ມາຈາກ:ສະບາຍດີ
ຕອນເຊົ້າວັນທີ 11 ສິງຫານີ້, ນັກຂ່າວ 7 ຄົນຂອງມາເລເຊຍແລະອິນໂດເນເຊຍໄດ້ໄປຢ້ຽມຢາມອານຸສາວະລີນາຍຊ່າງຊາວຈີນໃນອາຊີຕາເວັນອອກສຽງໃຕ້ທີ່ສວນສາທາລະນະພູຊີຊານ, ນະຄອນຄຸນມິງ.ການຢ້ຽມຢາມຄັ້ງນີ້ແມ່ນເພື່ອລະນຶກເຖິງສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ, ແລະ ຍັງຈະໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດວິລະຊົນຂອງຊາວຈີນໃນອາຊີຕາເວັນອອກສຽງໃຕ້ ແລະ ການປະກອບສ່ວນອັນໃຫຍ່ຫຼວງໃນສົງຄາມຈີນຕໍ່ຕ້ານຍີ່ປຸ່ນ.
ນັກຂ່າວມາເລເຊຍແລະອິນໂດເນເຊຍໄປຢ້ຽມຊົມອານຸສາວະລີນາຍຊ່າງຊາວຈີນໃນອາຊີຕາເວັນອອກສຽງໃຕ້. (ພາບໂດຍ ນັກຂ່າວ ທ່ານ ຕັງໂນ)
ອານຸສາວະລີນາຍຊ່າງຊາວຈີນໃນອາຊີຕາເວັນອອກສຽງໃຕ້ຕັ້ງຢູ່ໃນສວນສາທາລະນະພູຊີຊານ, ນະຄອນຄຸນມິງ.ມີຄວາມສູງ 9 ແມັດ, ພື້ນຖານແມ່ນ 3 ແມັດ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1989 ເພື່ອລະນຶກຊາວຈີນໃນອາຊີຕາເວັນອອກສຽງໃຕ້ 3,200 ຄົນ ທີ່ມາຈາກມາເລເຊຍ, ໄທ, ຫວຽດນາມ, ອິນໂດເນເຊຍແລະປະເທດອື່ນໆ.ໂດຍຕອບສະໜອງຄຳຮຽກຮ້ອງຂອງ ທ່ານ ເຊືນຈ່າງເຈີ້ນ ຜູ້ນຳຊາວຈີນຢູ່ຕ່າງປະເທດທີ່ຮັກຊາດ, ຊາວຈີນດັ່ງກ່າວໄດ້ກັບຄືນໄປຈີນເປັນ 9 ຊຸດ, ໄດ້ຮັບຜິດຊອບຢ່າງໜັກໜ່ວງໃນການຂົນສົ່ງອຸປະກອນການທະຫານຕາມທາງດ່ວນຢຸນນານ-ມຽນມາ, ໄຫ້ເຂົ້າປະກອບສ່ວນຢ່າງບໍ່ຢຸດຢັ້ງຕໍ່ໄຊຊະນະຂອງຈີນໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ອານຸສາວະລີດັ່ງກ່າວໄດ້ຈາລຶກຊື່ ຫຼາຍພັນຊື່ ຂອງຊາວຈີນໃນອາຊີຕາເວັນອອກສຽງໃຕ້, ເຊິ່ງໄດ້ຖືເອົາປະຫວັດສາດແລະນິທານມາຂອງພວກເຂົາ.
ຊາວຈີນທີ່ຮັກຊາດເຫຼົ່ານີ້ຖືກຍົກຍ້ອງວ່າເປັນ "ກອງໜ້າໃນການສະກັດກັ້ນບຸກໂຈມຕີຍຸດທະສາດປິດລ້ອມຂອງຍີ່ປຸ່ນ" ແລະໄດ້ປະກອບສ່ວນອັນສຳຄັນເຂົ້າໃນສົງຄາມຕໍ່ຕ້ານຟາຊິດຂອງຈີນ ແລະ ທົ່ວໂລກ.
