ໝາກມ່ວງລາວຖືກຂາຍຢູ່ຈີນຜ່ານຕາມທາງລົດໄຟລາວ-ຈີນ

ມາຈາກ:ທາງລົດໄຟຈີນ ສາຂາ ຄຸນມິງ

ວັນທີ 3 ມິຖຸນານີ້, ໝາກມ່ວງສົດທີ່ມີຄຸນນະພາບສູງ 50 ໂຕນຈາກ ສປປ ລາວ ໄປຮອດ ນະຄອນຄຸນມິງແຂວງຢຸນນານໂດຍຜ່ານຂະບວນລົດໄຟຂົນສົ່ງສິນຄ້າສາກົນ"ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນ.ເຊິ່ງແມ່ນການຂົນສົ່ງສິນຄ້າຊະນິດໃໝ່ອີກຢ່າງໜຶ່ງ ທີ່ພາຍຫຼັງປະສົບຜົນສຳເລັດໃນການຂົນສົ່ງໝາກທຸລຽນ, ໝາກມ່ວງຄຸດແລະໝາກໄມ້ເຂດຮ້ອນອື່ນໆຂອງອາຊີຕາເວັນອອກສຽງໃຕ້ອື່ນໆຕາມທາງລົດໄຟລາວ-ຈີນ.

00c2696b-2c80-4cd2-9830-e7dde3edb682

ໝາກມ່ວງເປັນໝາກໄມ້ເຂດຮ້ອນທີ່ເສຍຫາຍໄດ້ງ່າຍ ແລະ ມີຄວາມຕ້ອງການທີ່ເຄັ່ງຄັດຕໍ່ສະພາບການຂົນສົ່ງ. ການຂົນສົ່ງໝາກມ່ວງຊຸດນີ້ ໄດ້ຂົນສົ່ງຈາກ ສປປ ລາວ ໄປ ນະຄອນຄຸນມິງ ໃນເວລາບໍ່ຮອດ 50 ຊົ່ວໂມງ.ໂດຍອີງໃສ່ຄວາມໄດ້ປຽບຂອງຂະບວນລົດໄຟການຂົນສົ່ງສິນຄ້າສາກົນ"ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນທີ່ມີກຳນົດເວລາ, ຈຸດຄົງທີ່, ເສັ້ນທາງຄົງທີ່ ແລະ ເລກຂະບວນລົດໄຟຄົງທີ່.ຂະບວນການຂົນສົ່ງຄັ້ງນີ້ຖືກນໍາໃຊ້ຕູ້ຄອນເທນເນີດ້ວຍເຢັນໃນຕະຫຼອດການເດີນທາງ,ໄດ້ສ້າງສະພາບແວດລ້ອມອຸນຫະພູມ ແລະ ຄວາມຊຸ່ມຊື່ນຄົງທີ່ຂອງໝາກມ່ວງເພື່ອຮັບປະກັນຄຸນນະພາບຂອງໝາກມ່ວງ.

1824382c-0e7e-48ad-bc64-2b5c0cfab1ac

ໃນຊຸມປີມໍ່ໆມານີ້, ໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ເຊັ່ນ: ໝາກມ່ວງ, ໝາກລໍາໄຍ, ແລະໝາກທຸລຽນ ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດໝາກໄມ້ແລະຜູ້ບໍລິໂພກຂອງຈີນ. ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງທີ່ສຳຄັນເພື່ອໃຫ້ໝາກໄມ້ເຫຼົ່ານີ້ເຂົ້າສູ່ຕະຫຼາດຈີນ. ມາຮອດປະຈຸບັນ, ປະລິມານການຂົນສົ່ງໝາກໄມ້ທັງໝົດຂອງທາງລົດໄຟລາວ-ຈີນ ໄດ້ບັນລຸ 94.000 ໂຕນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນ.

854bb45f-0c1a-48bf-a514-d92f8ab0c0d2

8d3bb725-cd77-493c-a197-3021f973ff60

d0e8e025-0758-494d-b36d-14c1fc9257f1

6月3日,50余吨来自老挝的优质鲜芒果,搭乘高效快捷的中老铁路“澜湄快线”国际货物列车,顺利抵达云南昆明。这是继中老铁路成功运输榴莲、山竹等东南亚热带水果后又一新增运输品种。

00c2696b-2c80-4cd2-9830-e7dde3edb682

芒果是一种易破损且对运输条件要求严苛的热带水果。这批芒果依托中老铁路“澜湄快线”国际货物列车定时、定点、定线、定车次的优势,仅耗时不到50小时,就从老挝运抵昆明。运输全程使用冷藏集装箱,为芒果打造恒温恒湿环境,确保芒果品质。

1824382c-0e7e-48ad-bc64-2b5c0cfab1ac

近年来,山竹、龙眼、榴莲等东南亚热带水果,深受中国水果市场和消费者喜爱。中老铁路成为这些水果进入中国市场的重要通道,今年以来截至目前,中老铁路水果运输量累计达9.4万吨,同比增长24%。

854bb45f-0c1a-48bf-a514-d92f8ab0c0d2

8d3bb725-cd77-493c-a197-3021f973ff60

d0e8e025-0758-494d-b36d-14c1fc9257f1

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

06/06

00:00

ແບ່ງປັນ

ແປ
翻译