ກະຊວງ ຖວທ ແຫ່ງ ສປປ ລາວປຶກສາຫາລືການເຊື່ອມສານການເຕີບໂຕສີຂຽວເຂົ້າໃນຍຸດທະສາດ

ມາຈາກ: Pasaxon Daily Newspaper

img1412062320220303_144944 (1)

ກົມແຜນການ ແລະ ການຮ່ວມມື ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວຽກງານການເຕີບໂຕສີຂຽວຂອງ ສປປ ລາວ ຂຶ້ນໃນວັນທີ 3 ມີນາ ນີ້ ທີ່ກະຊວງ ຖວທ, ໂດຍການເປັນປະທານຂອງທ່ານ ນາງ ສີຈັນ ແສງພີມ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ຖວທ, ທ່ານ ສາຍຄຳ ວໍລະເດດ ວ່າການຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ເສດຖະກິດ-ສັງຄົມ ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ - ສັງຄົມແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ແມ່ນເພື່ອປຶກສາຫາລືກ່ຽວກັບການເຊື່ອມສານການເຕີບໂຕສີຂຽວເຂົ້າໃນຍຸດທະສາດ ແລະ ແຜນຂອງຂະແໜງການ ແລະ ທ້ອງຖິ່ນ. ຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ ສ້າງຂຶ້ນເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະຍາວ ທີ່ພັກ ແລະ ລັດຖະບານໄດ້ກຳນົດໄວ້,ຄຽງຄູ່ກັບການສ້າງຄວາມສົມດູນລະຫວ່າງການຂະຫຍາຍຕົວຂອງເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາທາງດ້ານສັງຄົມໃຫ້ສາມາດຮັກສາໄດ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບສູງ, ໝັ້ນທ່ຽງ, ຕໍ່ເນື່ອງ ແລະ ຍາວນານ,ຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ ໄດ້ເລັ່ງໃສ່ຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເປັນທຳ,ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດຂອງປະເທດໃຫ້ເກີດປະໂຫຍດສູງສຸດ,ການຂະຫຍາຍຕົວຂອງເສດຖະກິດທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນສິ່ງເສດເຫຼືອ ແລະ ການປ່ອຍອາຍພິດເຮືອນແກ້ວ.

img1412062320220303_144944 (1)

昆明信息港-萨拜迪 记者李悦 据老挝人民报报道,老挝信息文化旅游部计划合作局在3月3日于信息文化旅游部举行了老挝绿色增长工作会议,部长兼计划合作局副局长西占 · 森平,国家社科院社会经济研究所所长赛坎 · 威拉德和相关部门工作人员参与会议。

本次会议讨论将绿色增长融入行业和地方的战略计划当中。老挝绿色增长战略保障实现党和国家制定的国家长期社会经济发展目标。同时保持经济增长、保护环境和社会发展的平衡,以确保经济高端、稳定、持续、长期增长。老挝绿色增长战略强调发展经济,广泛、全面、公正脱贫,高效使用国家自然资源,使有限的资源产生最大的效益。发展清洁,自然友好型经济,减少废气和温室气体排放。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/21

11:00

ແບ່ງປັນ

ແປ
翻译