ທ່ານນາງຮ່ວາງຊຽນຈຸ່ນ,ນັກຂ່າວໜັງສືພິມຊາວຈີນຢູ່ຕ່າງປະເທດ(Overseas Chinese Daily News)ຂອງມາເລເຊຍ. (ພາບໂດຍ ນັກຂ່າວ ທ່ານ ຕັງໂນ)
ໃນການຢ້ຽມຢາມ, ຜູ້ແທນມາເລເຊຍ ແລະ ອິນໂດເນເຊຍ ລ້ວນແຕ່ຮູ້ສຶກເຖິງຕື້ນຕັນໃຈໃນປະຫວັດສາດ ແລະ ຈິດໃຈຂອງຊາວຈີນທີ່ຮັກຊາດຢູ່ປະເທດອາຊີຕາເວັນອອກສຽງໃຕ້.ທ່ານນາງຮ່ວາງຊຽນຈຸ່ນ,ນັກຂ່າວໜັງສືພິມຊາວຈີນຢູ່ຕ່າງປະເທດ(Overseas Chinese Daily News)ຂອງມາເລເຊຍ ກ່າວວ່າ:"ຂ້າພະເຈົ້າເປັນຄັ້ງທຳອິດທີ່ໄດ້ຢືນຢູ່ຕໍ່ໜ້າອະນຸສາວະລີທີ່ລະນຶກສົງຄາມຊາວຈີນຕໍ່ຕ້ານຍີ່ປຸ່ນນີ້,ໄດ້ຮູ້ສຶກຕົກໃຈຢ່າງເລິກເຊິ່ງ.ລັດຖະບານຈີນ ແລະ ນະຄອນຄຸນມິງໄດ້ລົງທຶນຢ່າງຫຼວງຫຼາຍເພື່ອລະນຶກເຖິງການປະກອບສ່ວນຂອງວິລະຊົນເຫຼົ່ານີ້ ແລະ ຄໍາອະທິບາຍລະອຽດຢູ່ໃນອະນຸສາວະລີທີ່ລະນຶກແລະພິພິທະພັນໃຫ້ພວກເຮົາເຂົ້າໃຈດີຂຶ້ນກ່ຽວກັບການກະທໍາຂອງຊາວຈີນຮັກຊາດທີ່ກ້າຫານເຫຼົ່ານີ້."ທ່ານນາງໄດ້ສັງເກດເຫັນອະນຸສາວະລີດັ່ງກ່າວໄດ້ຖືກສະຫລັກຊື່ຈາກມາເລເຊຍ, ສິງກະໂປແລະປະເທດອື່ນໆເປັນຈຳນວນຫຼວງຫຼາຍ, ແລະ ກ່າວດ້ວຍຄວາມຮູ້ສຶກວ່າ:"ໃນເບື້ອງຕົ້ນ,ຂ້າພະເຈົ້າຄິດວ່າຊາວຈີນໃນອາຊີຕາເວັນອອກສຽງໃຕ້ສ່ວນໃຫຍ່ແມ່ນມາຈາກມາເລເຊຍ.ແຕ່ຄວາມຈິງແລ້ວ,ປະຊາຊົນຂອງທົ່ວອາຊີຕາເວັນອອກສ່ຽງໃຕ້ກໍ່ໄດ້ເຂົ້າຮ່ວມຢ່າງຫ້າວຫັນໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນໃຈຫລາຍ,ເມື່ອໄດ້ເຫັນຊື່ເຫຼົ່ານີ້, ໂດຍສະເພາະແມ່ນບັນດາຊາວຈີນຮັກຊາດທີ່ໄດ້ເສຍສະຫຼະຢ່າງໃຫຍ່ຫຼວງເພື່ອໃຫ້ປະເທດຊາດ."
