ຫອມຈົນຫຼົງ! ຄວາມສົດຊື່ນເທິງປາຍລີ້ນ ຫນ້າຮ້ອນນີ້ ມາທ່ຽວແລະກິນທີ່ຄຸນມິງ.

ມາຈາກ:ສະບາຍດີ

ໃນຊ່ວງລະດູຮ້ອນ,ເມື່ອບ່ອນອື່ນຖືກປົກຄຸມດ້ວຍອຸນຫະພູມສູງ,ແຕ່ຄຸນມິງໄດ້ກາຍເປັນສະຖານທີ່ພັກຮ້ອນດ້ວຍອຸນຫະພູມ 21 °C ທີ່ເໝາະສົມ.ເມືອງບູຮານ ກວາງຕຸ້ງ ແມ່ນໄຂ່ມຸກທີ່ສວຍງາມຢູ່ເມືອງຄຸນມິງທີ່ເຢັນສະບາຍ,ມັນບໍ່ພຽງແຕ່ມີມໍລະດົກທາງປະຫວັດສາດ ແລະ ວັດທະນະທໍາອັນເລິກເຊິ່ງ,ແຕ່ຍັງເປັນສະຫວັນຂອງອາຫານຫຼາກຫຼາຍ,ເປັນທາງເລືອກທີ່ດີເລີດສຳລັບການທ່ອງທ່ຽວແລະລົດຊາດອາຫານໃນລະດູຮ້ອນ.

1

ແຫຼ່ງຮູບພາບ:ບັນຊີວີແຊັດ"ກູຢິນກວາງຕຸ້ງ"

ເພີດເພີນກັບຄວາມເຢັນຂອງການພັກຮ້ອນ

ໄປເມືອງບູຮານຊີມອາຫານ

ເມືອງບູຮານ ກວາງຕຸ້ງ ນະຄອນຄຸນມິງ

ຖະໜົນຍ່າງທີ່ຄຶກຄື້ນທີ່ສຸດ ຖະໜົນຈິ່ວຈ່ວນຮົວຈາຍ

ເປັນສະຖານທີ່ທີ່"ຕ້ອງໄປຢ້ຽມຊົມ"ສຳລັບນັກທ່ອງທ່ຽວທີ່ຕ້ອງການລົດຊາດອາຫານພິເສດ

ບ່ອນນີ້ລວບລວມອາຫານຫວ່າງທີ່ມີຊື່ສຽງຂອງ ກວາງຕຸ້ງ ທີ່ມີລົດຊາດເປັນເອກະລັກ

ມີອາຫານທີ່ເອີ້ນວ່າ"ສາມສົມບັດກວາງຕຸ້ງ"

ຄື ເຂົ້າປຸ້ນ,ເຮີກ້ວຍ,ແລະ ເຂົ້າໜົມກວາງຕຸ້ງ

ຍັງມີອາຫານປິ້ງຢ້າງ ທອດມັນຝຣັ່ງ,ວຸ້ນບິງເຟິນ,ປີ້ງເຕົ້າຮູ້ ແລະອື່ນໆ

ອາຫານຫວ່າງພິເສດຂອງຢຸນນານ

2

ແຫຼ່ງຮູບພາບ: ບັນຊີວີແຊັດ"ຄຸນມິງກວາງຕຸ້ງຟາບູ"

ເມື່ອເຈົ້າກ້າວເຂົ້າໄປໃນເມືອງບູຮານ ກວາງຕຸ້ງ,ເວລາເບິ່ງຄືວ່າຈະຊ້າລົງໃນບັນດາ ຊາຍຄາ.ສະຖານທີ່ນີ້ບໍ່ພຽງແຕ່ມີວັດຖຸບູຮານທາງປະຫວັດສາດເທົ່ານັ້ນ,ຫາກຍັງມີອາຫານພື້ນເມືອງທີ່ມີຊີວິດຊີວາທີ່ຫຼາກຫຼາຍ,ກາຍເປັນບ້ານເກີດຂອງລົດຊາດຂອງຄົນຄຸນມິງ.

