ມາຈາກ:ສະບາຍດີ
ໃນເດືອນສິງຫານີ້,ອາກາດຂອງນະຄອນຄຸນມິງເຕັມໄປດ້ວຍກິ່ນຫອມດອກໄມ້ແລະກິ່ນຫອມຫວານຂອງຫົວໃຈເຕັ້ນ.ຖ້າຖາມວ່າ"ເມືອງໂຣແມນຕິກທີ່ສຸດຂອງປະເທດຈີນຢູ່ໃສ?"ຄໍາຕອບອາດຈະຢູ່ໃນລົດສົ່ງດອກໄມ້ຕາມຖະໜົນ.ວັນແຫ່ງຄວາມຮັກຂອງຈີນປີນີ້,ນະຄອນຄຸນມິງເຕັມໄປດ້ວຍຄວາມໂຣແມນຕິກຢູ່ທົ່ວທຸກຫົນແຫ່ງ,ຈາກສີສັນອັນສົດຊື່ນຂອງລົດສົ່ງດອກໄມ້,ສຽງດົນຕີທີ່ມ່ວນຊື່ນມາເຖິງຕະຫຼາດນັດທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້,ພວກເຮົາຂໍເຊີນທ່ານເຂົ້າຮ່ວມການນັດພົບກັນແບບໂຣແມນຕິກທີ່ບໍ່ມີຈຳກັດ.
ລົດສົ່ງດອກໄມ້ຕາມຖະໜົນ
ເມື່ອລົດສົ່ງດອກໄມ້ທີ່ບັນທຸກດອກໄມ້ຂະໜາດໃຫຍ່ໄດ້ແລ່ນໄປຢ່າງຊ້າໆຕາມສາຍລົມຂອງຖະໜົນສີຂຽວທະເລສາບດຽນຊີ,ຄື້ນຟອງຂອງສວນສາທາລະນະສຸຍຮູ,ກຳແພງສີແດງຂອງວັດເວີນເມົາ,ແລະກິ່ນອາຍຄັວນໄຟຂອງຖະໜົນເກົ່າ...ນະຄອນຄຸນມິງໄດ້ກາຍເປັນເມືອງແຫ່ງ"ສຸ່ມເລືອກດອກໄມ້"ດ້ວຍຄວາມແປກໃຈທີ່ບໍ່ຄາດຄິດໄດ້ເຊື່ອງໄວ້ຢູ່ທົ່ວທຸກມຸມ.
ໃນຖານະທີ່ເປັນ70%ແຫຼ່ງສະໜອງດອກໄມ້ສົດຂອງທົ່ວປະເທດແລະເປັນ"ຕົວເມືອງດອກໄມ້ຂອງອາຊີ"ທີ່ສົ່ງດອກໄມ້ໄປສູ່ຫຼາຍກວ່າ50ປະເທດທົ່ວໂລກ,ນະຄອນຄຸນມິງແມ່ນມີຄວາມໂລແມນຕິກທຸກໆມື້.
ຄູ່ບ່າວສາວໄດ້ຖ່າຍຮູບຢູ່ຂ້າງລົດສົ່ງດອກໄມ້,ພໍ່ຕູ້ຮັບເອົາດອກໄມ້ດ້ວຍຮອຍຍິ້ມ,ແມ່ຕູ້ທີ່ກຳລັງຍ່າງຫຼິ້ນຮັບເອົາດອກໄມ້ຫອມໆໃສ່ກະເປົ໋າແລະແຟນສາວມາເຊັກອິນແລະຖ່າຍຮູບກັບດອກໄມ້.ທົ່ວທຸກຫົນແຫ່ງຂອງນະຄອນຄຸນມິງໄດ້ສ້າງຄວາມໂຣແມນຕິກໃຫ້ກັບທຸກຄົນ.
ງານຄອນເສີດໃນຕົວເມືອງ
ຄວາມໂລແມນຕິກຂອງວັນແຫ່ງຄວາມຮັກຈີນແມ່ນແຍກບໍ່ອອກຈາກສຽງດົນຕີ.ເວລາ20:00ໂມງຂອງວັນທີ29ສິງຫາ(ບຸນຈີ່ສີ່),ງານຄອນເສີດພິເສດ"ບຸນຈີ່ສີ່"ຈະສະແດງຢູ່ວັດເວີນເມົາ.
ນອກຈາກບັນດາລາຍການສະແດງພິເສດແລ້ວ,ງານຄອນເສີດຍັງໄດ້ການສະແດງດົນຕີປະສານສຽງຢູ່ຖະຫນົນຫົນທາງຕ່າງໆ.ແຕ່ລະຄອນເສີດຂະໜາດນ້ອຍແມ່ນ20ນາທີໄດ້ປະສົມປະສານສຽງໄວໂອລິນແລະເຊໂລທີ່ອ່ອນນຸ້ມກັບບັນຍາກາດທີ່ມີຊີວິດຊີວາຂອງຖະໜົນຫົນທາງ.ວັນແຫ່ງຄວາມຮັກຈີນນີ້,ເປັນຫຍັງຈຶ່ງບໍ່ຈັບມືຂອງຄົນທີ່ທ່ານຮັກແລະຍ່າງຫຼິ້ນຕະຫຼາດງານໂຄມໄຟໃນພາຍໃຕ້ແສງເດືອນແລະດວງດາວ,ຟັງງານຄອນເສີດໃນຕົວເມືອງ,ແລະໄດ້ພົບກັບຄວາມສຸກຂອງຊີວິດ.
ຕະຫຼາດນັດທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງບຸນຈີ່ສີ່
ຖ້າຫາກວ່າທ່ານມັກວັດທະນະທໍາພື້ນເມືອງຈີນ,ແມ່ນບໍ່ຄວນພາດຕະຫຼາດນັດທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງບຸນຈີ່ສີ່ຢູ່ວັດເວີນເມົາໃນວັນທີ29ເດືອນສິງຫາໝົດມື້.ເພີດເພີນໄປກັບກິ່ນຫອມຫວານຂອງຮູບແຕ້ມນ້ຳຕານ,ສິລະປະການຕັດເຈ້ຍທີ່ມີຊີວິດຊີວາ,ກິ່ນຫອມທີ່ອຸດົມສົມບູນຂອງທູບເຮັດດ້ວຍສີມືນະຄອນອ່ານນິງ...ການສະແດງມີ12ລາຍການທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້,ໃຫ້ທ່ານຮູ້ສຶກເຖິງຄວາມໂລແມນຕິກຂອງ"ຫັດຖະກຳ".
ບໍ່ວ່າທ່ານຈະລອງຕັດເຈ້ຍດ້ວຍຕົວເອງຫຼືຢຸດເພື່ອຊື່ນຊົມກັບເຄື່ອງຫັດຖະກໍາທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້,ກໍ່ສາມາດຮູ້ສຶກເຖິງຄວາມອົບອຸ່ນຂອງວັດທະນະທໍາພື້ນເມືອງຈີນລະຫວ່າງປາຍນິ້ວມືແລະສາຍຕາຂອງທ່ານ,ເພີ່ມຄວາມຊົງຈໍາທີ່ເປັນເອກະລັກໃນວັນແຫ່ງຄວາມຮັກຈີນນີ້.
ຢູ່ນະຄອນຄຸນມິງທີ່ມີອຸນຫະພູມ22ອົງສາ,ຄວາມໂລແມນຕິກໄດ້ຖືກພົບເຫັນຢູ່ໃນສີສັນສົດໃສຂອງລົດສົ່ງດອກໄມ້ຕາມຖະໜົນ,ສຽງຄອນເສີດໃນຕົວເມືອງ,ເຄື່ອງຫັດຖະກໍາທາງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ແລະຮອຍຍິ້ມຂອງຄົນອ້ອມຂ້າງ.
八月的昆明,空气里都浸着花香与心动的甜意。若你追问“中国最浪漫的城市在哪?”答案或许就藏在满城穿梭的花车里——这个七夕,昆明把浪漫揉进城市的每一处角落,从流动花车的鲜妍到交响乐团的悠扬,再到非遗雅集的雅致,邀你共赴一场不设限的浪漫之约。
街头流动花车
当搭载着巨型鲜花艺术装置的花车,缓缓穿梭于滇池绿道的清风里、翠湖的波光旁、文庙的红墙下、老街的烟火间……昆明便成了一座“行走的鲜花盲盒”,每一处转角都藏着猝不及防的惊喜。
作为全国70%鲜切花的供应源头,更是鲜花开往全球50多国的“亚洲花都”,昆明的浪漫从不是节日限定。
新婚夫妇在花车旁定格甜蜜瞬间,健身大爷笑着接过递来的鲜花,遛弯奶奶把花香揣进衣兜,旅行闺蜜举着花束打卡拍照——这座城市的每个角落,都在把浪漫递到每个人手中。
城市音乐会
七夕的浪漫,少不了音乐的加持。8月29日(七夕佳节)晚8点,百里春秋・城市生活节的重头戏——聂耳交响乐团“七夕”专场音乐会,将在文庙奏响悠扬乐章。
不止专场演出,昆明聂耳交响乐团还把音乐会“搬”到了街头,每场20分钟的微型音乐会,让小提琴的婉转、大提琴的醇厚,与街头的烟火气交融。这个七夕,不妨牵起爱人的手,在月夜星辉下逛一逛灯会集市,听一曲城市交响,邂逅生活里的小确幸。
七夕非遗雅集
若你偏爱传统文化的雅致,8月29日全天,文庙的七夕非遗雅集绝对不能错过。糖画的甜香、剪纸的灵动、安宁手工香的醇厚……12项非遗项目集中亮相,带你沉浸式感受“手作”里的浪漫。
无论是亲手尝试剪纸,还是驻足欣赏刺绣、面塑、皮雕的匠心,都能在指尖与目光的流转间,触摸传统文化的温度,为这个七夕添一份独特的记忆。
在22℃的昆明,浪漫从不是遥不可及的想象,它在流动花车的鲜妍里,在交响乐团的旋律里,在非遗手作的细腻里,更在你身边人的笑容里。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
08/29
00:00
— ແບ່ງປັນ —