ທ່ານນາງໄດ້ສັງເກດເຫັນອະນຸສາວະລີດັ່ງກ່າວໄດ້ຖືກສະຫລັກຊື່ຈາກມາເລເຊຍ, ສິງກະໂປແລະປະເທດອື່ນໆເປັນຈຳນວນຫຼວງຫຼາຍ, ແລະ ກ່າວດ້ວຍຄວາມຮູ້ສຶກວ່າ:"ໃນເບື້ອງຕົ້ນ,ຂ້າພະເຈົ້າຄິດວ່າຊາວຈີນໃນອາຊີຕາເວັນອອກສຽງໃຕ້ສ່ວນໃຫຍ່ແມ່ນມາຈາກມາເລເຊຍ.ແຕ່ຄວາມຈິງແລ້ວ,ປະຊາຊົນຂອງທົ່ວອາຊີຕາເວັນອອກສ່ຽງໃຕ້ກໍ່ໄດ້ເຂົ້າຮ່ວມຢ່າງຫ້າວຫັນໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນໃຈຫລາຍ,ເມື່ອໄດ້ເຫັນຊື່ເຫຼົ່ານີ້, ໂດຍສະເພາະແມ່ນບັນດາຊາວຈີນຮັກຊາດທີ່ໄດ້ເສຍສະຫຼະຢ່າງໃຫຍ່ຫຼວງເພື່ອໃຫ້ປະເທດຊາດ."
ທ່ານນາງ ເຊນຈຽນຢຸນ,ຮອງຫົວໜ້າຝ່າຍສໍາພາດຂອງໜັງສືພິມຊາບາ ຊີຮວາ(See Hua Daily News)ປະເທດມາເລເຊຍ.(ພາບໂດຍ ນັກຂ່າວ ທ່ານ ຕັງໂນ)
ພາຍຫຼັງການຢ້ຽມຢາມ,ທ່ານນາງ ເຊນຈຽນຢຸນ,ຮອງຫົວໜ້າການສໍາພາດຂອງໜັງສືພິມຊາບາ ຊິວາ(See Hua Daily News)ປະເທດມາເລເຊຍ ກ່າວວ່າ, ເລື່ອງຊາວຈີນທີ່ຮັກຊາດດັ່ງກ່າວບໍ່ພຽງແຕ່ແມ່ນການລະນຶກປະຫວັດສາດເທົ່ານັ້ນ, ຫາກຍັງສ້າງແຮງບັນດານໃຈໃຫ້ສັງຄົມທັນສະໄໝຢ່າງເລິກເຊິ່ງ. "ຂ້າພະເຈົ້າຫວັງວ່າຄົນລຸ້ນໜຸ່ມໃນປະຈຸບັນນີ້, ໂດຍສະເພາະແມ່ນຊາວຈີນຢູ່ຕ່າງປະເທດ, ສາມາດເຂົ້າໃຈກ່ຽວກັບປະຫວັດສາດທີ່ຍາກລຳບາກຂອງປະເທດຈີນ ແລະ ຮັກສາສັນຕິພາບຂອງປະຈຸບັນນີ້."
ນັກຂ່າວມາເລເຊຍແລະອິນໂດເນເຊຍໄປຢ້ຽມຊົມອານຸສາວະລີນາຍຊ່າງຊາວຈີນໃນອາຊີຕາເວັນອອກສຽງໃຕ້. (ພາບໂດຍ ນັກຂ່າວ ທ່ານ ຕັງໂນ)
ນະຄອນຄຸນມິງເປັນເມືອງເຈົ້າພາບທີ່ສຳຄັນຂອງກິດຈະກໍາຄັ້ງນີ້, ຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ແຂກດັ່ງກ່າວ. ທ່ານນາງຮ່ວາງຊຽນຈຸ່ນ ໄດ້ເລົ່າຄືນວ່າ:"ຂ້າພະເຈົ້າໄດ້ໄປຢ້ຽມຢາມຄຸນມິງໃນປີ 2017 ແລະ ໄດ້ຮັບຄວາມປະທັບໃຈຢ່າງເລິກເຊິ່ງ ການເອົາໃຈໃສ່ຂອງນະຄອນໃນການປົກປັກຮັກສາວັດທະນະທໍາແລະການສືບທອດປະຫວັດສາດ."
ທ່ານນາງ ເຊນຈຽນຢຸນໃຫ້ຮູ້ວ່າ:"ນະຄອນຄຸນມິງເປັນເມືອງແຫ່ງລະດູໃບໄມ້ປົ່ງຕະຫຼອດປີແລະທິວທັດສວຍງາມ, ໂດຍສະເພາະແມ່ນດອກໄມ້ຢູ່ທີ່ນີ້, ເຮັດໃຫ້ຮູ້ສຶກອົບອຸ່ນແລະສະຫງົບສຸກ.
