ມາຈາກ:ສະບາຍດີ
ເມື່ອລົມພັດມາ ລະດູຮ້ອນຈະຫາຍໄປ,ມີກິ່ນຫອມດອກໄມ້ຈາກຕົ້ນຍົນຂອງແຈຖະໜົນ, ຮົ້ວຂອງເຂດຊຸມຊົນ, ແລະ ຂັ້ນໄດຫີນຢູ່ໜ້າຕຶກສຳນັກງານ-ນີ້ແມ່ນດອກກຸ້ຍຫວາ(Osmanthus)ໄດ້ເບີກບານ!

ດອກໄມ້ເຫຼົ່ານີ້ໄດ້ເຊື່ອງໄວ້ໃນໃບສີຂຽວ,ບາງທີ່ແມ່ນສີທອງຄໍາ(Osmamthus fragrans var. thunbergii),ສີຂາວ(Osmanthus fragrans var. latifolius) ແລະ ສີແດງ(Osmanthus fragrans var. aurantiacus),ໃນລະດູໃບໄມ້ປົ່ງ, ທົ່ວນະຄອນຄຸນມິງເຕັມໄປດ້ວຍກິ່ນຫອມດອກໄມ້.
ສວນເຮີຍລອງທຳ

ສວນກຸ້ຍຫວາໃນສວນສາທາລະນະ ເຮີຍລອງທຳເປັນຈຸດເລີ່ມຕົ້ນຂອງການເດີນທາງທີ່ມີກິ່ນຫອມນີ້. ຕົ້ນໄມ້ດອກກຸ້ຍຫວາໄດ້ປູກໃນຊຸມປີ 1980.ໃນປະຈຸບັນນີ້,ຕົ້ນໄມ້ເຫຼົ່ານີ້ໄດ້ເຕີບໃຫຍ່ດີ,ມີ 4 ແນວພັນແລະຫຼາຍກວ່າສິບຊະນິດທີ່ຮາກຢູ່ທີ່ນີ້.

ເຂດຈິນເດັນ

ຖ້າທ່ານຕ້ອງການຊອກຫາສະຖານທີ່ງຽບສະຫງົບ,ສາມາດໄປຢູ່ໃນເດີ່ນຫລັງພະລາຊະວັງລາວຈູນແລະພະລາຊະວັງໄທເຮີຂອງບໍລິເວນທັດສະນີຍະພາບຈິນເດັນ.ຕົ້ນໄມ້ ດອກກຸ້ຍຫວາ(laurel)ທີ່ມີອາຍຸເກົ່າແກ່ ຫຼາຍສິບຕົ້ນ, ແຕ່ລະຕົ້ນມີຮູບຮ່າງແຂງແຮງ ແລະ ງ່າບິດທີ່ຄ້າຍກັບຮູບແຕ້ມຫມຶກ, ມັນໄດ້ປູກມາເປັນເວລາຫຼາຍສິບປີແລ້ວ.

ສວນດາກວນ

ທິວທັດຂອງສວນສາທາລະນະດາກວນ ມີດອກກຸ້ຍຫວາ(Osmanthus), ໜອງແສແລະດອກປົວ.ປະມານຫນຶ່ງຮ້ອຍຕົ້ນດອກກຸ້ຍຫວາ(Osmanthus)ຖືກປູກຢູ່ທີ່ນີ້, ກິ່ນຫອມທີ່ອຸດົມສົມບູນຂອງມັນຍັງຄົງຢູ່ຈົນເຖິງເດືອນຕຸລາ. ໃນເວລານີ້, ດອກປົວຈຳນວນໜຶ່ງຍັງເບີກບານຢູ່ເທິງໜອງແສ, ໃບປົວກົງກັນຂ້າມກັບດອກກຸ້ຍຫວາສີທອງຄຳ.

ສວນສີຮວາ

ດອກກຸ້ຍຫວາ(Osmanthus)ຂອງສວນສາທາລະນະ ສີຮວາ ໄດ້ຮັບຄວາມນິຍົມຊົມຊອບສູງ.ຕົ້ນໄມ້ດອກກຸ້ຍຫວາ(Osmanthus)ຫຼາຍກວ່າ 500 ຕົ້ນ ໄດ້ປູກຢູ່ໃນສະໜາມຫຍ້າຂະໜາດໃຫຍ່ ທີ່ມີເນື້ອທີ່ 3,000 ຕາແມັດ. ເມື່ອດອກໄມ້ເບີກບານ, ສະໜາມຫຍ້າທັງໝົດຈະກາຍເປັນ"ເຂດທີ່ມີກິ່ນຫອມດອກໄມ້".
ສວນວັດຕັນຫົວ

ກິ່ນຫອມຂອງດອກກຸ້ຍຫວາ(Osmanthus)ໃນສວນສາທາລະນະວັດຕັນຫົວແມ່ນເປັນເອກະລັກແທ້ໆ, ກິ່ນຫອມຂອງມັນເຂັ້ມຂຸ້ນຫຼາຍ,ບໍ່ສາມາດຫາຍໄປໄດ້.ດອກກຸ້ຍຫວາ(Osmanthus)ທີ່ປູກຢູ່ໃນສວນຫລັງແມ່ນເຊື່ອມຕໍ່ກັນ, ຄ້າຍຄືຜ້າມ່ານສີເຫຼືອງຈືດໆຢູ່ເທິງເວທີ.ລະດູໃບໄມ້ຫຼົ່ນນີ້, ມາ"ສວນດອກໄມ້"ວັດຕັນຫົວຂອງພົນລະເມືອງຄຸນມິງ, ແລະຮູ້ສຶກກິ່ນຫອມຫວານຂອງດອກກຸ້ຍຫວາ.

