ສປປ ລາວ ຈະເປີດນຳໃຊ້ບັດປະຈຳຕົວ ດີຈີຕອນ ຢ່າງເປັນທາງການ

ມາຈາກ:ສະບາຍດີ

a7df18b75a8754ce19c70f0145cd64cf7

ຕາມລາຍງານ ຂອງ ສື່ມວນຊົນ ລາວ:ໃນຍຸກດີຈິຕອນ ແລະ ເຕັກໂນໂລຊີທີທັນສະໄໝ ທີ່ມີການພັດທະນາແບບກ້າວກະ ໂດດ ການດຳລົງຊີວິດຂອງປະຊາກອນທົ່ວທຸກມຸມໂລກມີການຫັນປ່ຽນໃໝ່ ເພື່ອຕອບສະໜອງກັບແນວທາງ ລັດຖະບານດີຈິຕ໋ອນ, ເສດຖະກິດດີຈິຕ໋ອນ ແລະ ສັງຄົມດີຈິຕ໋ອນ ເພື່ອຮອງຮັບນະໂຍບາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ຫັນວຽກງານໃຫ້ກາຍເປັນທັນສະ ໄໝເທື່ອລະກ້າວ ຕາມແນວທາງຍຸດທະສາດຂອງພັກ.

ວັນທີ 11 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ສປປ ລາວ ລັດຖະບານ ສອງປະເທດ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ໂຕ່ເລີ່ມ ປະທານປະເທດ (ປະຈຸບັນເລຂາທິການໃຫຍ່) ສາທາລະນະລັດສັງຄົມນິຍົມຫວຽດ ນາມ ໄດ້ກົດປຸ່ມເປີດຢ່າງເປັນທາງການ ການຈັດຕັ້ງຜັນຂະຫຍາຍ “ ກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ” ເຂົ້າຮ່ວມເປັນສັກຂີພະຍານ ຂອງການນໍາສອງປະເທດ, ສອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເຊັນບົດບັນທືກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການ ນີ້ເປັນກິດຈະກຳທີ່ສຳຄັນເປັນພິເສດ ມີຄວາມໝາຍສຳຄັນຫຼາຍຕໍ່ສາຍພົວພັນ ລາວ-ຫວຽດນາມ.

ຍັງອີກບໍ່ພໍເທົ່າໃດເດືອນ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນອອກບັດປະຈໍາຕົວ ທີ່ມີຄວາມທັນສະໄໝໃນຍຸກດີຈິຕ໋ອນ ເພື່ອມາຮັບໃຊ້ປະຊາຊົນລາວໃນທົ່ວປະເທດ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ສ້າງພື້ນຖານໂຄງລ່າງ ສູນຂໍ້ມູນພົນ ລະເມືອງ ແລະ ບັດປະຈຳຕົວ, ບໍາລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານໄອທີໃຫ້ແກ່ພະນັກງານນັກຮົບ, ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສຸມໃສ່ເກັບກຳ ທ້ອນໂຮມຂໍ້ມູນພົນລະເມືອງ ຫັນເປັນຂໍ້ມູນດີຈິຕ໋ອນເຂົ້າສູ່ລະບົບ. 

ອີງຕາມການລາຍງານຂ່າວຂອງ ຄວາມສະຫງົບ ໃຫ້ຮູ້ວ່າ: ບັດປະຈໍາຕົວພົນລະເມືອງລາວດິຈິຕອນ ແມ່ນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງລາວດ້ວຍລະບົບເອເລັກໂຕຣນິກ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປລາວ, ເປັນຂໍ້ມູນພື້ນຖານໃນການນຳໄປປະກອບເອກະສານຕ່າງໆ ການຄົ້ນຫາຂໍ້ມູນສ່ວນບຸກຄົນ, ມີຄວາມສະດວກ, ວ່ອງໄວທັນການ, ປະຊາຊົນເຂົ້າເຖິງຂໍ້ມູນໄດ້ງ່າຍ, ປະຢັດເວລາ, ຫຼຸດຜ່ອນຂັ້ນຕອນການປະກອບເອກະສານເຮັດທຸລະກຳຕ່າງໆ ແລະ ຊ່ວຍໃຫ້ລັດຖະບານປະຢັດງົບປະມານ.

a7df18b75a8754ce19c70f0145cd64cf7

据老挝媒体报道,在数字化时代和现代科技飞速发展的今天,全球人民的生活正在发生新的变革,以响应数字政府、数字经济、数字化社会的方向。为支持这些政策,老挝公安部致力于按照党的战略方向逐步实现工作现代化。

2024年7月11日,在老挝人民民主共和国总书记、国家主席通伦·西苏里和越南社会主义共和国主席(现任总书记)苏林的共同见证下,两国政府正式启动“公民数据库和身份证建设”项目。两国领导人作为见证人签署了项目实施谅解备忘录。这对于老越关系来说是一个尤为重要、意义非凡的事件。

再过几个月,老挝公安部将发行数字时代的现代化身份证件,服务老挝全国人民。公安部正着力建设公民信息中心和身份证等基础设施,培养军人信息化技能,完善和创建各类法律文书作为实施依据,并着力将公民数据采集、整合成电子数据录入系统。

据老挝国防部报道,老挝数字公民身份证是依据老挝人民民主共和国法律法规确认公民身份的电子证件,也是办理各类证件、查询个人信息的基础凭证。它便捷高效,便于人们获取信息,既能节省时间、简化办理各类证件及业务的流程,也有助于政府节省开支。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

08/07

16:40

ແບ່ງປັນ

ແປ
翻译