ມາຈາກ:
ເວລາ20:00ໂມງຂອງວັນທີ19ກໍລະກົດ
CCTVແລະCCTV-1
ໄດ້ເປີດຕົວລາຍການວັດທະນະທໍາຕາມໄຕມາດຂະໜາດໃຫຍ່
"ຮູບລັກສະນະຕົວເມືອງທີ່ທັນສະໄຫມ"(UrbanCharmRecord)
ທີ່ສະບັບຄຸນມິງ
ກຸ່ມໄປທັດສະນະສຶກສາ(ຕໍ່ໄປນີ້ເອີ້ນວ່າກຸ່ມເຟືອງຮວາ)ໂດຍທ່ານຈັງຊູເຢັນແມ່ນພິທີກອນCCTV,ທ່ານນາງຫູຈິງແມ່ນນັກສະແດງຈີນ,ທ່ານອາຈານໝັ່ງຊິງຢານແມ່ນໂຮງຮຽນວິທະຍາສາດສັງຄົມຂອງມະຫາວິທະຍາໄລການເມືອງແລະກົດໝາຍສປຈີນ,ທ່ານອາຈານຈາຍເຫີຍແມ່ນໂຮງຮຽນສະຖາປັດຕະຍະກຳແລະການວາງແຜນຜັງເມືອງຂອງວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ,ເພື່ອເລີ່ມການເດີນທາງຢູ່ໃນເມືອງແຫ່ງວັດຖຸບູຮານແລະທັນສະໄຫມພົບກັນຂອງຄຸນມິງ,ແລະປະສົບການ"ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ".
ໃນກ້ອງວົງຈອນປິດcctv
ເມື່ອ"ກຸ່ມເຟືອງຮວາ"ພວມກິນເຂົ້າແຊບນົວ
ຢູ່ໝູ່ບ້ານໄຕລື້ຂອງບ້ານຊົນເຜົ່າຢູນໜານ
ຊາວບ້ານຫຼາຍຄົນຈາກບ້ານຄວາມສຸກເຂດຊາຍແດນບໍ່ຫານ
ໄດ້ເວົ້າເຖິງການປ່ຽນແປງໃນປະຈຸບັນ
ທ່ານນາງຢີພົງບັນ,ຊາວບ້ານແມນຈວງຕາແສງບໍ່ຫານໃຫ້ຮູ້ວ່າ:"ນັບແຕ່ນະຄອນຄຸນມິງມອບໝາຍໃຫ້ຕາແສງບໍ່ຫານຢູ່ດ່ານຊາຍແດນບໍ່ຫານດຳເນີນວຽກງານເປັນຕົ້ນມາ,ຂ້າພະເຈົ້າໄດ້ເຫັນການປ່ຽນແປງຂອງໝູ່ບ້ານດ້ວຍຕາຕົນເອງ,ພື້ນຖານໂຄງລ່າງກໍ່ນັບມື້ນັບຄົບຖ້ວນ.ພວກເຮົາຍັງໄດ້ນຳເຂົ້າວິສາຫະກິດຕ່ອງໂສ້ເຢັນ.ປະຈຸບັນນີ້ມີນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ,ຊາວບ້ານກໍ່ມີຮ້ານອາຫານແລະເຮືອນພັກຂອງຕົນ.ລາຍໄດ້ຂອງພວກເຂົາສູງຂຶ້ນກ່ວາເກົ່າແລະດັດຊະນີຄວາມສຸກກໍ່ຍິ່ງຂຶ້ນ."
ທ່ານຈັງຊູເຢັນ,ພິທີກອນCCTVຖາມວ່າ:"ດັ່ງນັ້ນ,ອາຊີບຕົ້ນຕໍຂອງປະຊາຊົນຢູ່ໃນບ້ານຄວາມສຸກເຂດຊາຍແດນບໍ່ຫານຂອງພວກເຮົາແມ່ນຫຍັງ?
ທ່ານນາງຢີພົງບັນແນະນໍາວ່າ:ຄົນທໍາມະດາສາມາດເຮັດທຸລະກິດຢູ່ໃນບ້ານຂອງຕົນເອງ.ເນື່ອງຈາກວ່າບໍ່ຫານກໍາລັງຈະສ້າງເປັນເມືອງດ່ານສາກົນ,ເຊິ່ງໄດ້ດຶງດູດວິສາຫະກິດຈໍານວນຫຼາຍເຂົ້າມາກວດກາ."ດຽວນີ້,ຂ້າພະເຂົ້າມີໂຮງງານຖັກແສ່ວຢູ່ໃນບ້ານ,ເຊິ່ງສ່ວນໃຫຍ່ແມ່ນສົ່ງອອກໄປລາວ,ໄທແລະປະເທດພາກພື້ນອາຊີຕາເວັນອອກສຽງໃຕ້ອື່ນໆ."
ໃນຂະນະທີ່ບ້ານບໍ່ຫານໄດ້ພົບເຫັນ"ຄໍາຕອບຂອງຄວາມສຸກ",ການກໍ່ສ້າງດ່ານສາກົນບໍ່ຫານຍັງກົດ"ເລັ່ງ"ກັບຈັງຫວະຂອງການເປີດກວ້າງແລະເສັ້ນທາງກວ້າງ.
ໃນຖານະເປັນສະຫນາມຮົບຕົ້ນຕໍສໍາລັບການພັດທະນາອຸດສາຫະກໍາຂອງບໍ່ຫານ,ເຂດການຮ່ວມມືອຸດສາຫະກໍາສາກົນນານໂພໄດ້ປາກົດເຫັນເຊິ່ງເປັນຕົວຢ່າງທີ່ແທ້ຈິງຂອງ"ໃຫ້ເຂດພູພຽງເລັກນ້ອຍເປັນສວນອຸດສາຫະກໍາ".