ກິດຈະກໍານີ້ບໍ່ພຽງແຕ່ເຮັດໃຫ້ຄົນພາຍນອກເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງນາຍຊ່າງຊາວຈີນໃນອາຊີຕາເວັນອອກສຽງໃຕ້ໃນສົງຄາມຕໍ່ຕ້ານຍີ່ປຸ່ນຂອງຈີນ, ແຕ່ຍັງປຸກລະດົມຄວາມສົນໃຈຕໍ່ປະຫວັດສາດນີ້ຜ່ານສື່ມວນຊົນ, ເຮັດໃຫ້ປະຊາຊົນຫຼາຍຄົນລະນຶກເຖິງຈິດໃຈການເສຍສະຫຼະຂອງບັນພະບຸລຸດທີ່ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ.
8月11日上午,来自马来西亚和印度尼西亚的7名记者来到昆明市西山公园,参观了南洋华侨机工抗日纪念碑。此次访问旨在纪念中国人民抗日战争暨世界反法西斯战争胜利80周年,同时深入了解南洋华侨机工的英勇历史及其在中国抗战中的伟大贡献。
马来西亚和印度尼西亚的记者参观纪念碑。记者唐诺/摄
南洋机工纪念碑坐落在昆明西山公园内,碑身高9米,碑座高3米,于1989年竖立,旨在纪念来自马来西亚、泰国、越南、印度尼西亚等国的3200多名华侨机工。这些机工响应爱国侨领陈嘉庚先生的号召,分九批回到中国,承担起滇缅公路上运输军需物资的重任,为中国抗日战争的胜利作出了不可磨灭的贡献。纪念碑上刻有南洋地区数千名机工的名字,承载着他们的历史与传奇。这些机工被誉为“粉碎日军封锁战略的急先锋”,为中国乃至世界反法西斯战争作出了重要贡献。
马来西亚《华侨日报》记者黄芊郡。记者唐诺/摄
在参观过程中,来自马来西亚和印尼的代表们深受南洋机工的历史与精神的打动。马来西亚《华侨日报》记者黄芊郡表示:“第一次站在昆明西山的南洋机工纪念碑前,我感到震撼不已。中国政府和昆明市对纪念这些英雄的贡献投入了巨大心血,纪念碑和博物馆的详细介绍让我们更加了解这些勇敢机工的事迹。”她特别提到,纪念碑上刻有大量来自马来西亚、新加坡等地的名字,她感慨道:“我原以为大多数南洋机工来自马来西亚,但实际上,整个南洋地区的人们都积极参与了抗战。看到这些名字,尤其是那些为国家做出巨大牺牲的机工,我感动不已。”
黄芊郡还分享了自己特别感动的故事:“其中有些机工为了躲避敌人的搜捕,男扮女装跨海支援抗战,这些事迹让我动容。我回国后,定会详细报道这段历史,让更多马来西亚人了解这些先辈为抗战所做的巨大贡献。”
马来西亚《沙巴诗华日报》副采访主任沈健云。记者唐诺/摄
马来西亚《沙巴诗华日报》副采访主任沈健云在参观后表示,南洋机工的故事不仅是对历史的纪念,也为现代社会带来深刻的启示:“希望今天的年轻一代,特别是海外华人,能更加了解中华民族的艰难历史,珍惜今天的和平。”
马来西亚和印度尼西亚的记者参观博物馆。记者唐诺/摄
昆明作为此次活动的重要承办地,也给到访者们留下了深刻的印象。黄芊郡回忆道:“2017年,我曾随领事馆来过昆明,这座城市对文化保护和历史传承的重视给我留下了深刻印象。”
沈健云则表示:“昆明四季如春,景色宜人,尤其是这里的花朵,让人感受到温馨和宁静。”
此次活动不仅加深了外界对南洋机工抗战历史的了解,也通过媒体报道唤起了更多人对这段历史的关注,让更多人铭记那些为国家作出巨大贡献的先辈们的精神。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
08/12
19:19
— ແບ່ງປັນ —