ສວນສັດຄຸນມິງ

ຖ້າທ່ານຢາກຊົມດອກກຸ້ຍຫວາໃນຂະນະທີ່ພາລູກຂອງທ່ານຍ່າງຫຼິ້ນ, ສວນສັດຄຸນມິງ ແມ່ນທາງເລືອກທີ່ດີ. ດອກກຸ້ຍຫວາຢູ່ສວນນົກຍຸງໄດ້ເບີກບານຢ່າງເຕັມທີ່,ຕົ້ນດອກກຸ້ຍຫວາຫຼາຍຮ້ອຍຕົ້ນອ້ອມຮອບສວນນົກຍຸງ,ກາຍເປັນ"ແລວທາງທອງຄຳທີ່ມີກິ່ນຫອມ". ເມື່ອນົກຍູງແຜ່ຂົນຂອງມັນ,ຈະເຫັນຂົນຫາງຂອງມັນກົງກັນຂ້າມກັບດອກກຸ້ຍຫວາສີທອງຄຳຢູ່ກິ່ງງ່າ, ເຊິ່ງມີຄວາມສວຍງາມຢ່າງສະຫງ່າງາມ.

ສວນສຸຍຮູ

ກິ່ນຫອມດອກກຸ້ຍຫວາໃນສວນສາທາລະນະ ສຸຍຮູ ແມ່ນປະກອບດ້ວຍແສງສະຫວ່າງຂອງທະເລສາບ.ຫຼັງຈາກຂ້າມຂົວຢາງຈື, ຕົ້ນດອກກຸ້ຍຫວາຫຼາຍສິບຕົ້ນທີ່ມີກິ່ນຫອມຫວານທັນທີທັນໃດກໍ່ຈັບຕາ,ສາມາດເຫັນແສງຕາເວັນສ່ອງໃສ່ໃນຕົ້ນໄມ້.

ລະດູໃບໄມ້ລົ່ນຂອງຄຸນມິງ ແມ່ນເຕັມໄປດ້ວຍກິ່ນຫອມດອກກຸ້ຍຫວາ.ກີບດອກນ້ອຍໆຢູ່ເທິງເຄື່ອງນຸ່ງ,ແລະກິ່ນຫອມອ່ອນໆຂອງດອກໄມ້ຍັງຕິດຢູ່ດັງ.ມື້ອື່ນ,ໃນເວລາທີ່ລົມພັດມາ,ຍັງຈະກັບຄືນມາເພື່ອຊົມດອກກຸ້ຍຫວາທີ່ເບີກບານທົ່ວເມືອງອີກ.
昆明的秋天,从不是悄无声息的。当风里褪去夏末的燥热,一缕清冽又绵柔的花香,便顺着街角的梧桐、小区的栅栏、办公楼前的石阶,悄悄漫进鼻腔——是桂花开了!

那些藏在浓绿叶片间的细碎花朵,或如碎金般明艳(金桂),或似凝脂般皎洁(银桂),或若丹砂般橙红(丹桂),用香气把整座昆明城裹进温柔的秋意里。
黑龙潭公园

黑龙潭公园的桂花园,是这场寻香之旅的起点。上世纪80年代种下的桂树,早已枝繁叶茂,四个品种群、十余种桂花在这里扎根生长。

金殿名胜区

若想寻一处静谧,去金殿名胜区的老君殿、太和宫铜殿后的合院里。十余株老月桂姿态遒劲,枝干虬曲如墨画,是养了数十年的老桩。

大观公园

大观公园的桂花,是与湖光荷影撞在一起的。约百株桂树错落种植,10月前都能闻到馥郁的香气。此时,几株荷花还立在湖面,荷叶与金黄的桂花相映。

西华公园

西华园的桂花,则多了几分热闹。3000平方米的大草坪里种了500余株桂树,一到花期,整片草坪都成了“香氛场”。
昙华寺公园

昙华寺公园的桂香,最是特别,香气浓得化不开。后园大面积种植的桂花连成一片,像给舞台搭了层淡黄的幕布。这个秋天,就来昆明人的“后花园”昙华寺,闻桂花飘香吧。

昆明动物园

若想一边赏桂花,一边溜娃逗趣,昆明动物园是绝佳选择。孔雀园旁的金桂开得最盛,百余株桂树把孔雀园围成“金色香廊”,孔雀开屏时,尾羽上的眼斑与枝头的金桂相映,美得晃眼。

翠湖公园

翠湖公园的桂香,是浸在湖光里的。过了燕子桥,一片桂花林忽然撞入眼帘,数十株桂树枝叶交错,把阳光筛成细碎的光斑。

昆明的秋,原来是这样一种藏在桂香里的温柔。衣襟上沾着细碎的花瓣,鼻尖萦绕着淡淡的余香。等明日风再起,还要来赴这满城的丹桂之约。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
09/05
00:00
— ແບ່ງປັນ —