ທ່ານໂລເຟືອງ,ຜູ້ຈັດການທົ່ວໄປຂອງກຸ່ມບໍລິສັດການລົງທຶນບໍ່ຫານຢຸນນານກ່າວວ່າ:"ເມື່ອຂ້າພະເຈົ້າມາຄັ້ງທໍາອິດ,ພື້ນທີ່ທັງຫມົດຍັງເປັນພູເຂົາ.ໃຊ້ເວລາພຽງ10ເດືອນ,ພວກເຮົາໄດ້ໃຫ້ພູເຂົາໃນແຕ່ກ່ອນຫັນປ່ຽນສວນອຸດສາຫະກຳແລະສວນການຮ່ວມມືຂ້າມສາຍແດນໃນປະຈຸບັນນີ້.ປັດຈຸບັນນີ້,ຍອດມູນຄ່າການລົງທຶນຊັບສິນຄົງທີ່ສະສົມໄດ້ລື່ນກາຍ10ຕື້ຢວນ,ເຊິ່ງແມ່ນ16ເທົ່າຂອງການລົງທຶນໃນ6ປີທຳອິດນັບແຕ່ໄດ້ຮັບມອບໝາຍເປັນຕົ້ນມາ."
ແຜນການພັດທະນາເຂດຮ່ວມມືອຸດສາຫະກຳສາກົນນານໂພແມ່ນສຸມໃສ່ການສົ່ງອອກແລະອຸດສາຫະກໍາທີ່ນໍາໃຊ້ແຮງງານຢ່າງກວ້າງຂວາງແຕ່ມີການເອື່ອຍອີງຕໍ່າກັບເຕັກໂນໂລຢີແລະອຸປະກອນ.ໂດຍອີງໃສ່ສະຖານທີ່ທີ່ເປັນເອກະລັກສະເພາະຂອງຕົນແລະໃຫ້ຄວາມໄດ້ປຽບໃນດ້ານການຄ້າຕ່າງປະເທດແລະການຮ່ວມມືຂ້າມຊາຍແດນ,ສວນສາທິດອຸດສາຫະກຳສາກົນນານໂພໄດ້ຮັບການເປີດນຳໃຊ້,ແລະໄດ້ກໍ່ສ້າງອາຄານໂຮງງານທີ່ໄດ້ມາດຕະຖານ150,000ຕາແມັດ.ປີນີ້,ຈະເພີ່ມອາຄານໂຮງງານທີ່ໄດ້ມາດຕະຖານ250,000ຕາແມັດແລະໄດ້ຮັບການລົງນາມກັບ70ວິສາຫະກິດແລະ57ໂຄງການອຸດສາຫະກຳ.
ໃນ3ປີທີ່ຜ່ານມາ,ບໍ່ຫານດ້ວຍ"ວິໄສທັດຂອງຈີນ""ຄວາມກ້າຫານຂອງຢຸນນານ"ແລະ"ຄວາມໄວຂອງຄຸນມິງ",ໄດ້ຕີຄວາມຫມາຍໃຫມ່ຂອງການເປີດກວ້າງຕາມເຂດຊາຍແດນ.
7月19日20:00
中央广播电视总台、央视综合频道(CCTV-1)
推出大型季播文化节目
《城市风华录》昆明篇
总台主持人张舒越、演员胡静、中国政法大学社会学院教授孟庆延、昆明理工大学建筑与城市规划学院教授翟辉组成“风华团”,沉浸式开启一段古今碰撞的春城诗意旅程,体验“有一种叫云南的生活”!
在央视的镜头里
“风华团”在云南民族村傣寨
享受丰盛的美食时
几位来自磨憨边境幸福村的村民
介绍起当前的变化
磨憨曼庄村村民依捧班说:“昆明托管磨憨以后,我亲眼见证了村子的变化,基础设施越来越完善。我们也引进了冷链企业,现在游客越来越多,村民也有了自己的餐厅和民宿,收入越来越高,幸福指数就更高了。”
总台主持人张舒越问:“所以咱磨憨边境幸福村,老百姓主要是以什么为业?
依捧班介绍,老百姓都可以在自己家里面做生意。因为磨憨要建设成为国际口岸城市,吸引了很多老板或者企业前来考察。“我现在在村里面开了一个刺绣厂,主要出口到老挝、泰国等东南亚地区。”
磨憨村寨找到“幸福答案”的同时,磨憨国际口岸城市建设也正以开放高地、大道如虹的气势按下“加速键”。
作为承载磨憨产业发展的主阵地,一个“从黄土山头变工业园区”的实际案例,南坡国际产业合作区呈现在了镜头中。
云南磨憨开投集团总经理罗锋说:“我来的时候这里整个片区还是山头,10个月我们就把它从遍地黄土的山头变成现在的工业园区、跨区域合作园区。目前,累计固定资产投资总额突破100亿元,是托管以来前6年的总和的16倍。”
南坡国际产业合作区发展规划为聚焦出口导向型、劳动密集型等产业。依托独特区位,充分发挥在开展对外贸易、跨境合作等方面的优势,南坡国际产业示范园开园,建成15万平方米标准化厂房并投入使用,今年还将新增25万平方米标准化厂房,已签约70家企业、57个产业项目落地。
三年来,磨憨以“中国眼光”“云南魄力”“昆明速度”,诠释了沿边开放的新内涵。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
07/21
17:00
— ແບ່ງປັນ —