ຂ່າວດີ!ໄດ້ເຊັນສັນຍາ"ການກວດກາປະຕູດຽວ, ຄັ້ງດຽວ"ຕາມທາງລົດໄຟລາວ-ຈີນຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງພາກພື້ນ

ມາຈາກ:ສະບາຍດີ

ຕອນເຊົ້າວັນທີ 4 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນ ສີສຸລິດ ປະທານປະເທດລາວ.

ຕໍ່ກັບຄຳເວົ້າຂອງນັກຂ່າວກ່ຽວກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025 ແລະ ພິທີລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ ໃນຕອນເຊົ້າວັນທີ 4 ກັນຍານີ້, ໂຄສົກກະຊວງ ການຕ່າງປະເທດຈີນກ່າວວ່າ:ວ່າ:ສອງປະເທດໄດ້ຮ່ວມກັນເຊັນ"ສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນ".

ວັນທີ 4 ກັນຍານີ້, ຢູ່ນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ,ທ່ານທອງລຸນ ສີສຸລິດ ປະທານປະເທດລາວໄດ້ຕ້ອນຮັບທ່ານຫວາງນິງ ເລຂາຄະນະພັກແຂວງຢຸນນານຈີນ.

ເສັ້ນທາງລົດໄຟລາວ-ຈີນມີຄວາມຍາວ 1,039 ກິໂລແມັດ ແລ່ນຈາກທາງພາກເໜືອຂອງນະຄອນຄຸນມິງແຂວງຢຸນນານ ສປ ຈີນ ໄປຮອດ ທາງພາບໃຕ້ຂອງນະຄອນຫຼວງວຽງຈັນ ສປປ ລາວ. ນັບແຕ່ໄດ້ເປີດໃຫ້ບໍລິການເປັນຕົ້ນມາ, ປະລິມານ ແລະ ຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນ,ໄດ້ສົ່ງຜູ້ໂດຍສານສະສົມເຖິງ 58 ລ້ານກວ່າເທື່ອຄົນ ແລະ ຂົນສົ່ງສິນຄ້າເກີນ 66 ລ້ານໂຕນ,ກາຍເປັນໂຄງການທີ່ສຳຄັນຂອງ"ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງລະຫວ່າງຈີນ-ລາວ"ການຮ່ວມມືກໍ່ສ້າງລະຫວ່າງສອງປະເທດລາວ-ຈີນ.

ສະຖານີບໍ່ຫານ ສປ ຈີນ.

ສະຖານີ ບໍ່ເຕ່ນ ສປປ ລາວ.

ຍ້ອນຈຳກັດທາງພູມສັນຖານ, ເສັ້ນທາງລົດໄຟລາວ-ຈີນໄດ້ຈັດຕັ້ງ 2 ສະຖານີ ຄື:ສະຖານີບໍ່ຫານ ສປ ຈີນ ແລະ ສະຖານີ ບໍ່ເຕ່ນ ສປປ ລາວ,ຕັ້ງຢູ່ດ່ານຊາຍແດນລະຫວ່າງສອງປະເທດຕາມລໍາດັບ,ຫ່າງກັນປະມານ 12.5 ກິໂລແມັດ ແລະ ເຊື່ອມຕໍ່ດ້ວຍອຸໂມງຂ້າມຊາຍແດນ.ຜູ້ໂດຍສານຕ້ອງໄດ້ປະຕິບັດ"ການກວດກາຜ່ານດ່ານຢູ່ສອງປະເທດ" ຕາມດ່ານສາກົນບໍ່ຫານ-ບໍ່ເຕ່ນ,ຂຶ້ນແລະອອກລົດໄຟຢູ່ສອງສະຖານີດັ່ງກ່່າວ ແລະ ໄດ້ຮັບການກວດກາດ່ານຊາຍແດນ ແລະ ພາສີຂອງທັງສອງປະເທດ.

