ທາງລົດໄຟຈີນ-ລາວນຳເອົາໂອກາດການພັດທະນາໃໝ່ໃຫ້ກັບເມືອງມານຢູ່ຕາມເມືອງຊາຍແດນລາວ-ຈີນ

ມາຈາກ:ສະບາຍດີ

ການເປີດສະຖານີລົດໄຟເມຶອງຫຼ້າ ຕາມທາງລົດໄຟລາວ-ຈີນໄດ້ເລັ່ງລັດການຫັນປ່ຽນຕາແສງເມືອງມານກິ່ງແຂວງສິບສອງພັນນາຈາກເມືອງຊາຍແດນເປັນປະຕູສູ່ພາຍນອກ,ປ່ອຍພະລັງການພັດທະນາຢ່າງຮອບດ້ານ.

ອີງໃສ່ລະບົບການຂົນສົ່ງຫຼາຍຮູບແບບ"ທາງລົດໄຟ,ທາງບົກ,ທາງນໍ້າ",ດ່ານທາງບົກເມືອງມານໄດ້ຮ່ວມມືກັບທາງລົດໄຟຢ່າງເຂັ້ມແຂງ,ປະສິດທິພາບການຄ້າຂ້າມຊາຍແດນໄດ້ຮັບການຍົກລະດັບຢ່າງຫຼວງຫຼາຍ,ເສດຖະກິດດ່ານຊາຍແດນ ແລະ ປະສິດທິພາບການຄ້າໄດ້ເພີ່ມຂຶ້ນຫຼາຍເທົ່າຕົວ.ໃນເຄິ່ງປີທຳອິດຂອງປີ 2025,ການຄ້າຂ້າມຊາຍແດນຂອງປະຊາຊົນຊາຍແດນມີມູນຄ່າຂາເຂົ້າ-ຂາອອກທັງໝົດ 141 ລ້ານຢວນ,ປະລິມານຂາເຂົ້າ-ຂາອອກທັງໝົດ26,700 ໂຕນ,ຊຶ່ງຊ່ວຍໃຫ້ປະຊາຊົນຊາຍແດນເພີ່ມລາຍຮັບເກືອບ 400,000 ຢວນ,ແລະເສດຖະກິດລວມຂອງບ້ານຊາຍແດນເພີ່ມລາຍຮັບເກືອບ 100,000 ຢວນ.ປະລິມານ ແລະ ມູນຄ່າຂອງສິນຄ້າທີ່ນຳມາປຸງແຕ່ງໄດ້ເພີ່ມຂຶ້ນ 120% ເມື່ອທຽບກັບກ່ອນການເປີດໃຊ້ທາງລົດໄຟ.ຂະບວນລົດໄຟສາຍພິເສດສຳລັບຕູ້ເຢັນຊ່ວຍໃຫ້ໝາກໄມ້ເຂດຮ້ອນສາມາດຂົນສົ່ງໄປຮອດນະຄອນຫຼວງວຽງຈັນໄດ້ພາຍໃນ 3 ມື້, ແລະຄ່າໃຊ້ຈ່າຍໃນການຂົນສົ່ງຫຼຸດລົງ 30%.

ດ້ວຍທາງລົດໄຟເປັນຈຸດເຊື່ອມຕໍ່,ເມືອງມານໄດ້ບັນລຸການຍົກລະດັບອຸດສາຫະກຳ ແລະ ເຊື່ອມໂຍງເຂົ້າກັບພາກພື້ນຢ່າງເລິກເຊິ່ງ.ໂຄງການຮູບແບບ"ການປູກພືດຢູ່ຕ່າງປະເທດ + ການປຸງແຕ່ງພາຍໃນ" ໄດ້ຮັບຜົນສຳເລັດ,ຢາງພາລາຈາກລາວໄດ້ຖືກຂົນສົ່ງຜ່ານທາງລົດໄຟໄປຍັງສວນອຸດສາຫະກຳຢາງພາລາສາກົນ ເມືອງມານ ເພື່ອປຸງແຕ່ງ ແລະ ສົ່ງອອກຕໍ່ໄປ.ສວນອຸດສາຫະກຳດັ່ງກ່າວມີການລົງທຶນທັງໝົດປະມານ 2 ຕື້ຢວນ,ໄດ້ດຶງດູດບໍລິສັດ 2 ແຫ່ງມາລົງນາມສັນຍາ,ໂຄງການມູນຄ່າ 150 ລ້ານຢວນ ເຊັ່ນ ບໍລິສັດຢາງພາລາ ຊີນຮາງ ສິບສອງພັນນາ ແລະ ບໍລິສັດພະລັງງານໃໝ່ ຊຽງອານ ຮູໜານ ໄດ້ເຂົ້າມາຕັ້ງຖານ,ຊຶ່ງຊ່ວຍສົ່ງເສີມການສ້າງສູນການຄ້າຢາງພາລາສາກົນອາຊຽນ,ແລະ ຊຸກຍູ້ການປ່ຽນແປງຈາກ "ເສດຖະກິດຊ່ອງທາງ" ໄປສູ່ "ເສດຖະກິດອຸດສາຫະກຳ".

ທາງລົດໄຟໄດ້ນຳເອົາຈຳນວນນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ,ຊຸກຍູ້ການເຊື່ອມໂຍງດ້ານວັດທະນະທຳ ແລະ ການທ່ອງທ່ຽວ,ພ້ອມທັງກະຕຸ້ນຄວາມຄຶກຄື້ນຂອງການບໍລິໂພກ.ໃນຊຸມປີມໍ່ໆມານີ້,ກິດຈະກຳພິເສດ 35 ງວດ ເຊັ່ນ "ຖະໜົນອາຫານພິເສດຊາດພັນລາວ-ຈີນ" ແລະ "ງານມະຫາກຳສາກົນ ລາວກືນ" ໄດ້ກະຕຸ້ນການບໍລິໂພກເກີນ 10 ລ້ານຢວນ;ການທ່ອງທ່ຽວແບບສຶກສາຊາຍແດນ 19 ຊຸດໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 2,600 ຄົນ,ຊ່ວຍໃຫ້ປະຊາຊົນເພີ່ມລາຍຮັບກວ່າ 200,000 ຢວນ.