3

ແຫຼ່ງຮູບພາບ:ສະຖານທີ່ທ່ອງທ່ຽວກວາງຕຸ້ງ ແລະ ວັດທະນະທຳການທ່ອງທ່ຽວຄຸນມິງ

ໃນຖານະທີ່ເປັນອາຫານຂື້ນຊື່ຂອງເມືອງໂບຮານ,ເຂົ້າໜົມກວາງຕຸ້ງມີປະຫວັດສາດຍ້ອນໄປໄດ້ເຖິງລາຊະວົງມິງແລະລາຊະວົງຊິງ,ມັນໄດ້ຮັບການດັດແປງເບື້ອງຕົ້ນມາຈາກເຂົ້າໜົມ ຮູບີ້ ນໍາເຂົ້າມາໂດຍຜູ້ອົບພະຍົກເຂົ້າເມືອງຈາກພາກເຫນືອ.ໃນບົດຂຽນຂອງທ່ານ ເຖົ້າຈິ້ນ ໃນລາຊະວົງມິງ ມີການບັນທຶກທີ່ກ່ຽວຂ້ອງກັບຂະຫນົມຊະນິດນີ້ໄວ້ແລ້ວ,ໃນເວລານັ້ນເອີ້ນວ່າ"ເຂົ້າໜົມຫູ໋ໝາ",ຜະລິດຈາກແຜ່ນແປ້ງທີ່ບໍ່ໄດ້ໝັກ.ເຂດກວາງຕຸ້ງຂອງຄຸນມິງເຊິ່ງເປັນທ່າເຮືອທັ້ງທາງນ້ຳແລະທາງບົກໃນເສັ້ນທາງສາຍໄໝທາງພາກໃຕ້,ມີລະບົບຄົມມະນາຄົມທີ່ສະດວກ ສົ່ງຜົນໃຫ້ການແຜ່ຂະຫຍາຍແລະການພັດທະນາອາຫານຫວ່າງຂອງທ້ອງຖິ່ນວ່ອງໄວຂື້ນ, ດ້ວຍເຫດນີ້"ເຂົ້າໜົມກວາງຕຸ້ງ"ຈຶ່ງໄດ້ຮັບການສືບທອດ ແລະ ເຮັດໃຫ້ມີຊື່ສຽງມາຈົນເຖິງທຸກມື້ນີ້

5

ແຫຼ່ງຮູບພາບ: ບັນຊີວີແຊັດ"ຮົດຊາດດີຄຸນມິງ"

ເຂົ້າໜົມກວາງຕຸ້ງຫຼັງຈາກອົບແລ້ວມີລັກສະນະເປັນແຜ່ນຂະໜົມສີຂາວຮູບວົງກົມ,ສົ່ງກິ່ນຫອມຂອງແປ້ງເຂົ້າໂພດອ່ອນໆ.ແຜ່ນແປ້ງຂະໜົມມີຄວາມໜຽວໜຶບ,ສ່ວນໄສ້ມີຫຼາຍຊະນິດໃຫ້ເລືອກເຊັ່ນ:ດອກກຸຫຼາບ,ຖົ່ວແດງ,ງາ,ຖົ່ວດິນ,ໝາກມັນຫໍ້,ແລະອື່ນໆ, ມີລົດຊາດຫວານຫອມແຕ່ບໍ່ຫວານເກີນ.

6

ແຫຼ່ງຮູບພາບ: ບັນຊີວີແຊັດ"ຮົດຊາດດີຄຸນມິງ"

ປີ 2009,ເຂົ້າໜົມກວາງຕຸ້ງ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຊຸດທີສອງຂອງຄຸນມິງ.

7

ແຫຼ່ງຮູບພາບ: ບັນຊີວີແຊັດ"ຢານຮວໍມີຊິ"

ທີ່ເມືອງບູຮານ ກວາງຕຸ້ງ,ເຂົ້າປຸ້ນ ເສົ້າກໍ ເປັນສິ່ງທີ່ບໍ່ຄວນພາດ.ເຂົ້າປຸ້ນ ເສົ້າກໍໃນໝໍ້ທອງແດງນ້ອຍສາມາດຮັກສາກິ່ນຫອມຂອງຊີ້ນສົດໄດ້ຢ່າງສູງສຸດ,ນ້ຳຊຸບປະກອບດ້ວຍຊີ້ນບົດ,ຍອດຖົ່ວແຂກ,ຜັກດອງ,ນ້ຳມັນພິກແລະສ່ວນປະກອບອື່ນໆ,ລົດຊາດສົ້ມ,ຫວານ,ແລະເຜັດປະສົມກັນຢ່າງລົງຕົວ,ພໍດີ,ທຸກຄຳທີ່ກິນເຮັດໃຫ້ຫຼົງໄຫຼບໍ່ລືມ.

8

ແຫຼ່ງຮູບພາບ:ບັນຊີວີແຊັດ"ສະຫະພັນນັກກິນຂອງຄຸນມິງ"

ນອກຈາກນີ້,ເຂົ້າປຸ້ນຖົ່ວແຂກກໍເປັນອາຫານຫວ່າງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນລະດູຮ້ອນຂອງເມືອງບູຮານ ກວາງຕຸ້ງ,ຜະລິດຈາກຖົ່ວແຂກເປັນວັດຖຸດິບ,ມີສີສັນໂປ່ງໃສ,ສະແດງສີທອງທີ່ດຶງດູດໃຈ,ແລະເຕັມໄປດ້ວຍກິ່ນຫອມຖົ່ວທີ່ຫອມຊື່ນ.

