ມາຈາກ:ສະບາຍດີ
ບໍ່ດົນມານີ້ ໂຄງການການກໍ່ສ້າງ ທາງຍ່າງສີຂຽວ ສວນສຸຍຮູ ໄດ້ສໍາເລັດ ແລະ ເປີດໃຫ້ນຳໃຊ້ຢ່າງເປັນທາງການ. ໂຄງການນີ້ຕັ້ງຢູ່ທາງທິດໃຕ້ຂອງຖະຫນົນໃຕ້ ສຸຍຮູ ແລະ ທິດຕາເວັນຕົກ ຖະໜົນ ຮວງກົງດົງ,ປະກອບມີ ສອງພາກສ່ວນ ຄືສວນສາທາລະນະ ເທດສະບານ ຖະໜົນ ຮວງກົງດົງ ແລະ ທາງຍ່າງສູງ.
ທາງຍ່າງສີຂຽວໄດ້ເຊື່ອມຕໍ່ຖະໜົນເກົ່າຄຸນມິງກັບເຂດສຸຍຮູ ແລະ ເພີ່ມທະວີການຮ່ວມມືດ້ານວັດທະນະທຳແລະການທ່ອງທ່ຽວລະຫວ່າງສອງເຂດ.
ທາງຍ່າງສີຂຽວຮອບ ສຸຍຮູ ເລີ່ມຕົ້ນຈາກທາງທິດໃຕ້ ຂົວຂ້າມສຳຫລັບຄົນຍ່າງ ຖະໜົນ ຣິນໝິນ ຢູ່ຂ້າງສະໜາມຫຼວງ ອູຮວາ,ຜ່ານຖະໜົນອູຮວາ,ຖະໜົນວຸຍຢີ,ແລະ ທາງເຂົ້າທິດເໜືອສວນສາທາລະນະຖະໜົນ ຮວງກົງດົງທີ່ສ້າງຂຶ້ນໃໝ່,ມີຄວາມຍາວປະມານ 620 ແມັດ.ໂດຍການກໍ່ສ້າງທາງຍ່າງແບບໃໝ່ທີ່ມີນ້ຳໜັກເບົາ ແລະ ປັບປຸງພູມສັນຖານວັດທະນະທໍາຕາມທາງຍາງດັ່ງກ່າວ, ເປັນເສັ້ນທາງຍ່າງຊ້າໆ ທີ່ອຸດົມສົມບູນໄປດ້ວຍເນື້ອໃນ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນ ໃຫ້ພົນລະເມືອງ ແລະ ນັກທ່ອງທ່ຽວ.
ເຈົ້າອາດຈະພົບກັບສະຖານທີ່ເກົ່າແກ່ຂອງຫໍຮວງກົງ ຢູ່ມຸມໃດນຶ່ງ.ຖື ລາເຕ້ ຮ້ອນຈອກໜຶ່ງ, ສໍາຜັດກັບກໍາແພງຫີນທີ່ມີອາຍຸເກົ່າແກ່, ຄືກັບວ່າມີຄົນມາເລົ່າເລື່ອງລາວຂ້າງຫູທ່ານເບົາໆ. ກາເຟແລະປະຫວັດສາດໄດ້ຜະສົມຜະສານທີ່ເຫມາະສົມໃນຖະຫນົນຫົນທາງນີ້, ແລະ ຈະໄປຮອດ ສຸຍຮູ ໃນອີກບໍ່ດົນ.
"ທະເລສາບສຸຍຮູເປັນເຄິ່ງຫນຶ່ງປະຫວັດສາດຂອງຄຸນມິງ."ທະເລສາບສຸຍຮູ, ເປັນເມືອງໂອເອຊີຢູ່ໃຈກາງນະຄອນຄຸນມິງ, ເປັນສະຖານທີ່ທີ່ດີສຳລັບພົນລະເມືອງ ແລະ ນັກທ່ອງທ່ຽວທີ່ຈະພັກຜ່ອນ ແລະ ມ່ວນຊື່ນ, ແລະ ຍັງເປັນປ່ອງຢ້ຽມທີ່ສຳຄັນເພື່ອຄົ້ນຫາປະຫວັດສາດ ແລະ ວັດທະນະທຳຂອງແຂວງຢຸນນານ.
ຈາກຫໍພິພິທະພັນທີ່ເປັນພະຍານແຫ່ງເວລາ ໄປຈົນຮອດຮ້ານຂາຍປຶ້ມ ແລະຮ້ານກາເຟທີ່ເຕັມໄປດ້ວຍກິ່ນອາຍຂອງສິລະປະ, ແລະຖະໜົນອາຫານທີ່ຄຶກຄັກ... ທ້າຍອາທິດມາຮອດແລ້ວ, ການຍ່າງເລາະລຽບຕາມແຄມຝັ່ງທະເລສາບ ສຸຍຮູ ໃຫ້ທຸກສິ່ງທີ່ທ່ານຕ້ອງການສໍາລັບການກິນ, ການດື່ມ, ແລະຄວາມບັນເທີງ!
