ມາຈາກ:ສະບາຍດີ
ທົ່ງໄຫຫີນຢູ່ທີ່ເມືອງໂພນສະຫວັນແຂວງຊຽງຂວາງ ເປັນແຫຼ່ງທ່ອງທ່ຽວທີ່ປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນຂອງເມືອງໄຫຫີນຫຼວງຫຼາຍທີ່ຕັ້ງລຽງກັນຢູ່ເທິງໂນນພູ, ສ່ວນໃຫຍ່ເຮັດມາຈາກຫີນຊາຍພາຍໃນໄຫບາງໄຫພົບໂຄງກະດູກມະນຸດບາງໄຫພົບລູກປັດຈາກຈີນເຄື່ອງປະດັບຊົນເຜົ່າ ແລະ ຮູບສຳຣິດຕອນນີ້ຈຶ່ງຍັງບໍ່ມີໃຜຮູ້ທີ່ມາທີ່ໄປຍ່າງຊັດເຈນຂອງໄຫຫິນເຫຼົ່ານີ້ ແຕ່ຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ບໍ່ຄວນພາດທົ່ງໄຫຫີນຊຽງຂວາງ ໄຫຫີນບູຮານນັບພັນໆໜ່ວຍມີນ້ຳໜັກແຕ່ 600 ກິໂລກາມ ເຖິງ 1 ໂຕນມີອາຍຸແຕ່ 2500 - 3000 ປີ ຕັ້ງຢາຍເດຍລະດາດໃນທົ່ງຢູ່ເມືອງແປກແຂວງຊຽງຂວາງ.
ມາຮອດປະຈຸບັນ, ຕົ້ນກຳເນີດຂອງບັນດາໄຫຫີນເຫຼົ່ານີ້ພວມເປັນສິ່ງທີ່ປິດສະໜາສຳລັບນັກຄ່ວາບູຮານຄະດີ ກໍຄືນັກທ່ອງທ່ຽວມາຈາກທົ່ວສາລະທິດ. ເມື່ອມີໂອກາດມາຢ້ຽມປະເທດລ້ານຊ້າງທີ່ສວຍງາມ, ສິ່ງທຳອິດທີ່ນັກທ່ອງທ່ຽວສົນໃຈແມ່ນທົ່ງໄຫຫີນ. ເພາະວ່າຢູ່ທີ່ນີ້ໄຫຫີນໃຫຍ່, ນ້ອຍທັງໝົດປະມານ 2000 ໜ່ວຍ, ຕັ້ງຍັ່ງຢາຍເດຍລະດາດ ຢູ່ 57 ບ່ອນໃນສາມໝູ່ບ້ານທີ່ຫ່າງຈາກເທສະບານເມືອງໂພນສະຫວັນແຂວງຊຽງຂວາງປະມານ 7 ກິໂລແມັດ.
ໄຫຫີນໜ່ວຍໃຫຍ່ສຸດມີເສັ້ນຜ່າກາງ 2.5 ແມັດ ແລະ ສູງເຖິງ 2.57 ແມັດ, ມີນ້ຳໜັກຫຼາຍໂຕນ. ໜ່ວຍນ້ອຍສຸດມີຂະໜາດພໍອູ້ມໜື່ງ. ໄຫຫີນສ່ວນຫຼາຍບໍ່ມີຝາປົກ ແລະ ມີຮູບຊົງແຕກຕ່າງກັນ, ບໍ່ມີໜ່ວຍໃດຄ້າຍຄືກັນ ແລະ ຕັ້ງຍັ່ງຢາຍເດຍລະບາດບໍ່ເປັນລະບຽດ. ມີເລື່ອງລາວສືບທອດກັນມາແຕ່ບູຮານນະການວ່າ: ຂຸນເຈືອງແມ່ນກົກເຫຼົ່າຊົນເຜົ່າລາວບູຮານ, ພາຍຫຼັງຕີເອົາຊະນະສັດຕູ, ຂຸນເຈືອງໄດ້ສັ່ງໃຫ້ຜະລິດບັນດາໄຫຫີນດັ່ງກ່າວ ເພື່ອບັນຈຸເຫຼົ່າກຽມຈັດງານລ້ຽງສະຫຼອງໄຊຊະນະ. ປະຊາຊົນຢູ່ທີ່ນີ້ພັດເຊື່ອວ່າ, ບັນດາໄຫຫີນເຫຼົ່ານີ້ແມ່ນຈອກກິນເຫຼົ້າຂອງບັນດາເທວະດາ.
石缸平原位于川圹省的丰沙湾县,是重要的历史文化景点。石缸相互连续地位于山丘上,在石缸里面能看见人的骸骨、中国的小串珠以及民族饰品。至今没有人能够清楚的阐释这些石缸的来源,但是石缸平原却是不容错过的旅游景点。古代川圹省石缸数量成千上万,重达600公斤至1吨不等,有着2500至3000年的历史,并在川圹省碑县也有分布。
川圹省的位置
直到现在关于这些石头的起源对于考古学家以及来自各地的游客仍然是一个迷,当有机会去澜沧王国参观,游客们最感兴趣的就是石缸平原,因为这里有大小石缸约2000个分布在距丰沙湾区较远的三个村庄的57个地方,距川矿省大约7公里。
最大的石缸直径为25米,高257米,重达数吨:最小的石缸刚好能用手臂环抱。这些石缸多数都没有盖子,并且形状各不相同,错落无序。据老挝古代流传下来的故事:地壮是老挝古时候的部族首领,当他战胜了敌人之后下令打造了这些石缸,用于盛美酒筹备庆功宴。而当地人却认为这些石缸是众神仙饮酒的杯子。
平原风貌
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/14
10:41
— ແບ່ງປັນ —