ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານມີຜູ້ໂດຍສານຜ່ານແດນຫຼາຍກວ່າ 2 ລ້ານຄົນ ເຊິ່ງໄວກວ່າປີກາຍ 25 ມື້ ໄດ້ເພີ່ມຂຶ້ນ 9.7% ເມື່ອທຽບໃສ່ປີກ່ອນ

ມາຈາກ:ສະບາຍດີ

2152104_2048x2048

ອີງຕາມແຫຼ່ງຂ່າວຈາກດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນ ແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 17 ສິງຫາ ປີ2026 ນີ້, ດ່ານດັ່ງກ່າວໄດ້ກວດກາຄົນເຂົ້າ-ອອກເມືອງຫຼາຍກວ່າ 2,020,000 ເທື່ອຄົນ ຈາກ 104 ປະເທດ ແລະ ເຂດແຄ້ວນຂອງທົ່ວໂລກ, ເພີ່ມຂຶ້ນ 9.7% ເມື່ອທຽບໃສ່ປີກ່ອນ, ແລະ ກວດກາຍານພາຫະນະຂົນສົ່ງເຂົ້າ-ອອກເມືອງຫຼາຍກວ່າ 390,000 ເທື່ອຄັນ (ຂະບວນລົດໄຟ), ເພີ່ມຂຶ້ນຫຼາຍກວ່າ 4% ເມື່ອທຽບໃສ່ປີກ່ອນ, ໄດ້ບັນລຸຜູ້ໂດຍສານເຂົ້າ-ອອກເມືອງຫຼາຍກວ່າ 2 ລ້ານຄົນ ກ່ອນໜ້ານີ້ 25 ມື້ ເມື່ອທຽບກັບປີກ່ອນ.


2152104_2048x2048

记者8月18日从磨憨出入境边防检查站获悉,今年截至8月17日,该站共验放来自世界104个国家和地区的出入境人员202万余人次,同比增长9.7%,验放出入境交通运输工具39万余辆(列)次,同比增长超4%,实现超200万人次出入境的时间比去年提前25天。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

08/18

10:15

ແບ່ງປັນ

ແປ
翻译