00307273842_d9db22ba

ວັນທີ 6 ພຶດສະພາ,ປະຊາຊົນໄດ້ມາຊື້ສິນຄ້າພິເສດຢູ່"ຕະຫຼາດນັດ ພໍ່ສ່ຽວ ແມ່ສ່ຽວ ປະຊາຊົນຢູ່ຕາມຊາຍແດນລາວ-ຈີນ"ທີ່ຈັດຂຶ້ນໃນບ້ານມານເລັກ,ເມືອງມານ.

00307273843_2b00e7f7

ວັນທີ 6 ພຶດສະພາ,ປະຊາຊົນໄດ້ຮ່ວມເຕັ້ນລຳຢູ່"ຕະຫຼາດນັດ ພໍ່ສ່ຽວ ແມ່ສ່ຽວ ປະຊາຊົນຢູ່ຕາມຊາຍແດນລາວ-ຈີນ"ທີ່ຈັດຂຶ້ນໃນບ້ານມານເລັກ,ເມືອງມານ.

ທາງລົດໄຟລາວ-ຈີນບໍ່ພຽງແຕ່ເປັນເສັ້ນທາງການຂົນສົ່ງທີ່ສຳຄັນ,ແຕ່ຍັງເປັນເຄື່ອງຈັກຂັບເຄື່ອນການພັດທະນາຂອງເມືອງມານໃນການເຊື່ອມໂຍງເຂົ້າກັບໂຄງການ "ໜຶ່ງແລວໜຶ່ງເສັ້ນທາງ".ຈາກ"ການຄ້າຊາຍແດນຂອງປະຊາຊົນ"ສູ່"ການຮ່ວມມືຂ້າມຊາຍແດນ",ຈາກການໄຫຼວຽນຂອງສິນຄ້າສູ່ການລວມຕົວຂອງອຸດສາຫະກຳ,ທ້ອງຖິ່ນກຳລັງບັນລຸການຍົກລະດັບຢ່າງຮອບດ້ານໃນເສດຖະກິດ, ວັດທະນະທຳ, ແລະສັງຄົມ.ຊາວທ້ອງຖິ່ນກ່າວວ່າ,ທາງລົດໄຟບໍ່ພຽງແຕ່ນຳມາເຊິ່ງສິນຄ້າ ແລະ ນັກທ່ອງທ່ຽວເທົ່ານັ້ນ,ແຕ່ຍັງເປັນ "ເສັ້ນທາງແຫ່ງຄວາມສຸກ" ຢູ່ໜ້າປະຕູເຮືອນ.ໃນອະນາຄົດ,ດ້ວຍການພັດທະນາຕໍ່ເນື່ອງຕາມເສັ້ນທາງລົດໄຟ,ເມືອງມານຄາດວ່າຈະກາຍເປັນຈຸດເຊື່ອມໂຍງເສດຖະກິດທີ່ສຳຄັນ ແລະ ປ່ອງຢ້ຽມການແລກປ່ຽນດ້ານມະນຸດສະທຳທີ່ຫັນໄປສູ່ອາຊີໃຕ້ ແລະ ອາຊຽນ.

中老铁路勐腊站的开通,推动了西双版纳州勐腊县勐满镇从边境小镇加速向开放门户转型,释放全方位发展动能。

依托“铁公水”多式联运体系,勐满公路口岸与铁路联动发力,跨境贸易效率显著提升,口岸经济与贸易效能倍增。2025年上半年,边民互市进出口贸易额1.41亿元,进出口总量2.67万吨,带动边民增收近40万元,村集体经济增收近10万元;落地加工货物量、货值较铁路开通前增长120%。铁路冷链专列让热带水果3天直达万象,运输成本下降30%。

以铁路为纽带,勐满镇实现产业升级与区域融合深化。“境外种植+境内加工”模式落地见效,老挝橡胶经铁路运至勐满国际橡胶产业园加工后外销。该产业园总投资约20亿元,已吸引2家企业签约,西双版纳新航橡胶、湖南湘安新能源等1.5亿元项目入驻,助力打造东盟国际橡胶交易中心,推动“通道经济”向“产业经济”跨越。

铁路带来游客量增长,促进勐满镇文旅融合与消费活力迸发。近年来,“中老民族特色美食街”“国际老庚大赶摆”等35期特色活动拉动消费超1000万元;19批边境研学吸引2600余人参与,带动群众增收超20万元。  

00307273842_d9db22ba

5月6日,人们在勐满镇曼烈村举行的中老边民“国际老庚大赶摆”活动上选购特色商品。(勐腊县委宣传部供图)

00307273843_2b00e7f7

5月6日,人们在勐满镇曼烈村举行的中老边民“国际老庚大赶摆”活动上跳舞。(勐腊县委宣传部供图)

中老铁路不仅是交通动脉,更是勐满镇融入“一带一路”的发展引擎。从“边民互市”到“跨境合作”,从货物流动到产业集聚,当地正实现经济、文化、社会的全面跃升。当地居民说,铁路带来的不仅是货物和游客,更是家门口的“幸福路”。未来,随着铁路沿线继续深入开发,勐满镇有望成为面向南亚东南亚的重要经济节点与人文交流窗口。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

08/13

17:25

ແບ່ງປັນ

ແປ
翻译