ວັນທີ 31 ກໍລະກົດຫາ ວັນທີ 1 ສິງຫາປີ 2025 ຢູ່ນະຄອນຫຼວງວຽງຈັນ, ຈີນ ແລະ ລາວໄດ້ຈັດກອງປະຊຸມເຈລະຈາສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ"ປະຕູດຽວ, ຄັ້ງດຽວ"ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ. 

ຜູ້ໂດຍສານຜ່ານດ່ານພາສີແລະລໍຖ້າຂຶ້ນລົດໄຟຕ້ອງເສຍເວລາປະມານ 3 ຊົ່ວໂມງໃນເປີດການນຳໃຊ້ ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນເບື້ອງຕົ້ນ,ໂດຍການປັບປຸງແຜນວາດການດຳເນີນງານ ແລະ ເປີດຊ່ອງທາງການກວດກາຕື່ມອີກ, ເວລາຜ່ານດ່ານພາສີໄດ້ຫຼຸດລົງເປັນປະມານ 2 ຊົ່ວໂມງ, ແຕ່ຍັງມີການປັບປຸງ.

ການທ່ອງທ່ຽວໂດຍຂີ່ທາງລົດໄຟລາວ-ຈີນສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບສູງ.

ດ້ວຍຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ການເຊື່ອມຕໍ່ທາງລົດໄຟແຫຼມອິນດູຈີນໃນອະນາຄົດ,ເສັ້ນທາງລົດໄຟລາວ-ຈີນທີ່ເປັນ "ເສັ້ນທາງທອງຄຳ"ຈຳເປັນຕ້ອງ ໄດ້ຮັບການເຊື່ອມໂຍງເຂົ້າກັນ ແລະ ຄວາມນິຍົມຫຼາຍຂຶ້ນ. ການສຳຫຼວດແລະການຈັດຕັ້ງອຳນວຍຄວາມສະດວກດ້ານຜ່ານດ່ານພາສີໃໝ່, ຫຼຸດເວລາທີ່ຜູ້ໂດຍສານຕ້ອງຜ່ານດ່ານພາສີ, -ແລະ ປັບປຸງຄວາມສະດວກສະບາຍໃນການເດີນທາງ ໄດ້ກາຍເປັນທ່າອ່ຽງແລະຄວາມມຸ່ງມາດປາຖະໜາຂອງປະຊາຊົນ.

ອຸໂມງມິດຕະພາບທາງລົດໄຟລາວ-ຈີນ.

ພາຍຫຼັງການປຶກສາຫາລືຢ່າງຕັ້ງໜ້າແລະເປັນມິດ, ສອງຝ່າຍໄດ້ເຊັນເຊັນ"ສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນ"ໃນວັນທີ 4 ກັນຍານີ້, ເຊິ່ງເປັນຂ່າວດີອັນສຳຄັນອີກໃນການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ!

ນີ້ແມ່ນສັນຍາສະບັບທຳອິດທີ່ຈີນໄດ້ລົງນາມກັບປະເທດບ້ານໃກ້ເຮືອນຄຽງ,ບໍ່ພຽງແຕ່ເປັນຜົນສຳເລັດອັນໃຫຍ່ຫຼວງຂອງການຂຸດຄົ້ນໃນການອຳນວຍຄວາມສະດວກໃຫ້ແກ່ຜ່ານດ່ານພາສີທາງລົດໄຟເທົ່ານັ້ນ,ຫາກຍັງເປັນແບບຢ່າງໃຫ້ຈີນປະຕິບັດການຮ່ວມມືທີ່ກ່ຽວຂ້ອງກັບປະເທດຕ່າງໆອີກດ້ວຍ.

ພາຍຫຼັງການປຶກສາຫາລືຢ່າງຕັ້ງໜ້າແລະເປັນມິດ, ສອງຝ່າຍໄດ້ເຊັນເຊັນ"ສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສະຖານີລົດໄຟສາກົນລາວ-ຈີນ"ໃນວັນທີ 4 ກັນຍານີ້, ເຊິ່ງເປັນຂ່າວດີອັນສຳຄັນອີກໃນການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ!

