ມາຈາກ:ສຳນັກຂ່າວສານຊິນຮວາ
ຮູບພາບນີ້ສະແດງໃຫ້ເຫັນວ່າລົດບັນທຸກກຽມພ້ອມທີ່ຈະໄປເດີນທາງໃນພິທີເປີດ. ຮູບພາບໂດຍທ່ານນາງ ຟາງຊີ ນັກຂ່າວຂອງສຳນັກຂ່າວສານຊິນຮວາ
ວັນທີ 14 ພຶດສະພານີ້, ເສັ້ນທາງຄົມມະນາຄົມສາກົນຈາກ ຈີນ ຫາ ຮ່າໂນ້ຍ ຫວຽດນາມ ໄດ້ເປີດນຳໃຊ້ຢ່າງເປັນທາງການ.
ໃນຕອນເຊົ້າ, ທີມງານລົດຂົນສົ່ງທີ່ບັນຈຸຄື່ອງປະກອບເອເລັກໂຕຼນິກ,ຜັກສົດແລະສິນຄ້າຕ່າງໆ,ໄດ້ອອກເດີນທາງພ້ອມກັນຈາກເມືອງກວາງຊີນະຄອນໜານໜິງ,ນະຄອນຄຸນມິງແຂວງຢຸນນານ ແລະ ມຸ່ງໜ້າໄປນະຄອນຫຼວງຮ່າໂນ້ຍປະເທດຫວຽດນານ. ນີ້ແມ່ນຄັ້ງທຳອິດທີ່ລົດບັນທຸກຂອງຈີນເຂົ້າເມືອງສູນກາງຂອງຫວຽດນາມດ້ວຍຖືໃບອະນຸຍາດ CBTA (ສັນຍາການອຳນວຍຄວາມສະດວກໃນເຂດອະນຸພາກພື້ນແມ່ນ້ຳຂອງເພື່ອດຳເນີນການຂົນສົ່ງສິນຄ້າແລະຜູ້ຄົນຂ້າມຊາຍແດນ).
ການຖືໃບອະນຸຍາດ CBTA ມີຫມາຍຄວາມວ່າແນວໃດ?
ອະນຸພາກພື້ນແມ່ນ້ຳຂອງ (GMS) ປະກອບມີ 6 ປະເທດ ຄື: ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ອັນທີ່ເອີ້ນວ່າ ໃບອະນຸຍາດCBTA, ເວົ້າງ່າຍໆແລ່້ວ ແມ່ນໃບອະນຸຍາດການຂົນສົ່ງຕາມທາງຫຼວງຜ່ານຫຼາຍປະເທດໃນພາຍໃຕ້ຂອບການຮ່ວມມືຂອງອະນຸພາກພື້ນແມ່ນໍ້າຂອງ (GMS).ດ້ວຍໃບອະນຸຍາດດັ່ງກ່າວ, ບັນດາຜູ້ໂດຍສານ ແລະ ພາຫະນະຂົນສົ່ງ ສາມາດດຳເນີນການຂົນສົ່ງຕາມເສັ້ນທາງທີ່ 6 ປະເທດໄດ້ຕົກລົງເອກະພາບ.
ໃນມື້ດ່ຽວກັນ, ລົດບັນທຸກ 18 ຄັນ ແລະ ລົດໂດຍສານ 2 ຄັນ ຂອງແຂວງຢຸນນານ ແລະ ນະຄອນຊິງດ່າວ ແຂວງຊານຕົງເປັນທີມງານລົດບັນທຸກ ແລະ ເປັນ 2 ເສັ້ນທາງ ແລ່ນໄປນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ.ເສັ້ນທາງທີ່ໜຶ່ງແມ່ນແລ່ນອອກຈາກເຂດປອດພາສີຮອບດ້ານນະຄອນນານນິງ,ຜ່ານດ່ານມິດຕະພາບວາງຊີ ອອກເມືອງຈີນ ແລະ ເຂົ້າເມືອງຜ່ານດ່ານມິດຕະພາບຫວຽດນາມ,ຜ່ານ 3 ແຂວງຂອງຫວຽດນາມ ເຊັ່ນ: ລານເຊີນ, ບັກຢາງ, ບັກນິງຂອງຫວຽດນາມ, ສຸດທ້າຍມາຮອດນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ.ໄລຍະທາງການຂົນສົ່ງທັງໝົດປະມານ 400 ກິໂລແມັດ ແລະ ຄາດວ່າຈະໃຊ້ເວລາ 2 ວັນ; ເສັ້ນທາງທີ່ສອງແມ່ນ ເລີ່ມອອກຈາກເຂດປອດພາສີຮອບດ້ານນະຄອນຄຸນມິງ,ຜ່ານດ່ານເຮີກູແຂວງຢຸນນານອອກເມືອງຈີນ ແລະ ເຂົ້າເມືອງຫວຽດນານ ຜ່ານດ່ານລາວກາຍ,ຜ່ານ 3 ແຂວງຂອງຫວຽດນາມ ເຊັ່ນ: ລາວກາຍ, ອຽນບ໋າຍ ແລະ ຫວຽດຈີ ແລະ ສຸດທ້າຍມາຮອດນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ.ໄລຍະທາງການຂົນສົ່ງທັງໝົດປະມານ 700 ກິໂລແມັດ ແລະ ຄາດວ່າຈະໃຊ້ເວລາ 2 ວັນ.
ການຂົນສົ່ງ 400 ກິໂລແມັດ ແລະ 700 ກິໂລແມັດ ໄດ້ເປີດໜ້າໃໝ່ໃນການຮ່ວມມືດ້ານການຂົນສົ່ງທາງຫຼວງລະຫວ່າງປະເທດ GMS, ແລະ ໄດ້ກາຍເປັນເສັ້ນທາງພັດທະນາທີ່ບັນລຸວິໄສທັດຂອງການເຊື່ອມຈອດ, ຄວາມຈະເລີນຮຸ່ງເຮືອງ, ການຍືນຍົງ ແລະ ວັດທະນາຖາວອນ,ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດຂ້າມຊາຍແດນລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
图为开通仪式现场整装待发的货运车辆。 新华社记者 樊曦 摄
5月14日,中国至越南河内国际道路运输线路正式开通。
上午,搭载着电子元器件、新鲜蔬菜、百货的运输车队,从广西南宁、云南昆明同步发车,向越南河内驶去,这标志着中方货运车辆持CBTA(大湄公河次区域便利货物及人员跨境运输协定)证件首次入境越南腹地。
持有CBTA证意味什么?
大湄公河次区域(GMS)涉及中国、缅甸、老挝、泰国、柬埔寨、越南6个国家。所谓CBTA证件,简单来说就是在大湄公河次区域(GMS)合作框架下,多国道路运输的通行许可证。有了这个证件,客货车辆可以在6国达成一致的线路上开展运输。
当日,来自广西、云南以及山东青岛的18辆货车和2辆客车组成车队,分成两路驶向越南河内。线路一从南宁综合保税区出发,经广西友谊关口岸出境,越南友谊口岸入境,途经越南谅山、北江、北宁,最后抵达越南河内,运输全程约400公里,预计用时2天;线路二从昆明综合保税区出发,经云南河口口岸出境,越南老街口岸入境,途经越南老街、安沛、越池,最后抵达越南河内,全程约700公里,预计用时2天。
400公里和700公里的跨越,翻开了GMS国家国际道路运输合作的新篇章,成为推进澜湄国家跨境经济合作,实现更加融合、繁荣、可持续和包容愿景的发展之路。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
05/22
15:53
— ແບ່ງປັນ —