ່າ: ເທສະການນີ້, ຈັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ ແນໃສ່ສ້າງບັນຍາກາດແບບເກົ່າໆ, ແບບບ້ານນາຢູ່ກາງທົ່ງນາ, ເພື່ອໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ, ທັງເປັນການສ້າງເງື່ອນໄຂ ໃຫ້ຜູ້ປະກອບການ ຊາວຄ້າຂາຍ ໃນເຂດໃກ້ຄຽງ ໄດ້ມີລາຍຮັບ ນຳເອົາສິນຄ້າ ປະເພດຕ່າງໆ ມາວາງຈຳໜ່າຍ ພາຍໃນງານ.
昆明信息港-萨拜迪 记者李悦 据老挝巴特寮通讯社报道,2022年3月21日至27日在万象市西孔达本县农布统村的森办拿田野上举办了稻草人节,展示了老虎、狮子、猴子、大象、水牛等各种形态的稻草人,为了吸引大众前来旅游、观光,用相机捕捉田野的鲜活氛围。同时,还有儿童游乐园,每天都有艺术表演,舞蹈,唱歌类节目交替演出,此外,还有餐厅、各种饮品和车展。
老台奥酒店副总裁、稻草节主办人翁占·班彭女士在开幕式上说到:“举办这个节日是为了促进旅游业发展,旨在营造一种复古氛围,就像村庄在稻田中一样,供国内外群众参观,也为周边地区的企业家和贸易商创收,并带来各种产品进行展销。”
“ປວງຊົນອ່ານປື້ມ”ນັບມື້ນັບເລິກເຊິ່ງ ແລະ ແທດຈິງ
ສະບາຍດີ2022-03-23
ປຶ້ມເດັກນ້ອຍທີ່ມີຄຸນນະພາບສູງ ຫຼາຍກວ່າ 120 ປະເພດສະແດງໃນງານວາງສະແດງປຶ້ມເດັກນ້ອຍສາກົນ Bologna
ສະບາຍດີ2022-03-23
ການເຄື່ອນໄຫວຕ່າງໆກ່ຽງກັບ "ການເຂົ້າໄປໃນໂຮງຮຽນ" ສາມາດປະສົມເປັນລະບົບບໍ່
ສະບາຍດີ2022-03-22
ກະຊວງ ຖວທ ແຫ່ງ ສປປ ລາວປຶກສາຫາລືການເຊື່ອມສານການເຕີບໂຕສີຂຽວເຂົ້າໃນຍຸດທະສາດ
Pasaxon Daily Newspaper2022-03-21
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/31
17:27
— ແບ່ງປັນ —