ນີ້ແມ່ນສັນຍາສະບັບທຳອິດທີ່ຈີນໄດ້ລົງນາມກັບປະເທດບ້ານໃກ້ເຮືອນຄຽງ,ບໍ່ພຽງແຕ່ເປັນຜົນສຳເລັດອັນໃຫຍ່ຫຼວງຂອງການຂຸດຄົ້ນໃນການອຳນວຍຄວາມສະດວກໃຫ້ແກ່ຜ່ານດ່ານພາສີທາງລົດໄຟເທົ່ານັ້ນ,ຫາກຍັງເປັນແບບຢ່າງໃຫ້ຈີນປະຕິບັດການຮ່ວມມືທີ່ກ່ຽວຂ້ອງກັບປະເທດຕ່າງໆອີກດ້ວຍ.

ເຊື່ອໝັ້ນວ່າ, ພາຍຫຼັງການປະຕິບັດນະໂຍບາຍ"ການກວດກາປະຕູດຽວ, ຄັ້ງດຽວ"ແລ້ວ, ປ້າຍສີທອງຄຳຂອງເສັ້ນທາງລົດໄຟລາວ-ຈີນຈະໄດ້ຮັບການເຫຼື້ອມໃສຍິ່ງກວ່າເກົ່າ, ເພີ່ມສີສັນໃຫ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດລາວ-ຈີນ.

2025年9月4日上午,国家主席习近平在人民大会堂会见老挝国家主席通伦。

9月4日,外交部发言人就老挝人民革命党中央总书记、国家主席通伦来华出席2025年上海合作组织峰会和纪念中国人民抗日战争暨世界反法西斯战争胜利80周年活动并对中国进行工作访问答记者问,宣布了中老双方签署中老铁路“一地两检”政府间协议的好消息。

9月4日,云南省委书记王宁在云南省西双版纳州景洪市会见老挝国家主席通伦。

中老(挝)铁路北起云南昆明,南至老挝首都万象,全长1039公里。自开通运行以来,中老铁路客货两旺,累计发送旅客超过5800万人次、运输货物超过6600万吨,成为中老共建“一带一路”的旗舰项目。

磨憨火车站。

磨丁火车站。

受地形限制,中老铁路分别在两国边境口岸设立中国磨憨站和老挝磨丁站,两站相距约12.5公里,通过跨境隧道相连。旅客通关需进行“两地两检”,在两站分别上下车,接受两国边检和海关查验。

2025年7月31日至8月1日,中老双方在老挝首都万象举行中老铁路“一地两检”政府间协议文本谈判。

中老铁路国际客运列车开通之初,旅客通关及候车总共需花费约3个小时,通过调整运行图、开放更多查验通道等方式,通关时长已被压缩至2小时左右,但仍有改善空间。

中老铁路跨境游持续升温。

随着中老命运共同体建设的持续推进,以及未来中南半岛铁路网的进一步联通,中老铁路这条“黄金大通道”必然会更加繁忙、热络。探索新的通关便利化安排,缩短旅客通关时长,改善旅乘舒适度,已成为大势所趋、民心所向。

中老铁路友谊隧道。

经过积极友好协商,双方于9月4日签署“一地两检”协议,成为中老命运共同体建设的又一重大喜讯!这是我国同周边国家签署的首个此类协议,是铁路通关便利化的重大探索成果,也将为我国同其他国家开展相关合作提供范例。

若调整为“一地两检”模式,旅客只需一次排队、一次办证即可完成出入境检查,预计用时不到 30 分钟。

相信“一地两检”落地后,将把中老铁路这块金字招牌擦得更亮,为中老友好关系增添浓墨重彩的篇章。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

09/09

00:00

ແບ່ງປັນ

ແປ
翻译