ຊາຈອກໜຶ່ງ, ຊຶມຊັບສະເໜ່ແຫ່ງການເປີດກວ້າງຂອງແຂວງຢຸນນານ

ມາຈາກ:ສຳນັກຂ່າວສານຊິນຮວາ

ນັກທ່ອງທ່ຽວຕ່າງປະເທດຊີມລົດຊາດຊາຢຸນນານ

ສະບາຍດີ ນັກຂ່າວ ເກສອນ)ໃນໂຊນວາງສະແດງຜະລິດຕະພັນຊາ ຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ແມ່ນມີແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມຢ່າງຫຼວງຫຼາຍ, ກິ່ນຫອມອົບອວນຂອງຊາ ໄດ້ກາຍເປັນຂົວຕໍ່ ໃນການຊຸກຍູ້ການແລກປ່ຽນເສດຖະກິດ-ການຄ້າ ລະຫວ່າງຈີນ ແລະ ຕ່າງປະເທດ, ພ້ອມທັງສະແດງໃຫ້ເຫັນເຖິງ ສະເໜ່ອັນເອກະລັກພິເສດແຫ່ງການເປີດກວ້າງສູ່ໂລກພາຍນອກ ຂອງແຂວງຢຸນນານ.

ໃນງານວາງສະແດງຄັ້ງນີ້, ຜະລິດຕະພັນຊາທີ່ມີເອກະລັກເຊັ່ນ: ຊາພູເອີ, ຊາຕຽນຮົງ ແລະ ຊາຂາວ ໄດ້ນຳມາວາງສະແດງຢ່າງໂດດເດັ່ນ, ເຄື່ອງດື່ມຊາສະໄໝໃໝ່ ເຕັກນິກການປະສົມຊາ ແລະ ຂະບວນການໝັກຊາອັນປານີດ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຊົມ ຈົນຕ້ອງຢຸດຊົມຢ່າງບໍ່ຂາດສາຍ. ຊາແບບດັ້ງເດີມ ແລະ ຜະລິດຕະພັນນະວັດຕະກຳ ໄດ້ເສີມສ້າງຄຸນຄ່າໃຫ້ແກ່ກັນ ແລະ ກັນ, ກາຍເປັນລະບົບຜະລິດຕະພັນທີ່ຫຼາກຫຼາຍ ແລະ ຄົບວົງຈອນ. ໃນຂະນະດຽວກັນ, ຊາຈາກອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ນຳມາຮ່ວງານໃນໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງນີ້ເຊັ່ນກັນ.

ໃນຖານະເປັນປ່ອງຢ້ຽມສຳຄັນ ໃນການເຊື່ອມໂຍງການແລກປ່ຽນດ້ານເສດຖະກິດ-ການຄ້າ ແລະ ວັດທະນະທຳ ລະຫວ່າງ ຈີນ ແລະ ບັນດາປະເທດໃນພາກພື້ນອາຊີໃຕ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້  ໄດ້ສ້າງເວທີອັນກວ້າງໃຫຍ່ ໃຫ້ແກ່ຊາຂອງແຂວງຢຸນນານ ໃນການກ້າວສູ່ຕະຫຼາດສາກົນ.ຕະຫຼອດຫຼາຍປີຜ່ານມາ, ບັນດາວິສາຫະກິດຊາທ້ອງຖິ່ນຂອງແຂວງຢຸນນານ ໄດ້ອາໄສເວທີສາກົນແຫ່ງນີ້ ເພື່ອສືບຕໍ່ຂະຫຍາຍຕະຫຼາດໃນພາກພື້ນອາຊີໃຕ້.ໃນງານວາງສະແດງ, ບັນດານັກທຸລະກິດຊາທັງຈາກຈີນ ແລະ ຕ່າງປະເທດ ໄດ້ນຳໃຊ້ຊາເປັນພໍ່ສື່ ແລະ ໃນການຜູກມິດໄມຕີ ແລະ ສ້າງມິດຕະພາບ. ວັດທະນະທຳຊາ ແລະ ອຸດສາຫະກຳຊາ ໄດ້ຖືກປະສົມປະສານກັນ, ເຮັດໃຫ້ຊາຂອງແຂວງຢຸນນານ  ຄ່ອຍໆກ້າວອອກຈາກເຂດພູດອຍ ສູ່ຕະຫຼາດໂລກ, ພ້ອມທັງກາຍເປັນສັກຂີພິຍານອັນມີຊີວິດຊີວາ ຂອງການຮ່ວມມືສອງຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

20260614ef294ab17db0467abd24ad731ec2d9c1_202606149aeb080e5c394a64a3182373ac7227e2

ຊາທີ່ຜ່ານເຕັກໂນໂລຊີການສະກັດເຢັນ

20260614ef294ab17db0467abd24ad731ec2d9c1_202606147cab5e3db56643488e8b44bbdd2adb14

ນັກທ່ອງທ່ຽວ ກຳລັງຊີມລົດຊາດ ຊາສາມລົດຊາດ ຂອງດາລີ

20260614ef294ab17db0467abd24ad731ec2d9c1_2026061412443c125c164807a2227c7e59580096

ນັກທ່ອງທ່ຽວຈີນໄດ້ຊີມຊາດຳສີລັງກາ

ຊາຈາກປະເທດລາວ

ນັກທ່ອງທ່ຽວ ຊີມເຄື່ອງດື່ມຊາທີ່ມີເອກະລັກຂອງຊາສົ້ມ ເຜົ່າເຕີອານ ຢູ່ກິ່ງແຂວງເຕີຮົງ

ນັກທ່ອງທ່ຽວມາຊີມຊາຢູ່ໃນເຂດວາງສະແດງ

ຊາຈາກກິ່ງແຂວງສິບສອງພັນນາ

外国游客品云南的茶

第10届中国—南亚博览会茶品展区宾客云集,一缕茶香串联起中外经贸往来,尽显云南对外开放的独特韵味。

本届展会,普洱茶、滇红、白茶等特色茶饮集中亮相,新式茶饮及精湛拼配、发酵工艺引得观众频频驻足,传统茶品与创新产品相得益彰,形成丰富多元的产品矩阵。同时,来自南亚、东南亚的茶叶也纷纷亮相南博会。

作为联通中国与南亚经贸文化交流的重要窗口,南博会为云茶出海搭建了广阔平台。多年来,云南本土茶企借助这一国际平台持续开拓南亚市场。展会上,中外茶商以茶为媒、以茶会友,茶文化与茶产业双向融合,让醇香云茶不断走出山野、走向世界,成为双边互利合作的生动见证。

用冷萃技术做的茶

游客品尝大理三道茶

中国游客品尝斯里兰卡红茶

来自老挝的茶叶

游客品尝德宏州德昂族酸茶特色茶饮

展区内,游客前来品茶

来自西双版纳的茶

[ບັນນາທິການ:ເກສອນ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

06/18

11:18

ແບ່ງປັນ

ແປ
翻译