ອາຫານການກິນຂອງ ສວນສຸຍຮູ
ເສັ້ນໝີ່ເຕົ້າຫູ້ ເຈີນຊີ-ເຫີເສັ້ນຈູເວີນຊານ-ຕ້ວມຊືສຽວໂກ-ມານາ-ອາຫານຫວ່າງຊາຍແດນສາຍຊື
ເພີດເພີນກາເຟຂອງ ສວນສຸຍຮູ
ສູນວັດທະນະທຳກາເຟ ສຸຍຮູ - ເບີຍກຸ້ຍກາຊານ-ຊາລີເຈີຈາວ-ຮ້ານກາເຟປຣາກ-ຮ້ານກາເຟເຈີເກົາຊິ
ຫໍພິພິທະພັນ ຂອງ ສວນສຸຍຮູ
ອະດີດທີ່ພັກຂອງທ່ານ ນາຍພົນ ຈູ່ເດ່ - ຖະໜົນຮວງກົງດົງ - ຫໍພິພິທະພັນປະຫວັດສາດວິທະຍາໄລກອງທັບແຂວງຢຸນນານ - ຫໍລະນຶກການລຸກຮື້ຂຶ້ນແຂວງຢຸນນານ - ຫໍລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ໄດ້ຮັບໄຊຊະນະ
ສະຖານທີ່ທີ່ມີວັດທະນະທໍາແລະປະຫວັດສາດ ຂອງ ສວນສຸຍຮູ
ສະຖານທີ່ອະດີດຂອງມະຫາວິທະຍາໄລ NSAU - ມະຫາວິທະຍາໄລຢຸນນານ (ວິທະຍາເຂດດົງລູ) - ທີ່ພັກອະດີດຂອງ ທ່ານ ເວີນຢິດົວ - ຄ້ອຍຊີຊັງໂປ
ຮ້ານຂາຍປຶ້ມຂອງ ສວນສຸຍຮູ
ຮ້ານຂາຍປຶ້ມຊ້າງຜີ - ສຽນເສີນໂປ - ສຽວຈິໂປ - ຮ້ານຂາຍປຶ້ມເຈ້ຍປູສື- ຖະໜົນ ເວີນລິນ
ຫຼຸດຈັງຫວະຊີວິດລົງ ແລະ ພັກຜ່ອນຍົນອາລົມ.ໃນສາຍລົມອ່ອນໆຂອງທະເລສາບສຸຍຮູ, ເລີ່ມຕົ້ນການເດີນທາງໃນສວນສຸຍຮູ,ໄດ້ປົດລັອກ "ຄວາມລັບ" ຂອງເມືອງຄຸນມິງ.
日前,翠湖城市绿道完成建设并正式对外开放。该项目位于翠湖南路以南、黄公东街西侧,由黄公东街市政公园及架空栈道两个部分组成。
绿道将昆明老街与翠湖片区之间进行连通,强化两个片区之间的文旅联动。
翠湖城市绿道南起五华广场一侧人民路过街天桥,途经五华广场、五一路,北至黄公东街新建公园北口,全长约620米,通过新建轻质架空栈道及提升沿线文化景观,为市民、游客提供一条内容丰富、充满生趣的慢行游赏路径。
你可能会在某个转角,遇见黄公祠旧址。捧一杯热拿铁,触摸斑驳的石墙,仿佛能听到时光在耳边轻轻讲故事。咖啡与历史,在这条街上一点都不违和,再走几步就是翠湖。
“一池翠湖水,半部昆明史。”翠湖,这个位于昆明市中心的城市绿洲,是市民游客休闲娱乐的好去处,也是探寻云南历史文化的重要窗口。
从见证沧桑的博物馆群,到文艺范儿十足的书店咖啡馆,再到烟火气满满的小吃街巷……周末来了,漫步翠湖畔,吃喝玩乐全都有~
烟火翠湖 食全食美
晨曦豆花米线——文山荷鲜居——端仕小锅——吗哪——彩食边境小吃
乐玩翠湖 慢享咖啡
翠湖咖啡文化中心——北归咖仓——茶理制造——布拉格咖啡馆——真高兴咖啡馆
沉浸翠湖 峥嵘岁月
朱德旧居——黄公东街——云南陆军讲武堂历史博物馆——云南起义纪念馆——抗战胜利纪念堂
人文翠湖 文脉传承
西南联合大学旧址——云南大学(东陆校区)——闻一多故居——西仓坡
文艺翠湖 书香漫游
橡皮书店——先生坡——小吉坡——纸布石书店——文林街
放慢节奏,放松心情。在翠湖的微风中,用一场“翠湖”深度游,解锁关于昆明这座城市的“秘密”。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
11/05
09:22
— ແບ່ງປັນ —