9

ແຫຼ່ງຮູບພາບ:ບັນຊີວີແຊັດ"ສະຫະພັນນັກກິນຂອງຄຸນມິງ"

ໃນເວລາຮັບປະທານ, ນິຍົມກິນຄູ່ກັບນ້ຳມັນພິກ,ນ້ຳມັນໝາກແຂ່ນ,ນ້ຳຜັກທຽມ,ຜັກຫອມປ້ອມ, ແລະເຄື່ອງປຸງອື່ນໆ,ມີລົດຊາດລື່ນລະມຸນ,ລົດຊາດເຜັດແລະສົ້ມຊ່ວຍກະຕຸ້ນຄວາມຢາກອາຫານ,ເປັນທາງເລືອກທີ່ດີເລີດໃນການຄາຍຮ້ອນແລະຕັດລ້ຽນ. 

10

ແຫຼ່ງຮູບພາບ:ບັນຊີວີແຊັດ"ສະຫະພັນນັກກິນຂອງຄຸນມິງ"

ລະດູຮ້ອນເປັນລະດູທີ່ເຫັດປ່າຢຸນນານອອກສູ່ຕະຫຼາດ,ທີ່ເມືອງບູຮານກວາງຕຸ້ງເອງກໍ່ສາມາດລີ້ມລອງລົດຊາດຈຸ່ມເຫັດປ່າທີ່ສົດແຊບໄດ້. ເຫັດຕາມລະດູການເມື່ອນຳມາຕົ້ມກັບນ້ຳຊຸບທີ່ມີຊີ້ນໄກ່,ຈະໄດ້ນ້ຳຊຸບສີເຫຼືອງທອງຂຸ້ນ,ມີລົດຊາດສົດແຊບຢ່າງບໍ່ມີທີ່ຕິ.

ຊ່ວງເວລາຫນ້າຮ້ອນນີ້

ມາທ່ຽວເມືອງບູຮານ ກວາງຕຸ້ງກັນເຖາະ!

ຍ່າງຊົມສະຖາບັດຕະກຳເກົ່າແກ່

ລິ້ມລົດອາຫານພື້ນເມືອງແທ້ໆຂອງຄຸນມິງ

ແລະສຳຜັດສະເຫນ່ຂອງສະຖານທີ່ທ່ອງທ່ຽວລະດັບ 4A ທີ່ຫຼາກຫຼາຍມິຕິ!

在炎炎夏日,当别处都被高温笼罩时,昆明却以宜人的21℃气温成为避暑胜地。而官渡古镇则是这座凉爽之城的一颗璀璨明珠,这里不仅有着深厚的历史文化底蕴,更是美食云集的天堂,是暑期逛吃宝藏线的绝佳之选。

1

图源:“古韵官渡”微信公众号 

避暑享清凉

古镇寻味去

昆明市官渡古镇

最热闹的步行街九转花街

是游客们品尝特色美食必去的“打卡地”

这里汇集了风味独特的官渡名小吃

有被称为“官渡三宝”的

米线、饵块、官渡粑粑

也有烤洋芋、冰粉、烤豆腐等

云南特色小吃

2

图源:昆明官渡发布

步入官渡古镇,时光仿佛在飞檐斗拱间放缓了脚步,这里不仅承载着历史遗珍,更以活色生香的各色传统美食,成为昆明人的味觉故乡。

3

图源:官渡古镇景区、昆明文旅

作为古镇美食的名片,官渡粑粑的历史可追溯至明清年间,最初由北方移民带入的胡饼改良而来。明代陶振的文章中已有相关记载,当时被称为"胡麻饼",采用未发酵面饼制作。昆明官渡地区作为南方丝绸之路上的水陆码头,便利的交通促进了小吃的传播与发展,在这里不断发扬光大的“官渡粑粑”也因此得名。

5

图源:好味昆明

官渡粑粑经过烘烤后呈圆形白饼状,散发着淡淡的麦香。饼皮松软且富有嚼头,内馅则有玫瑰、豆沙、芝麻、花生、核桃等多种选择,香甜不腻。

6

图源:好味昆明

2009年,官渡粑粑被列入昆明市第二批非物质文化遗产保护名录。

7

图源:烟火美食

在官渡古镇,小锅米线绝对是不能错过的。用小铜锅煮出的米线能最大程度地保留鲜肉的香味,高汤中加入肉沫、豌豆尖、酸腌菜、油辣椒等配料,酸、甜、辣诸味调和,恰到好处,每一口都让人回味无穷。

8

图源:昆明吃货联盟

另外,豌豆粉也是官渡古镇夏天最受欢迎的小吃之一,以豌豆为原料制成,色泽透亮,呈诱人的金色,充满浓郁的豆香。

9

吃的时候,配上辣椒油、花椒油、蒜水、香菜等调料,口感爽滑,酸辣开胃,是消暑解腻的绝佳选择。

10

图源:昆明吃货联盟

夏季正是云南野生菌上市的季节,在官渡古镇也能品尝到鲜美的野生菌火锅。应季菌菇搭配上含有鸡肉的锅底,煮出的汤金黄浓稠,鲜美无比。

趁着暑期

来一趟官渡古镇吧!

行于一座座古建筑间

品尝昆明地道美味

感受多维度的4A级旅游景区

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/29

09:50

ແບ່ງປັນ

ແປ
翻译