ທາງລົດໄຟຈີນ-ລາວ ພາກສ່ວນລາວ ເປີດບໍລິການລົດຂົນສົ່ງກະເປົາ ແລະ ພັດສະດຸ

ມາຈາກ:ສຳນັກຂ່າວສານຊິນຮວາ

dgS73GKzUQ6UGsRt

ສະບາຍດີ ນັກຂ່າວ ເກສອນ)ເວລາ 8 ໂມງ 25 ນາທີ ຂອງວັນທີ 22 ຕາມເວລາທ້ອງຖິ່ນ,, ລົດໄຟໂດຍສານຄວາມໄວປົກກະຕິ K12 ທີ່ປະກອບໃໝ່ພ້ອມດ້ວຍຕູ້ຂົນສົ່ງກະເປົ໋າໄດ້ອອກເດີນທາງຢ່າງໝັ້ນທ່ຽງຈາກສະຖານີລົດໄຟວຽງຈັນ ສປປ ລາວ. ນີ້ແມ່ນຄັ້ງທຳອິດທີ່ ລົດໄຟ ລາວ-ຈີນ ພາກສ່ວນປະເທດລາວ ໄດ້ເປີດນຳໃຊ້ຕູ້ຂົນສົ່ງກະເປົາ ເພື່ອດຳເນີນທຸລະກິດການຂົນສົ່ງກະເປົາໂດຍສານ ແລະ ພັດສະດຸ ແບບປົກກະຕິ, ນີ້ໝາຍເຖິງການສິ້ນສຸດຢ່າງເປັນທາງການຂອງຮູບແບບ "ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າແບບປະສົມ" ສຳລັບການຂົນສົ່ງກະເປົາເດີນທາງໃນພາກສ່ວນປະເທດລາວ, ແລະ ເປັນການຍົກລະດັບຢ່າງຮອບດ້ານໃນດ້ານປະສິດທິພາບການຂົນສົ່ງ ແລະ ຄຸນນະພາບການບໍລິການ.

o8dKmb7M7kLtMZdu

ອີງຕາມບໍລິສັດທາງລົດໄຟລາວ-ຈີນຈຳກັດ,ການຂົນສົ່ງກະເປົາເດີນທາງໃນເສັ້ນທາງລົດໄຟຈີນ-ລາວ ພາກສ່ວນລາວ ໃນເບື້ອງຕົ້ນແມ່ນອາໄສບ່ອນນັ່ງຫວ່າງຂອງລົດໄຟໂດຍສານທຳມະດາ K12/K11 ເປັນຫຼັກ, ເຊິ່ງບໍ່ພຽງແຕ່ບໍ່ສາມາດຕອບສະໜອງຄວາມຕ້ອງການການຂົນສົ່ງກະເປົາເດີນທາງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຕໍ່ປະສົບການການເດີນທາງຂອງຜູ້ໂດຍສານອີກດ້ວຍ.ເພື່ອປັບປຸງສະພາບການຂົນສົ່ງກະເປົ໋າ,ບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ປະສານງານການນຳໃຊ້ຕູ້ລົດໄຟຂົນສົ່ງກະເປົາເພື່ອໃຫ້ບໍລິການເປັນປະຈຳ,ເຊິ່ງຈະເພີ່ມຄວາມອາດສາມາດໃນການຂົນສົ່ງກະເປົາທາງລົດໄຟໃນລາວຫຼາຍກວ່າສອງເທົ່າ.

1O7gLol9cnE2hT1J

ຕາມຂໍ້ມູນລະບຸວ່າ, ທຸລະກິດການຂົນສົ່ງກະເປົາທາງລົດໄຟ ທີ່ເລີ່ມໃຫ້ບໍລິການໃໝ່ຄັ້ງນີ້ ຈະຄອບຄຸມສະຖານີຫຼັກໃນພາກສ່ວນລາວຂອງທາງລົດໄຟ ລາວ-ຈີນ. ໃນນັ້ນ, ສະຖານີ ວຽງຈັນ ແລະ ສະຖານີ ບໍ່ເຕນ ສາມາດໃຫ້ບໍລິການທັງການຮັບຝາກ ແລະ ການຮັບກະເປົາ, ຂະນະທີ່ ສະຖານີ ຫຼວງພະບາງ, ສະຖານີ ເມືອງໄຊ ແລະ ສະຖານີ ນາເຕີຍ ສາມາດໃຫ້ບໍລິການຮັບກະເປົາເທົ່ານັ້ນ. ໃນລະຫວ່າງການດຳເນີນງານ, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ຈະຕິດຕາມ ແລະ ຄວບຄຸມຕະຫຼອດຂະບວນການ ຕາມລະບຽບການຂົນສົ່ງກະເປົາທາງລົດໄຟ.

dgS73GKzUQ6UGsRt

当地时间22日上午8时25分,新编组加挂行李车的K12次普速旅客列车从老挝万象站平稳驶出。这是中老铁路老挝段首次常态化启用行李车开展行包运输业务,标志着老挝段行包运输正式告别“客货混运”模式,运输效能与服务品质实现全面升级。

o8dKmb7M7kLtMZdu

据老中铁路有限公司介绍,中老铁路老挝段行包运输原来主要使用K12/K11普速旅客列车空余座位开展,既满足不了行包运输需求,又影响旅客乘车体验感。为改善行包运输条件,老中铁路有限公司协调引入一辆行李车实现常态化运营,老挝境内铁路行包运输能力将提升一倍以上。

1O7gLol9cnE2hT1J

据悉,本次全新开通的铁路行包运输业务将覆盖中老铁路老挝段核心站点。其中,万象站、磨丁站可办理行包托运与到达双向业务,琅勃拉邦站、孟赛站、纳堆站仅承接行包到达业务。运营期间,老中铁路有限公司将按照铁路行包运输规范进行全程盯控。

[ບັນນາທິການ:ເກສອນ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

06/24

17:24

ແບ່ງປັນ

ແປ
翻译